Monday, February 6, 2012

ຮັກແທ້ມີຢູ່ໃສ? ຕອນທີ1

        ຕອນທີ 1

ບົວສະບາ ເບີກແຍ້ມ ໜ້າເບັ່ງບານໃສ
ກັບຫົວອົກຄວາມພູມໃຈ ຕໍ່ສິ່ງຕົນທຳໄດ້
ຄວາມສຸກໃຈເຕັມໃບໜ້າ ໃນອຸລາປຶ້ມປ່ຽມ
ເປັນທຳນຽມຜູ້ເກັ່ງກ້າ ກັບຄວາມຮູ້ທີ່ເດັ່ນດີ

ນັກຮຽນຢູ່ໃນຫ້ອງນີ້ ມາຈາກທົ່ວແຂວງສະຫວັນ ( ນະເຂດ )
ມາປະຊັນບົດຮຽນ ທີ່ຕົນໄດ້ຫວນຮູ້
ຫຼັງຈາກຄູອາຈານໄດ້ ສິດສອນມາຈົນວ່າເກັ່ງ
ການສອບເສັງດັ່ງກ່າວນີ້ ສັກສີນັ້ນຍິ່ງໃຫຍ່ຫຼາຍ

ມັນແມ່ນ ການທ້າທາຍເອກອ້າງ ນັກຮຽນເກັ່ງຂອງໂຮງຮຽນ
ຜູ້ພາກພຽນສຶກສາ ພັດທະນາຄວາມຮູ້
ກຽດຂອງຄູຜູ້ສອນຊີ້ ວິລະກຳທີ່ຂຶ້ນຊື່
ນັ້ນຄືຄວາມເອກອ້າງ ທຸກຄົນນັ້ນໄຝ່ຫາ

ພິທີກອນວ່າເວົ້າ ປະກາດອ່ານຜົນເສັງ
ນັກຮຽນເກັ່ງລະດັບຮຽນ ມັດທະຍົມຕອນຕົ້ນ
ຜົນຄະແນນນຳໜ້າ ບົວສະບາ ອັນດັບໜຶ່ງ
ສຽງຍິນດີຊາບຊຶ້ງ ຊື່ນຊົມດ້ວໃຫ້ແກ່ເຂົາ

ອັນດັບສອງເຮົາຈະຮູ້ ຊື່ວ່າ ມາລາໃຈ
ສຽງຕົບມືດັງຫວັ່ນໄຫວ ຈາກໝູ່ນາງຮຽງໃກ້
ສອນນາລີ ເສັງໄດ້ ອັນດັບສາມ ຊົມເຊີຍແດ່
ທຸກແລລໍ່າໜ້າ ອາລົມຍິ້ມແກ່ນາງ

ທັງສາມຄ່ອຍຍ່າງກ້າວ ຂຶ້ນສູ່ເວທີ
ບົວສະບາ ສອນນາລີ ຊື່ນຊົມຍິນດີແທ້
ແຕ່ແລດູສີໜ້າ ອັນດັບສອງ ຄົນນີ້ນໍ່
ນາງບໍ່ຄ່ອຍເບີກແຍ້ມ ສີໜ້າບໍ່ມ່ວນໃຈ

ດ້ວຍເຫດຜົນໃດນັ້ນ ໃຜບໍ່ຫ່ອນຫວນຈັກ
ໝູ່ຄູ່ນາງທາຍທັກ " ຍິ້ມແດ່ແມຈັກໜ້ອຍ "
ກໍ່ປ່ອຍພຽງສາຍຕານິ້ງ ຫຼິງພວກເຂົາພໍຮູ້ທ່າ
ເປັນຫຍັງຫວະນາງບໍ່ຍິ້ມ ອາລົມຊ້ອຍແຕ່ຢ່າງໃດ

ຫຼືວ່າ ນາງຄຽດຍ້ອນບໍ່ໄດ້ ອັນດັບໜຶ່ງ ໃນການເສັງ ບໍ່ນໍ
ຈຶ່ງເນັ່ງແນສາຍຕາ ເບິ່ງຊາຍຢູ່ຄຽງຂ້າງ
ດູທ່າທາງນາງແລ້ວ ບໍ່ພໍໃຈສິ່ງໃດໜຶ່ງ
ດັ່ງນັ້ນນາງຈຶ່ງບຶ້ງ ສີໜ້າບໍ່ແຈ່ມໃສ

ບົວສະບາ ຈິ່ງໄດ້ ເວົ້າຕໍ່ ມາລາໃຈ
" ເຈົ້າກໍ່ຄວນສົດໃສ ຊື່ນໃຈແດ່ແມນີ້
ໄດ້ທີ່ສອງເປັນຮອງຂ້ອຍ ມັນສົມຄວນແລ້ວນີ້ນ່າ
ຫຼືວ່າຄຽດໃຫ້ຂ້ອຍ ລົບກວນເຈົ້າເມື່ອເສັງ "

ສາຍຕານາງເນັ່ງໜ້າ ແນມເບິ່ງ ບົວສະບາ
ນາງບໍ່ຈາຄຳໃດ ນອກຈາກນາງແນມນິ້ງ
ນາງລໍ່າຫຼິງດູໜ້າ ຄົນວາຈາຂີ້ອວດອົ່ງ
ເຈົ້າຈົ່ງຍິ້ມເຖີດມື້ນີ້ ເພາະຕົວຂ້ອຍຜ່າຍໄຊ

ເຈົ້າກ່າວເຍີ້ຍຂ້ອຍໄດ້ ຢ່າງຊ້ອຍຊື່ນອາລົມໃສ
ເຈົ້າຮູ້ບໍ່ຂ້ອຍເສຍໃຈ ທີ່ເຈົ້າກວນໃນວັນນັ້ນ
ມັນເປັນຄຳທຳນອງຖ້ອຍ ຫຍາມເຮົາເຈັ້າຮູ້ບໍ່
ເຈົ້າກໍ່ໜ້າຮັບຮູ້ ຢູ່ໃນຫ້ອງສອບເສັງ

ນັກຮຽນເກັ່ງນັ້ນຕ້ອງ ສອບຜ່ານດ້ວຍຕົນເອງ
ຕ້ອງເກັ່ງຈິງຈິ່ງປະລອງ ແຂ່ງຂັນຄວາມຮູ້
ເຈົ້າກ່າວດູແຄນຂ້ອຍ ວາຈາອອກມາວ່າ
" ຖ້າຂໍ້ໃດເຈົ້າບໍ່ໄດ້ ໃຫ້ຕົວຂ້ອຍຊ່ວຍເດີ "

ຂໍ້ສະເໜີຂອງເຈົ້າ ຂ້ອຍກໍ່ດີໃຈ
ແຕ່ວ່າໃນສັກສີ ທີ່ແຂ່ງຂັນກັນນີ້
ຂ້ອຍບໍ່ຍິນດີດ້ວຍ ການຫາເອົາຄວາມຮູ້ໝູ່
ມາຕື່ມຊູຊ່ວຍເຂົ້າ ໃຫ້ຕົນໄດ້ເດັ່ນດີ

ຖ້າຫາກຂ້ອຍບໍ່ເກັ່ງນີ້ ຂ້ອຍກໍ່ບໍ່ມາເສັງ
ຂ້ອຍເກັ່ງພໍຈະເອົາຕົວ ເພື່ອຄະແນນດີໄດ້
ສຳລັບໃນວັນນີ້ ເປັນຮອງຍອມຮັບວ່າ
ເຈົ້າຮູ້ຫຼາຍກວ່າຂ້ອຍ ຄະແນນເຈົ້າຈຶ່ງລື່ນເຮົາ

ພິທີກອນວ່າເວົ້າ " ເຊີນຮອງທ່ານສຶກສາແຂວງ
ຂຶ້ນສະແດງຄວາມຍິນດີ ແລະມອບຂອງຂວັນໃຫ້ "
ມາລາໃຈ ປະນອມນີ້ວ ໄຂອາລົມຍິ້ມໜ້ອຍໜຶ່ງ
ແລ້ວຈຶ່ງຮັບດອກໄມ້ ຂອງຂວັນພ້ອມເຂົ້າໃສ່ມື

ບົວສະບາ ຢື້ດອກໄມ້ ຢູ່ໃນຊໍ່ ມາລາໃຈ
ດອກທີ່ພວມໄຂໂສມ ກີບລະອາບານແຍ້ມ
ສາຍຕາເຂົາແນມນິ້ງ ດວງມາລາທີ່ງາມກວ່າ
ຮູ້ສຶກວ່າດອກນັ້ນ ມັນງາມລ້ຳກວ່າໝູ່ໃດ

ເຂົາຄ່ອຍນ້າວດອກໄມ້ ດຶງຄ່ອຍໆເຂົ້າມາດົມ
ສາຍຕາຊົມ ມາລາໃຈ ຢ່າງຊື່ນໃນນາງຍິ້ມ
ສອງຮິມສົບຂອງນາງແຍ້ມ ແນມເຂົາແລ້ວເວົ້າວ່າ
" ມາລັກດົມດອກໄມ້ຂ້ອຍ ໃຫ້ມັນຊ້ຳເຮັດຫຍັງ ? "

ບົວສະບາ ຟັງແລ້ວ ກໍ່ຕອບຢ່າງໃຈເຢັນ
" ກໍ່ຂ້ອຍເຫັນມັນງາມ ກໍ່ຈຶ່ງລອງດົມນີ້
ກິ່ນຫອມດີໃດເຈົ້າ ເຮົາພໍໃຈ ດົມອີກແດ່ "
ມາລາໃຈ ແນມເບິ່ງໜ້າ ສາຍຕານິ້ງເວົ້າໃສ່ເຂົາ

" ເຈົ້າກໍ່ມີດອກໄມ້ ຫອບຢູ່ເຕັມມື
ຍັງດື້ມາຫາຫອມ ຊໍ່ດວງມາລາຂ້ອຍ "
ນາງຄ່ອຍຍໍມາລາຂຶ້ນ ມາດົມແລ້ວກໍ່ຍ່າງ
ລົງເວທີ່ຢ່າງຊື່ນເນື້ອ ມະໂນແຍ້ມແຈ່ມໃນ

ບົວສະບາ ຍື່ນດອກໄມ້ ໃຫ້ແກ່ ສຸມາລີ
" ອັນນີ້ເປັນຂອງຂວັນ ຂ້ອຍແບ່ງປັນກັບເຈົ້າ "
ບົວສະບາ ຈາເວົ້າ ສາຍຕາຫວານທັງຍິ້ມໃສ່
ມາລາໃຈ ນັ່ງນິ້ງ ສາຍຕາຈ້ອງເຍິ່ງເຂົາ

ສຸມາລີ ວ່າເວົ້າ ຕໍ່ວ່າ ບົວສະບາ
" ໃຫ້​ຂ້ອຍ​ສາ​ຫໍ່​ຂອງຂວັນ ສ່ວນ​ເຈົ້າ​ເອົາ​ມາລາ​ນີ້ "
" ຂ້ອຍ​ມີ​ສິດ​ປັນ​ໃຫ້ ຂອງ​ເຮົາ​ໃດ​ເຈົ້າ​ຮຼ້ບໍ່ ? "
" ເຈົ້າ​ກໍ່​ເອົາ​ດອກ​ໄມ້​ນີ້ ຂອງຂວັນ​ນັ້ນ​ໃຫ້​ຂ້ອຍ​ສາ "

ສຸມາລີ ສະແດງໜ້າ ອ້ອນທ່າ ບົວສະບາ
" ເຈົ້າເອົາໄປໝົດສາ ຂ້ອຍບໍ່ເອົາຫຍັງແລ້ວ "
ພ້ອມສົ່ງແວວຕາສົ້ມ ແກມຫວານວາດໃສ່
" ເອົາດອກໄມ້ນີ້ກໍ່ໄດ້ " ແລ້ວໄຂຍິ້ມໃສ່ເຂົາ

ນາງຮັບເອົາດອກໄມ້ ທັງຊໍ່ຂຶ້ນມາດົມ
ນາງສູບລົມເຂົ້າໃນດັງ ແລ້ວຄ່ອຍຫຼັບຕານິ້ງ
ບົວສະບາ ຫຼິງດູໜ້າ ແນມນາງຢ່າງຈົດຈໍ່
ເຂົາບໍ່ຈາກ່າວເວົ້າ ພຽງໄຂຍິ້ມແລ້ວນັ່ງລົງ

ສຸມາລີ ປົງດອກໄມ້ ລົງໃສ່ໃນຕັກ
ບົວສະບາ ສັກສາຍຕາ ເບິ່ງແນມດູນິ້ງ
ສຸມາລີ ແນມເຫັນແລ້ວ ເຂີນໃຈວາດໃດໜຶ່ງ
ນາງຈຶ່ງຈາກ່າວເວົ້າ ທັງມືຍູ້ບ່າເຂົາ

" ຈົ້າກໍ່ຢ່າເບິ່ງຂ້ອຍ ແປກກວ່າທຳມະດາ ຫຼາຍແມ "
" ຂ້ອຍກໍ່ຊົມມາລາ ທີ່ເຈົ້າພວມປົງໄວ້ "
" ຕ່ວ່າໃຈຂອງເຈົ້າ ມັນເກີນເລີຍ ໃດຂ້ອຍວ່າ
ສາຍຕາເຈົ້າມັນບອກຂ້ອຍ ວ່າຕົວເຈົ້ານັ້ນເບິ່ງຫຍັງ "

" ເຈົ້າກ່າວເວົ້າຈັ່ງຊີ້ ໝາຍຄວາມວ່າແນວໃດ
ຂ້ອຍພໍໃຈຊົມມາລາ ບໍ່ຫ່ອນມີຫຍັງນິ້ "
ພ້ອມທັງມີຮອຍຍິ້ມ ສາຍຕາຢອກຕໍ່
" ຂ້ອຍກໍ່ເບິ່ງເທົ່ານີ້ ຕົວເຈົ້າຢ່າຄິດຫຼາຍ "

" ກໍ່ສາຍຕາຂອງເຈົ້າ ມັນບໍ່ທຳມະດາ
ເຈົ້າແນມຫາຫຍັງບຸ ຈິ່ງເຫຼົ່າແນມສັນນີ້ "
ນາງສະແດງສີໜ້າ ຫຼັບຕາຊັງທັງຍິ້ມໃສ່
" ຊ່າງກ່າວຫາຂ້ອຍໄດ້ ຕົວຂ້ອຍບໍ່ຮູ້ນຳ "

ບົວສະບາ ກ່າວຢ້ຳ ຕອບຢ່າງຈິງໃຈ
ພ້ອມທັງໄຂສຽງຫົວ ຊື່ນໃຈນິດໜ້ອຍ
ສຸມາລີ ຄອຍຈ້ອງ ແນມເຂົາແລ້ວເວົ້າວ່າ
" ຈັ່ງແມ່ນຊາດໜ້າເຫຼື້ອມ ແນມໄດ້ຢ່າງບໍ່ອາຍ "

" ເຈົ້າມາກ່າວໃສ່ຮ້າຍ ສະແດງວ່າເຮົາຜິດ
ເອົາແຕ່ໃຈຈະຄິດ ວ່າຂ້ອຍແນມຫຍັງຫັ້ນ "
" ກໍ່ມັນເປັນຄວາມຈິງນີ້ ຊິມາຈາບໍ່ຮູ້ຮ່ອມ "
" ຖ້າຂ້ອຍຍອມຮັບແລ້ວ ຕົວເຈົ້າຊິເຮັດຫຍັງ ? "

ສຸມາລີ ນັ່ງນິ້ງ ບໍ່ເວົ້າຕໍ່ຄຳໃດ
ບົວສະບາ ບໍ່ພໍໃຈ ເມື່ອນາງບໍ່ຈາເວົ້າ
" ເຈົ້າບອກເຮົາມາແມ້ ເຮົາແນມຫຍັງເຈົ້າຄິດວ່າ ? "
ສຸມາລີ ແນມເບິ່ງໜ້າ ແລ້ວນາງນັ້ນກໍ່ເລົ່າຫົວ

ເຂົາຄ່ອຍຄວາມືຢື້ ໄປຈັບຊໍ່ມາລາ
ແລ້ວກົ້ມລົງມາຫອມ ຢ່າງຊື່ນໃນໃຈຊ້ອຍ
" ເຈົ້າກໍ່ເຫັນໃຈຂ້ອຍ ທຳຫຍັງອາຍຄົນແນ່
ເບິ່ງແມໝູ່ອ້ອມຂ້າງ ເຂົາແນມຈ້ອງເບິ່ງພວກເຮົາ "

" ກໍ່ສາງຕາມພວກເຂົາຖ້ອນ ໃຫ້ເຂົາເບິ່ງຊິເປັນຫຍັງ "
" ຈັ່ງແມ່ນເປັນຕາຊັງ ເຫັນແກ່ຕົວແທ້ນໍເຈົ້າ
ເຈົ້າຫອມເຮົາໃດນີ້ ຄົນທັງຫຼາຍເຂົາຄິດວ່າ
ກົ້ມມາດົມຢູ່ມໍ່ຂ້ອຍ ພວກເຂົານັ້ນເບິ່ງແປກຕາ "

ບົວສະບາ ຟັງນາງເວົ້າ ມັນກໍ່ແມ່ນຄວາມນາງ
ນີ້ຢູ່ໃນກາງຄົນ ຊ່າງລ່ວງເກີນນາງແທ້
ໝູ່ທັງຫຼາຍກໍ່ແລຈ້ອງ ບົວສະບາ ສີໜ້າລ່າ
ສຸມາລີ ຍໍດອກໄມ້ ມາດົມຫຼິ້ນອີກໜຶ່ງທີ

" ຂ້ອຍວ່າດອກໄມ້ນີ້ ຫອມຫ່ວນກິນໃຈ ຈິງໜໍ
ມອບໃຫ້ເຮົາເລີຍໃດ ຊິໃສ່ໃນໂຖໄວ້ "
" ຜູ້ຍິງກັບມາລາໄມ້ ຂອງທຽມກັນຮູ້ແລ້ວນ່າ "
" ເຫັນຄ່າຂ້ອຍເທົ່າດອກໄມ້ ມາລາແຍ້ມຊໍ່ດຽວ ນີ້ຫວະ ? "

ບົວສະບາ ຫຼຽວດູໜ້າ ແລ້ວຍິ້ມຕໍ່ ສຸມາລີ
" ຂ້ອຍທຽບມັນມີສີສັນ ທີ່ງົດງາມຄືເຈົ້າ
ພໍເມື່ອເຮົາຫອມແລ້ວ ຕຶງໃຈບໍ່ຮູ້ເບື່ອ "
" ຂ້ອຍບໍ່ເຊື່ອດອກປາກເຈົ້າ ມີພຽງເວົ້າໃຫ້ລຸ່ມຫຼົງ "

ບົວສະບາ ສົ່ງຍິ້ມ ພ້ອມຍື່ນຫໍ່ຂອງຂວັນ
ສຸມາລີ ພລັນຈັບ ຮັບເອົາມາໄວ້
ແລ້ວຄ່ອຍໄຂທາງຂ້າງ ເງິນລາງວັນຢູ່ໃນຫໍ່
" ຂ້ອນບໍ່ເອົາດອກນີ້ ໃຫ້ຕົວເຈົ້າມ້ຽນເອງ "

ຫຼັງຈາກ ນັກຮຽນເກັ່ງທັງໝົດໄດ້ ຮັບມອບຂອງຂວັນ
ຈາກນັ້ນມີຄຳຖາມ ເພື່ອທຸກຄົນລອງຄວາມຮູ້
ສຽງຈາກຄູຖາມຂຶ້ນ " ຈຳນວນໃດນ້ອຍກວ່າສີ່
ແຕ່ວ່າຄ່າທີ່ວ່ານີ້ ມັນນັ້ນໃຫຍ່ກວ່າສາມ ? "

ຫຼັງຈາກຟັງຄຳຖາມແລ້ວ ຫຼາຍກຸ່ມສົນທະນາ
" ມີໃຜຮູ້ບໍ່ລະ ວ່າເລກຫຍັງກັນນີ້ ? "
ຜູ້ໜຶ່ງຍໍມືຊີ້ " ຮຽນອາຈານ ນ້ອງຕອບວ່າ
ເລກມີຄ່າລະຫວ່າງນີ້ ຈຳນວນນັ້ນແມ່ນປີ ( p ) "

" ສະແດງຄວາມຍິນດີດ້ວຍ ນ້ອງຊື່ວ່າແນວໃດ ? "
" ເພັດສຸວັນ ພະໄຊສິນ ຊື່ແລະນາມສະກຸນນ້ອງ "
" ກຳລັງຮຽນຢູ່ຫ້ອງ ໂຮງຮຽນໃດນໍ່ ? "
" ຮຽນຢູ່ຊັ້ນມໍສາມ ໂນນສະຫວ່າງຕັ້ງຊື່ໃຫ້ ໂຮງຮຽນນ້ອງເຂົ້າຮໍ່າຮຽນ "   ~ ~ ~ ~ ~ ~

" ຕອບລ່ຽນໄຫຼດີນີ້ ເຊີນມາຮັບຂອງຂວັນ "
ໝູ່ພາກັນຕົບມື ຊື່ນຊົມຍິນດີດ້ວຍ
ອາຈານທວາຍຄຳຖາມເພີ້ມ ໄປຫາວິຊາໃໝ່
" ຜົນບວກສາມມູມໃນ ຂອງຮູບສາມແຈເຫຼົ່ານີ້ ໃຜຮູ້ວ່າເທົ່າໃດ ?

ກະລຸນາຕອບໄດ້ " ອາຈານຍ່າງໄປຫາ
" ເທົ່າກັນ ຮ້ອຍແປດສິບອົງສາ ( 180 ) " ແລ້ວນາງກໍ່ໄຂຍິ້ມ
ອາຈານວາຈາຊິ້ມ " ເຫັນດີກັບນາງບໍ່ ? "
ແລ້ວອາຈານກໍ່ຍິ້ມ " ຍິນດີດ້ວຍເກັ່ງຫຼາຍ

ກະລຸນາບອກອ້າຍ ນ້ອງຊື່ຈັງໃດລະ ? "
" ນ້ອງຊື່ ທິດາພອນ ຢູ່ມັດທະຍົມຈອມແກ້ວ "
" ຍັງຫຼາຍແນວຂອງຂວັນນີ້ ມີໃຜຢາກຕອບຕໍ່
ພືດບໍ່ມີດອກນັ້ນ ໃຜຮູ້ຈົ່ງຕອບໄວ ?' "

" ຫົວຊຽງໄຄ ຜັກແປ້ນ ໝາກເດື່ອ ເຄືອຫູເສືອ "
" ກໍ່ຕອບເກືອ ແປ້ງນົວ ປາແດກ ຫອມ ກະປິພ້ອມ
ແລ້ວພາກັນໄປອ້ອມ ນັ່ງເປັນວົງກິນແຄມປ່າ ພຸ້ນໄປ໋
ຕອບມາໄວໃຜທີ່ຮູ້ ເອົ໋ານາງນ້ອຍຕອບເບິ່ງດູ "

" ຮຽນອ້າຍຄູຕາມນ້ອງຮູ້ ແລະໄດ້ຮໍ່າຮຽນມາ
ມີ ເຊື້ອລາ ໄຄ ເທົາ " " ເກັ່ງຈິງຄົນນີ້
ເຫດຜົນເດມີບໍນ້ອງ ອະທິບາຍໄດ້ບໍ່ ? "
" ມັນແຜ່ເຊື້ອດ້ວຍ ສະປໍ ແບ່ງຈຸລັງສືບສ້າງ ເປັນເຊື້ອແຜ່ຂະຫຍາຍ "

" ເກັ່ງຫຼາຍນ້ອງຄົນນີ້ ໃຫ້ຕື່ມອີກຂອງຂວັນ
ກຸ່ມນັ້ນເອົາບໍເກືອ ໝາກເດື່ອຂາວແຄມນ້ຳ "
ພໍເມື່ອອາຈານຢ້ຳ ສຽງໂຮດັງສະນັ່ນ
ເຮັດໃຫ້ທົ່ວຫ້ອງນັ້ນ ມີຮອຍຍິ້ມທົ່ວໆໄປ

" ບາດນີ້ຂ້ອຍຊິໄດ້ ເອົາອັນໃໝ່ມາຖາມ
ຕ້ອງເຮັດຕາມກະຕິກາ ທີ່ວາງເອົາໄວ້
ໃຜຕ້ອງການຈະຫຼິ້ນ ສະເໜີຕົວຂຶ້ນມາກ່ອນ
ມີຫ້າບ່ອນເທົ່ານັ້ນ ເວລາໜ້ອຍຮີບໆກັນ

ຕາມກະຕິການັ້ນ ໃຜຕອບກ່ອນຈະຊະນະ
ເອົາລະຟັງຄຳຖາມ ຕອບໄດ້ພຽງຄົນຄັ້ງ
ເອົາເລກສິບສອງຕັ້ງ ເອົາເລກຫຍັງມາບວກໃສ່
ເພື່ອໃຫ້ຄຳຕອບນັ້ນ ຫານເຈັດແລ້ວໃຫ້ອອກສາມ ? ' "

" ຈຳນວນນັ້ນແມ່ນເກົ້າ ມາບວກໃສ່ສິບສອງ
ກໍ່ຕ້ອງເປັນຊາວເອັດ ເມື່ອລວມກັນເຂົ້າ
ເຮົາເອົາມາຫານໃຫ້ ກັບເຈັດຈິ່ງຮູ້ວ່າ
ຄ່າຄຳຕອບທີ່ຖືກແທ້ ຈຳນວນນັ້ນແມ່ນສາມ "

ອາຈານຫົວຍ້າມໆ ຍິ້ມຢ່າງອາລົມດີ
" ບາດນີ້ຂໍ້ທີສອງ ທຸກຄົນຈົ່ງຟັງໄວ້
' ຈຳນວນໃດຫານຫ້າ ຜົນອອກມາກຳລັງສີ່
ແລ້ວເອົາຜົນອອກນີ້ ຄູນຫ້າອອກສີ່ຊາວ ? ' "

ພໍອາຈານກ່າວແລ້ວ ພວກເຂົາກໍ່ສົນທະນາ
" ຄືວ່າຈຳນວນສິບ ແລ້ວມາຫານຫ້າ
ໄດ້ອອກມາເປັນຕົວຕັ້ງ ຄືສອງກໍ່າລັງສີ່
ສິບຫົກຄູນໃຫ້ຫ້ານີ້ ແປດສິບນັ້ນຖືກແນ່ນອນ "

ອາຈານຈິ່ງກ່າວຢ້ອນ ຕັ້ງຕື່ມຄຳຖາມ
" ' ດອກບົວງາມໃນໜອງ ໝູ່ຫົງລົງຫຼິ້ນ
ຖ້າພວກມັນຍິນດີດ້ວຍ ສອງໂຕຊົມດອກໜຶ່ງ
ເຮົາຈຶ່ງເຫັນບົວຢູ່ນ້ຳ ບານຄ້າງແຕ່ດອກດຽວ

ບາດວ່າຫົງຂາດຄູ່ກ້ຽວ ລອຍດ່ຽວຊົມບົວ
ຫົງໜຶ່ງຕົວໃນສະ ຂາດດອກບົວຊົມຫຼິ້ນ '
ໃຜໄດ້ຍິນຄຳຖາມແລ້ວ ສະເລີຍຄຳອອກມາເບິ່ງ
' ຢູ່ເທິງໜອງນ້ຳແຫ່ງນັ້ນ ມີດອກບົວຢູ່ນ້ຳ ແລະຫົງນັ້ນແມ່ນເທົ່າໃດ ? ' "

" ພວກນ້ອງຂໍໄລ່ໃສ່ເຈ້ຍ ໄດ້ບໍ່ອາຈານ ? "
ສຽງອຸທານຈາຂໍ ຈາກພວກເຂົາທັງຫ້າ
" ໃຫ້ເວລາຊຸມເຈົ້າ ສາມນາທີພໍບໍ່
ຖ້າພວກນີ້ບໍ່ໄດ້ ໃຜຮູ້ໃຫ້ຕອບມາ "

ບົວສະບາ ບໍ່ຊ້າ ບວກລົບຄູນຫານ
ຍິ້ມຫວານກັບ ສຸມາລີ " ເຈົ້າຕອບແມຄຳຖາມນີ້ "
" ເຈົ້າໄລ່ດີແລ້ວບໍຫັ້ນ ໝັ້ນໃຈບໍວ່າຖືກແນ່ "
" ກໍ່ເບິ່ງເອົາຂ້ອຍແກ້ ຖ້າຕົວເຈົ້າບໍ່ໝັ້ນໃຈ "

" ຕອນນີ້ເວລາໄດ້ ເກີນກວ່າສາມນາທີ
ຫ້າຄົນນີ້ໝົດສິດ ລຸ່ມເວທີຕອບມາໄດ້ "
ສຸມາລີ ໄຂຍິ້ມ " ຮຽນອາຈານ ນ້ອງຕອບວ່າ
ຫົງສີ່ໂຕຢູ່ໜ້ານ້ຳ ດອກບົວນັ້ນແມ່ນສາມ "

" ຄົນກໍ່ງາມມີຄວາມຮູ້ ຄິດໄລ່ເກັ່ງສະໝອງໄວ "
ອາຈານໄຂຄຳຍໍ ແລ້ວຍ່າງເດີນມາໃກ້
" ຊື່ແນວໃດລອງເວົ້າ ຮຽນຢູ່ໃສບອກໝູ່ແນ່
ອະທິບາຍແບບແກ້ໃຫ້ ພວກເຂົານັ້ນແດ່ເດີ "

ສຸມາລີ ເຂີນເກີ້ ເມື່ອຂຶ້ນສູ່ເວທີ
ບົວສະບາ ອາລົມດີ ຍິ້ມໃສ່ນາງຈົນເຫັນແຂ້ວ
" ນ້ອງຢູ່ ມັດທະຍົມຈອມແກ້ວ ປີສາມຫ້ອງສາມສີ່
ສຸມາລີ ແມ່ນຊື່ຂ້ອຍ " ແລ້ວຂຽນແກ້ໄລ່ເລກໄປ

" ມາຮັບເອົາຂອງຂວັນໄວ້ ໃຫ້ເປັນສິ່ງກຳລັງໃຈ "
ໃບໜ້ານາງສົດໃສ ຍົກມືປະນອມໄຫວ້
ແລ້ວຮັບເອົາຂອງຂວັນໄວ້ ລົງເວທີຢ່າງຄ່ອຍ
ນາງປ່ອຍຍິ້ມທີ່ອ່ອນຊ້ອຍ ມີໃຫ້ແກ່ທຸກຄົນ

ສຽງຜູ້ບ່າວສົນໆເວົ້າ ອ້ອນອິ່ນທັງສາຍຕາ
ນາງມາເຖິງ ບົວສະບາ ກໍ່ນັ່ງລົງຄຽງຂ້າງ
ນາງວາງຂອງຂວັນໃຫ້ ບົວສະບາ ກໍ່ຮັບຕໍ່
" ຂ້ອຍບໍ່ເອົາຄວາມຮູ້ເຈົ້າ " ນາງເວົ້າໃສ່ເຂົາ  ~~~~

" ອັນນີ້ຂອງຂວັນເຈົ້າ      ຂຶ້ນແກ້ຢູ່ເວທີ "
" ຂ້ອຍບໍ່ຍິນດີນຳ      ເພາະເຈົ້າເປັນຄົນແກ້ "
ບົວສະບາ ແລດູໜ້າ        ສົບຕານາງທັງຍິ້ມຕໍ່
" ເຈົ້າບໍ່ເອົາແທ້ບໍ່ນີ້ "      ສາຍຕາເຍີ້ຍໃສ່ນາງ

ສຸມາລີ ປິ່ນຂ້າງ              ຫັນຫຼັງໃສ່ ບົວສະບາ
ທຳທ່າທາງເສີຍໆ           ດັ່ງບໍ່ຍິນເຂົາເວົ້າ
ບົວສະບາ ເອົາມືຍູ້          ຊູນແຂນນາງຄ່ອຍໆ
" ຕົວເຈົ້າຄຽດໃຫ້ຂ້ອຍ    ເຫດຜົນນັ້ນແມ່ນຫຍັງ ?

ຂ້ອຍກໍ່ຫວັງຢາກໃຫ້ເຈົ້າ ເປັນຄົນເກັ່ງໃນສາຍຕາ
ຂອງຄູບາອາຈານ           ໝູ່ນັກຮຽນໄດ້ເຫັນຮູ້ "
ນາງຫັນມາດູໜ້າ            ແນມເຂົາແລ້ວເວົ້າວ່າ
" ກໍ່ມີຄົນວ່າໃຫ້ຂ້ອຍ       ເອົາຄວາມຮູ້ຜູ້ອື່ນໂຊວ "

" ແມ່ນໃຜໂຄສະນາເຈົ້າ ເວົ້າວ່າໃຫ້ເສຍຫາຍ "
ນາງສົ່ງສາຍຕາແນມ      ໃສ່ຜູ້ຍິງຢູ່ທາງໜ້າ
" ມາລາໃຈ ຄົນນັ້ນ         ນາງຫຍາມເຮົາເຈົ້າຮູ້ບໍ່ "
" ເຈົ້າກໍ່ເຮັດບໍ່ເດືອດຮ້ອນ ກໍ່ໝົດເລື້ອງແລ້ວນີ້ໜາ "

" ກໍ່ນາງວ່າໃຫ້ຂ້ອຍ ເຈົ້າກໍ່ເກັ່ງຄືກັນເນາະ '
ແລ້ວສົ່ງສຽງຫົວເລາະ ເມື່ອຂ້ອຍການກິນີ້
ພ້ອມທັງມີສາຍຕາເຍີ້ຍ ແນມເຮົາແລ້ວເວົ້າໃສ່
' ມີຜູ້ບ່າວແກ້ໃຫ້ນີ້ ສຳພໍແລ້ວຈຶ່ເກັ່ງໜໍ ' "

ບົວສະບາ ບໍ່ເວົ້າ ພຽງຍິ້ມໃສ່ຫວານໆ
ນາງຮູ້ສຶກລຳຄານ ຢູ່ໃນຮອຍຍິ້ມ
ນາງຄ່ອຍວາຈາຊິ້ມ " ລະວັງຕົວໄວ້ກ່ອນ
ບາດເລີກນີ້ຂ້ອຍຊິຢ້ອນ ໄປເວົ້າໃສ່ຄືນ "

ນາງກ່າວຢືນຢັນສູ້ ບໍ່ຍອມອ່ອນຕໍ່ຄົນໃດ
" ເກັບໃສ່ໃຈໄປຄິດ ໃຫ້ເໝື່ອຍຫົວເຮັດຫຍັງນີ້
ເຈົ້າກໍ່ຍັງມີຂ້ອຍ ທີ່ຍັງຄອຍເອົາໃຈໃສ່
ສິ່ງທີ່ຂ້ອຍເຮັດໄດ້ ກໍ່ເໝືອນເຈົ້າຫັ້ນລະໜາ "

" ແຕ່ນາງວ່າໃຫ້ຂ້ອຍ ມັນຫຍາມມິ່ນນ້ຳໃຈກັນ ນີ້ນາ "
" ກໍ່ຊ່າງຕາມມັນເທາະ ຢ່າຄຽດເລີຍພຽງນີ້
ຄັນເຈົ້າມີຮອຍຍິ້ມ ຈະໝົດໄປເລື່ອງຄຽດງ່າຍ
ທ່າທາງອາຍຢູ່ໄດ້ ກໍ່ລອງຍິ້ມໃສ່ຂ້ອຍແມ "

ສຸມາລີ ແລໜ້າ ແລ້ວຍິ້ມຕໍ່ ບົວສະບາ
ນາງຮູ້ສຶກໃນອຸລາ ເລີ່ມຊື່ນບານນິດໜ້ອຍ
ນາງປ່ອຍສາຍຕານິ້ງ ຫຼິງເຂົາແລ້ວເວົ້າຕໍ່
" ຂ້ອຍກໍ່ຍິ້ມແລ້ວນີ້ ຕົວເຈົ້າຊ່ວຍຂ້ອຍແມ "

" ເວົ້າແທ້ໃດຍາມຍິ້ມ ຊ່າງງາມເດັ່ນໃນອຸລາ
ຍິ້ມດົນໆແນ່ແມລະ ຊິນັ່ງຊົມຕົວເຈົ້າ "
ສຸມາລີ ເອົາມືຍູ້ ຈັບຕົວເຂົາຄ່ອຍໆ
" ຢ່າມາຍົວະຂ້ອຍຍິ້ມ ຄົນບ້າໜ້າບໍ່ອາຍ "

" ເປັນແນວໃດເລື່ອງໂກດຮ້າຍ ຫາຍສວ່າງໃນອາລົມ ແລ້ວຕີ "
ນາງແປງຜົມທີ່ບັງຕາ ຈາກໜ້ານາງແລ້ວຈາເວົ້າ
" ແນ່ນອນເຮົາຕ້ອງທຳແທ້ ແຕ່ກັບເມືອຮອດເຮືອນກ່ອນ
ຄົນທີ່ຈະເດືອດຮ້ອນ ເປັນເຈົ້າບໍ່ແມ່ນນາງ "

" ເຈົ້າຄິດວ່າຂ້ອຍຢ້ານ ຄຳຂູ່ເຈົ້າບໍນາງ "
ບົວສະບາ ວາງຄຳ ເຍີ້ຍນາງແລ້ວຫົວຂຶ້ນ
ສຸມາລີ ຫຶນໃນແຂ້ວ ທັງສາຍຕາລ້າວໃສ່
" ອົດດີໃຈ ເມືອຮອດບ້ານ ຫູເຈົ້າຊິຢ່ອນຍານ "

" ເຈົ້າເວົ້າປານກັບຂ້ອຍ ບໍ່ມີແຂ່ງແຂນຂາ "
" ຈົ້າຈະມາລວນລາມ ຜູ້ອ່ອນແອຫຼືນີ້
ອວດແຕ່ໂຕມີກ້າມ ລວນລາມເຮົາໄດ້ງ່າຍ
ແຕ່ຂ້ອຍໝາຍຊະນະເຈົ້າ ອາໃສເລ້ຫຼ່ຽມກົນ "

ບົວສະບາ ຮອຍຍິ້ມພົ້ນ ແລ້ວເວົ້າຕໍ່ ສຸມາລີ
" ຟັງແນ່ຕີອາຈານ ເພິ່ນຖາມຫຍັງຫັ້ນ "
" ' ແກ້ວຢູ່ໃນຂັນນີ້ ທັງໝົດມີ ສິບເກົ້າໜ່ວຍ
ສາມສາວງາມຊ່ວຍຍ້າຍ ຂົນແກ້ວອອກໄປ

ຜູ້ທີໜຶ່ງຖືໄດ້ ເທື່ອສາມໜ່ວຍໃນມື
ຜູ້ທີສອງສາມາດຖື ສີ່ໜ່ວຍຍໍພໍໜ້າ
ຜູ້ທີສາມຖືຫ້າ ຂົນອອກມາຈັດແຈງໃໝ່
ຢູ່ໃນຂັນ ບໍ່ໃຫ້ເຫຼືອແກ້ວຄ້າງ ຜູ້ຈັກຖ້ຽວຈຶ່ງຊິໝົດ ? "

ນັກຮຽນຈົດຂຽນແຕ້ ຄິດໄລ່ຢູ່ງຸບໆ
ບໍ່ເຫັນໃຜສະຫຼູບຜົນ ເພາະໄລ່ກັນບໍ່ທັນໄດ້
ອາຈານໄຂວາຈາຂຶ້ນ " ມີໃຜແກ້ໄດ້ບໍ່ ? "
ຫຼາຍຄົນຕ່າງກໍ່ຍິ້ມ ສະແດງໜ້າແລ້ວແກວ່ງຫົວ

ແນມເຫັນຈົວຍໍມືຂຶ້ນ ແລ້ວຖາມຕໍ່ອາຈານ
" ຕັ້ງບວກລົບຄູນຫານ ໄດ້ແຕ່ພຽງສົມຜົນນີ້
ສ່ວນວິທີຂຽນແກ້ ອາຈານບອກໃຫ້ແນ່ "
ຕ່າງກໍ່ແລເບິ່ງໜ້າ ແລ້ວຫົວຍິ້ມໃສ່ກັນ

" ບົດເລກພຼະຂຽນນັ້ນ ຜູ້ທີໜຶ່ງສາມອິກ ( 3X )
ຜູ້ທີສອງສີ່ອີກະເລັກ ( 4Y ) ແລະຫ້າແຊັດຜູ້ສາມຫັ້ນ ( 5Z )
ບວກເຂົ້າກັນອອກສິບເກົ້າ ເອົ໋າພາກັນແກ້ເບິ່ງ "
ຍິ່ງໄລ່ເຫິງຍິ່ງບໍ່ໄດ້ ນັກຮຽນນັ້ນແກວ່ງຫົວ

ບົວສະບາ ຄິດຄົ້ນຄວ້າ ສິ່ງງ່າຍມາຂຽນ
ຕາມບົດຮຽນ ອຸປະຄູນ ແລະ ທະວີຄູນ ນັ້ນ
ຂຽນເປັນຖັນລົງໄວ້ ຈຳນວນໃດເໝາະກວ່າ
ຖັນໃດ ຫານຂາດ ສາມ ສີ່ ຫ້າ ຂຽນໄວ້ຕໍ່ໆລົງ

ຈຸດປະສົງເພື່ອຊິໄດ້ ຄິດໄລ່ປະສົມກັນ
ຖ້າຫາກສາມຈຳນວນໃດ ບວກກັນອອກສິບເກົ້າ
ກໍ່ຈິ່ງເອົາຈຳນວນນັ້ນ ເປັນຂອງຜູ່ໜຶ່ງໆ
ແລ້ວຈຶ່ງ ຫານໃຫ້ສາມສີ່ຫ້າ ກໍ່ເປັນຖ້ຽວທີ່ຂົນ ~ ~ ~ ~ ~ ~

ຫຼາຍຄົນຕ່າງກໍ່ເວົ້າ                     ຕອບຕໍ່ເປັນສຽງດຽວ
" ສອງຖ້ຽວຄົນທຳອິດ                 ແລະຜູ້ທີສອງນັ້ນ
ຄົນທີ່ສາມ ຂະຫຍັນໜ້ອຍ           ຂົນໄປໄດ້ຖ້ຽວໜຶ່ງ "
ແລ້ວອາຈານຈຶ່ງຍິ້ມ                    ຈາຂຶ້ນ " ເກັ່ງທຸກຄົນ

ແຕ່ວ່າຜົນທີ່ໄດ້                          ຄິດໄລ່ແນວໃດ ? "
ບໍ່ມີໃຜພໍຄົນ                               ກ້າອ້າງໃນວິທີແກ້
ມີແຕ່ ບົວສະບາ ອ້າງ                  ເອົາບົດຂຽນໄປໃຫ້ເບິ່ງ
ອາຈານເຍິງເຈ້ຍຂຶ້ນ                   ແລ້ວຈາເວົ້ " ນ້ອງເກັ່ງຫຼາຍ

ບົດເລກແກ້ງ່ານີ້                       ວິທີໄລ່ມີຫຼາຍ
ພວກມໍປາຍມໍຫົກ                       ອາດຊິຕົກໝົດຊັ້ນ
ເພາະວ່າພາກັນແກ້                    ຕາມວິທີທີ່ຍາກກວ່າ
ສາມຕົວລັບ ສົມຜົນກຳນົດບໍ່ໄດ້    ພາກັນແກ້ໄລ່ຈັ່ງໃດ ? "

ພໍທຸກຄົນໄດ້ເບິ່ງແລ້ວ                 ເລກງ່າຍໆຍັງເຈັບຫົວ
ພາກັນມົວເມົາຄິດ                      ໄລ່ຈົນເຕັມເຈ້ຍ
ສຸດທ້າຍມາເສຍໜ້າ                   ເດັກມໍສາມຮູ້ດີກວ່າ
ຮຽນຂຶ້ນຫ້ອງລ້າໆ                      ຄວາມຮູ້ໂລດບໍ່ມີ

" ບັດນີ້ຖາມຂໍ້ທ້າຍ                     ໄລ່ງ່າຍໆມັນໆ
ຈົ່ງພາກັນຟັງຄຳຖາມ                  ແລ້ວຈຶ່ງຂຽນວິທີແກ້
' ລົດບີບແກຄົນຂຶ້ນ                     ຊາຍລື່ນຍິງສາມເທື່ອ
ພໍເມື່ອລົດຈອດປ້າຍ                   ຊາຍລົງຫ້າຍິງຂຶ້ນສອງ

ພໍລອງນັບອີກຄັ້ງ                        ຜູ້ຊາຍລື່ນສາມຄົນ
ຖາມວ່າຄົນໂດຍສານ         ຂຶ້ນທຳອິດຈັກຄົນນີ້ ? "
ມາລາໃຈ ມີຮອຍຍິ້ມ                   " ຮຽນອາຈານ ນ້ອງຕອບວ່າ
ຄົນຂີ່ມາກ່ອນຈອດປ້າຍ              ຊາວຄົນແທ້ແນ່ນອນ "

ສາຍຕານາງສົ່ງຢ້ອນ                  ແນມມາເບິ່ງ ບົວສະບາ
ຍິກຫາງຕາເບົາໆ                       ຍິ້ມໃສ່ເຂົານິດໜ້ອຍ
ສຸມາລີ ຄອຍຈ້ອງ                       ຂີນຕາເອົາແທ້ວ່າ
ບົວສະບາ ກໍ່ຍິ້ມ                         ນິດໜ້ອຍສົ່ງຄືນ

ສຸມາລີ ຂົມຂື່ນເນື້ອ                     ກັບພາບຖັ່ງດວງໃຈ
ນາງເດ່ມືໄປບິດຂາ                     ເຮັດໃຫ້ຕົວເຂົາຮ້ອງ
ບົວສະບາ ແນມຈ້ອງ                  ສົບຕາແລ້ວເວົ້າວ່າ
" ບິດຂາຂ້ອຍເຊັ່ນນີ້                    ຫວງຂ້ອຍແມ່ນບໍ ? "

ສຸມາລີ ບໍ່ຊ້າ                               ບິດຕໍ່ທັນທີ
" ຂ້ອຍເຈັບໃດ ສຸມາລີ                 ເຈົ້າຈົ່ງເຊົາຢ່າບິດຂ້ອຍ "
ເຂົາປ່ອຍວາຈາເວົ້າ                    ວອນນາງຢ່າງຄ່ອຍໆ
ນາງປ່ອຍມືອອກແລ້ວ                 ຕາເລັງຈ້ອງໃສ່ເຂົາ

ນາງຄ່ອຍວາຈາເວົ້າ                   ອ່ອນໆຫວານໆ
" ແມ່ນໃຜຫວະອຸທານ                ວ່າຢ່າບິດຂາຂ້ອຍ
ພຽງຂ້ອຍຊູນນິດໜ້ອຍ                ທຳມາຍາອ້ອນອິ່ນ
ທັງແຜ່ນດິນຍົກຍ້ອງ                   ຜູ້ຊາຍກ້າແກ່ນແຂງ

ແຕ່ເຈົ້າ ມາສະແດງໃຫ້ຕົວຂ້ອຍ ເຫັນຈຸດອ່ອນຄວາມເປັນຊາຍ
ເຈັບນິດດຽວບໍ່ເຖິງຕາຍ               ກໍ່ໜ້າອົດທົນໜ້ອຍ
ເຮັດສຳອອຍແນວນີ້                    ເສຍສັກສີໝົດຄ່າ
ຂ້ອຍວ່າ ເຈົ້າສົມຄວນໄປນຸ່ງສິ້ນ ຖ້າໃຈເຈົ້າອ່ອນແອ "

ບົວສະບາ ແລດູໜ້າ                    ບໍ່ເວົ້າວ່າຄຳໃດ
ເຂົາຮູ້ສຶກບໍ່ພໍໃຈ                         ຕໍ່ຄຳນາງຫຍາມເວົ້າ
ກໍ່ເພາະເຮົາເຫັນເຈົ້າ                  ສະໜິດກັນມາກກວ່າ
ຂ້ອຍຈຶ່ງວ່າເຊັ່ນນີ້                       ແຕ່ຕົວເຈົ້າຄິດຫຼາຍ

ເລີຍເຫັນຂ້ອຍໃນແງ່ຮ້າຍ           ໄຮ້ຄ່າສັກສີເສຍ
ກາຍເປັນຊາຍຈິດເພຍ                ອ່ອນແອໃຈທໍ້
ຂ້ອຍກໍ່ສຳອອຍຫຼິ້ນ                     ພຽງລົມກັນເທົ່ານີ້ນ່າ
ຍັງຕູ່ຫາຂ້ອຍໄດ້                        ໃຫ້ເປັນເລື້ອງເສື່ອມສິນ

ຂ້ອຍໄດ້ຍິນເຈົ້າເວົ້າ                   ປະນາມດ່າຄວາມເປັນຊາຍ
ເຫັນຂ້ອຍໝົດຄວາມໝາຍ          ຢູ່ໃນສາຍຕາເຈົ້າ
ຕໍ່ແຕ່ນີ້ ຂ້ອຍຈະບໍ່ຈາເວົ້າ            ຄຳອ່ອນແອໃຫ້ເຈົ້າວ່າ
ຈະບໍ່ທຳທ່າຂີ້ອ້ອນ                     ໃຫ້ຕົວເຈົ້າມິ່ນຫຍາມ

ບົວສະບາ ສຸດຫັກຫ້າມ               ຕໍ່ຄຳກ່າວຂອງນາງ
ເຂົາລຸກຍ່າງອອກຫ້ອງໄປ           ບໍ່ກ່າວລາພໍນ້ອຍ
ສຸມາລີ ຄອຍແນມຈ້ອງ                ທັງໃຈກໍ່ຄິດວ່າ
' ບໍ່ໜ້າເລີຍຊາຍດັ່ງເຈົ້າ              ຊິໃຈນ້ອຍໄຮ້ເຫດຜົນ ' ~ ~ ~ ~ ~

ມາລາໃຈ ຮອຍຍິ້ມພົ້ນ                ເມື່ອມາມໍ່ ສຸມາລີ
" ຂ້ອຍຍິນດີຢາກມາລົມ              ເພື່ອຮູ້ກັນກັບເຈົ້າ "
ມາລາໃຈ ຈາເວົ້າ                       ໄຂຄຳຂຶ້ນກ່ອນ
" ກະລຸນານັ່ງບ່ອນນີ້ "                 ພວກນາງຍິ້ມຕໍ່ກັນ

" ເຈົ້ານັ້ນຮຽນເກັ່ງນີ້                    ຄິດອ່ານສະໝອງໄວ "
ສຸມາລີ ຈາໄຂ                             ຍ້ອງນາງໃນຕອນຕົ້ນ
" ຜູ້ສົນໃຈສະແຫວງຮູ້                 ໝົດທຸກຄົນສາມາດເກັ່ງ
ບໍ່ແມ່ນ ຮອດມື້ເສັງຈຶ່ງຄົ້ນຄວ້າ     ຫຼືລໍຖ້າກ່າຍເອົາ

ຂໍອະໄພຖ້າຂ້ອຍເວົ້າ                  ຫາກຖືກບ່ອນໃຈດຳ
ເຮົາຄ່ອຍຈຳຫວນຄິດ                 ແຕ່ລະວັນນິດໜ້ອຍ
ຄ່ອຍໆຮຽນໄປເລື້ອຍ                  ຫຼາຍວັນຫາກຊິເກັ່ງ
ຮອດມື້ເສັງ​ເພີ່​ມຄົ້ນຄວ້າ             ເສັງໄດ້ຜ່ານສະບາຍ

ບໍ່ແມ່ນເຮົາໃສ່ຮ້າຍ                     ໃດໝູ່ ນີ້ຄວາມຈິງ
ເຖິງວ່າເຮົາເປັນຍິງ                     ກໍ່ເກັ່ງທຽມຜູ້ຊາຍໄດ້
ພຽງແຕ່ໃຈເຮົາຕັ້ງ                      ຍາມຮຽນຕ້ອງຈົດຈໍ່
ພໍຍາມຫວ່າງຢູ່ບ້ານ                    ເຮົານັ້ນກໍ່ອ່ານຄືນ

ພະຍາຍາມອ່າລຶ້ມ                    ຫາກຄ່ອຍຈື່ໄປເອງ
ຮັບຮອງໃນວັນເສັງ                     ຜ່ານສະບາຍຫາຍຮ້ອນ
ບໍ່ແມ່ນຈາສອນເຈົ້າ                    ເຮົາຮຽນຢ່າງທີ່ວ່າ "
" ປານນັ້ນ ຍັງມີຄົນເກັ່ງກວ່າເຈົ້າ ເຂົາຮຽນຮູ້ຈັ່ງໃດ ? "

ມາລາໃຈ ໄຂຍິ້ມ                        ແລ້ວເວົ້າຕໍ່ ສຸມາລີ
" ຂ້ອຍບໍ່ມີຄຳເຫັນ                      ເພາະຂ້ອຍເປັນທີສອງນີ້ "
ສຸມາລີ ຫົວຍິ້ມ                           ວາຈາໃຫ້ເຂົ້າທ່າ
" ຂ້ອຍບໍ່ໄດ້ວ່າເຈົ້າ                     ແຕ່ເຮົາເວົ້າເລື່ອງຈິງ "

ສອງຍິງສາແນມໜ້າ                ແລ້ວຍິ້ມຕໍ່ຢ່າງສຸກໃຈ
" ບົວສະບາ ໄປໃສ                     ຂ້ອຍຍ່າງມາເຫັນລົມເຈົ້ ? "
" ຄິດວ່າເຮົາຫວນຮູ້                    ຕົວເຂົາໄປທຸກທີ່ ?
ເຂົາຍ່າງໜີຈາກຂ້ອຍ                 ບໍ່ເຫັນເວົ້າກ່າວຫຍັງ "

ມາລາໃຈ ຟັງນາງເວົ້າ                ແລ້ວຍິ້ມຕໍ່ຫວານໆ
" ຂ້ອຍຕ້ອງການຮູ້ຈັກລາວ          ເຈົ້າແນະນຳໄດ້ບໍນີ້ ? "
ສຸມາລີ ຫົວຍິ້ມ                           ແນມນາງແລ້ວເວົ້າວ່າ
" ເຈົ້າກ້າຫານຢູ່ແລ້ວ                  ໃນເລື້ອງຄົບຫາ "

" ແຕ່ວ່າຂ້ອຍບໍ່ກ້າ                      ຈະໄປເອີ່ຍກັບເຂົາ
ແນະນຳເຮົາຈັກນິດ                    ອາດຊິດີໃດເຈົ້າ "
ຫຼັງຈາກ ມາລາໃຈ ເວົ້າ               ສຸມາລີ ຫົວຄ່ອຍໆ
" ຂ້ອຍກໍ່ເຫັນພວກເຈົ້າ               ຫົວຍິ້ມໃສ່ກັນ

ບໍ່ວ່າຕົວເຈົ້ານັ້ນ                         ບໍ່ກ້າເອີ່ຍກັບເຂົາ "
" ກໍ່ເຮົາຍັງເກງໃຈໂຕ                 ຊິເຂົ້າໄປຈາເວົ້າ "
" ເລີຍເອົາເຮົາເປັນຂົວຂ້າມ         ຫຼືພາຍເຮືອເຂົ້າໄປສົ່ງ
ຫວັງວ່າ ແຂ້ສົ່ງໝາຂ້າມນ້ຳ         ວິດແລ້ວຂີ້ໃສ່ດັງ "

ມາລາໃຈ ຟັງນາງເວົ້າ                ແລ້ວຍິ້ມຕໍ່ຫວານໆ
" ຂ້ອຍບໍ່ຫານເນລະຄຸນ               ຜູ້ເຮັດດີກັບຂ້ອຍ
ບໍ່ວ່າຊິໃຈນ້ອຍ                           ຫວງກິນຢ້ານບໍ່ອີ່ມ "
ແລ້ວສອງສາວກໍ່ຍິ້ມ                   ຫົວຂຶ້ນຢ່າງຖືກໃຈ

" ຊັ້ນເຈົ້າຊິໃຫ້ຂ້ອຍ                    ແນະນຳວ່າແນວໃດ ? "
" ເຈົ້າກັບເຂົາເປັນໃຜ                  ແນະນຳກ່ອນແມນີ້ "
ມາລາໃຈ ນາງຈີ້                         ເຈາະໃຈເຂົ້າໄປກ່ອນ
ສຸມາລີ ຈຳຕ້ອງຊ້ອນ                   ຄວາມໃນນັ້ນໄວ້ໃຫ້ດີ

" ລະຫວ່າງ​ພວກ​ເຮົາ​ນີ້               ກໍ່​ເປັນ​ເພື່ອນ​ທຳ​ມະ​ດາ
ດັ່ງ​ເຈົ້າ​ເຫັນ​ນັ້ນ​ລະ                     ມັກຢອກ​ຕົວ​ຫົວ​ຫຼິ້ນ "
" ແຕ່​ຂ້ອຍ​ຍິນ​ບາງ​ຄົນ​ເວົ້າ           ເປັນ​ແຟນກັນ​ນີ້​ນ່າ "
ມາລາ​ໃຈ ກ່າວ​ເວົ້າ           ເຈາະຈີ້ມ​ສິ່ງ​ຖາມ

" ຄັນ​ເວົ້າ​ຕາມ​ຄວາມ​ຈິງ​ແລ້ວ      ເຮົາ​ເປັນ​ເພື່ອນ​ສະໜິດ​ກັນ
ສິ່ງຜູກ​ພັນ​ທາງ​ໃຈ                      ກໍ່ອາດ​ມີ​ນິດ​ໜ້ອຍ
ເປັນ​ພຽງ ຄວາ​ມຮູ້ສຶກ​ຂອງ​ຂ້ອຍ ເຂົາບໍ່​ເຄີຍ​ຮັບ​ຮູ້​ເທື່ອ "
" ຂ້ອຍ​ຈະ​ລອງ​ເຊື່ອ​ເຈົ້າ              ກັບຄຳ​ເວົ້າ​ວ່າ​ເພື່ອນ​ກັນ "

" ສະ​ແດງ​ວ່າ​ເຈົ້າ​ນັ້ນ                  ບໍ່ຍອມ​ເຊື່ອ​ສິ່ງ​ເຮົາ​ຈາ ? "
" ຂ້ອຍ​ກໍ່​ພວມ​ພະຍາຍາມ      ເພື່ອ​ເຂົ້າ​ໃຈ​ສິ່ງ​ຈາ​ເວົ້າ "
" ຂ້ອຍ​ຮູ້​ດີ​ວ່າ​ຕົວ​ເຈົ້າ                  ສະໝອງ​ໄວ​ຮັບ​ຮູ້​ງ່າຍ
ມີສາຍຕາ​ທີ່​ຄິດ​ຄົ້ນ           ເຫັນ​ແລ້ວ​ກໍ່​ເຂົ້າ​ໃຈ "

" ເຈົ້າ​ຍ້ອງ​ເຮົາ​ເກີນ​ໄປ​ແລ້ວ        ຄວາ​ມ​ໂງ່​ຂ້ອຍ​ມີ​ຫຼາຍ
ເປັນ​ຕົ້ນ​ເລື່ອງ​ຜູ້​ຊາຍ                   ຢາກ​ເຂົ້າ​ໃຈ​ຈິງ​ແທ້ "
ສຸມາລີ ແລ​ໜ້າ                           ແນມຕາ​ແລ້ວ​ເວົ້າ​ຕໍ່
" ຂ້ອຍ​ກໍ່​ວ່າ​ຢ່າງ​ເຈົ້າ                   ຜູ້ຊາຍ​ນີ້​ຍາກ​ເຂົ້າ​ໃຈ "

" ຊັ້ນ​ເຈົ້າ​ກໍ່​ເຄີຍ​ຮ້ອງ​ໄຫ້              ຫຼາຍໆ​ເທື່ອ​ເພາະ​ຕົວ​ເຂົາ "
ນາງ​ເວົ້າ​ເຈາະ​ທາງ​ໃນ         ເພື່ອຊອກ​ເອົາ​ຄວາມ​ຈິງ​ໄວ້
ສຸມາລີ ໄຂ​ຍິ້ມ               ເບີ​ຍອາລົມ​ອອກ​ນິດ​ໜ່ອຍ
" ເຫດຜົນ​ໃດ​ຂ້ອຍ​ຊິ​ໄຫ້               ພວກ​ເຮົາ​ນັ້ນ​ເພື່ອນ​ກັນ "

ມາລາ​ໃຈ ສຸກ​ສັນ​ຍິ້ມ                   ແລ້ວ​ເວົ້າ​ຕໍ່ ສຸມາລີ
" ຖ້າ​ຂ້ອຍ​ມີ​ຈຸດປະສົງ                 ຢາກພົບ​ເຂົາ​ເປັນ​ແຟນນີ້
ເຈົ້າຈະ​ມີ​ຄວາມ​ເສົ້າ          ເຫງົາ​ໃນ​ໃຈ​ຫຼື​ບໍ່ ? "
ທັງນັ່ງ​ລໍ​ຈົດ​ຈໍ່​ຕັ້ງ                        ຟັງຄຳ​ເວົ້າ​ທີ່​ຕອບ​ມາ ~ ~ ~ ~ ~

ສຸມາລີ ອວ່າ​ໜ້າ                      ມາ​ເບິ່ງ ມາລາ​ໃຈ
ນາງຢາກ​ໄຂ​ຄວາມ​ໃນ                ອອກມາ​ໃຫ້​ຫວນ​ຮູ້
ວ່າ​ເຂົາ​ເປັນ​ຊາຍ​ຊູ້           ໃນ​ໃຈ​ນາງ​ຢ່າງ​ແນ້ວ​ແນ່
ຢາກດູ​ແລ​ຢູ່​ໃກ້                           ຄຽງຂ້າງ​ຄູ່​ສູ່​ວັນ

ນາງຢາກ​ບອກ​ສິ່ງ​ເຫຼົ່າ​ນັ້ນ           ອອກມາສູ່ ມາລາ​ໃຈ
ບອກຄວາມ​ໃນ​ຂອງ​ອົກ               ວ່າຮັກ​ຊາຍຄົນ​ນີ້
ນາງຢາກ​ມີ​ຄຳ​ເວົ້າ                      ກັບ ມາລາ​​ໃຈ ໃຫ້​ຮູ້​ວ່າ
ດວງອຸລາ​ນາງ​ຈ່ອງ​ແລ້ວ             ບໍ່ວາງ​ໃຫ້​ຜູ້​ອື່ນ​ໄປ

ດ້ວຍຫົວ​ໃຈ​ນາງ​ແລ້ວ                 ນາງຢາກ​ກ່າວ​ໃຫ້​ມັນ​ນັກ
ກ່າວອອກ​ມາ​ເຖິງ​ຄວາມ​ຮັກ         ທີ່ມີ​ຢ່າງ​ນອງ​ລົ້ນ
ກ່າວ​ໃຫ້​ຄົນ​ເຂົາ​ຮູ້                       ຫົວ​ໃຈ​ນາງ​ໄດ້​ຈັບ​ຈ່ອງ
ໃຈນາງ​ປອງ​ໜ່ຽວໝັ້ນ                ກັບ​ເຂົາ​ນັ້ນ​ຢ່າງ​ແນ່​​ໃຈ

ແຕ່​ແລ້ວ ນາງ​ໄດ້​ພຽງ​ຄິດ​ໄວ້        ຊ້ອນ​ເຊື່ອງ​ໃນ​ດວງ​ໃຈ
ນາງຈຶ່ງ​ເກັບ​ຄວາມ​ໃນ         ໃສ່ຊວງ​ຕົນ​ໄວ້
ບໍ່​ໃຫ້​ ມາລາ​ໃຈ ຮູ້                       ວ່າ​ໃຈ​ນາງ​ຮັກ​ເຂົາ​ແນ່
ເພື່ອພິສູດ​ຮັກ​ແທ້                       ນາງນັ້ນ​ຄິດ​ຢາກ​ລອງ

" ຕົວ​ຂ້ອຍ ບໍ່ມີ​ຫຍັງ​ຂັດຂ້ອງ        ຕາມ​ແຕ່​ຕົວ​ເຂົາ
ພວກ​ເຮົາ ເປັນ​ຜູ້ຍິງ​ຄື​ກັນ            ບໍ່ຮູ້​ໃຈ​ເຂົາ​ໄດ້
ເຂົາພໍ​​ໃຈ​ໃຜ​ນັ້ນ                   ເປັນ​ຈຸດ​ສໍາຄັນ​ກວ່າ
ຖ້າວ່າ​ເຂົາ​ຮັກ​ຂ້ອຍ​ແລ້ວ             ຕົວ​ເຈົ້າ​ຕ້ອງ​ປ່ຽນ​ໃຈ "

" ມັນ​ກໍ່​ຍັງ​ບໍ່​ແນ່​ໄດ້                      ທີ່ຈະ​ກ່າວ​ສະຫຼູ​ບຜົນ
ແນວຄິດ​ຂອງ​ຄົນ​ເຮົາ                  ທຸກໆ​ວັນ​ປ່ຽນ​ແປງ​ໄດ້ "
" ໜ້າສົນ​ໃຈ​ຄຳ​ເຫັນ​ເຈົ້             ເປັນ​ຄວາມ​ຈິງ​ທີ່​ກະຈ່າງ
ທຸກຢ່າງ​ໃນ​ໂລກ​ນີ້                      ລ້ວນ​ເປັນ​ເລື້ອງ​ບໍ່​ແນ່ນອນ "

" ດັ່ງ​ບົດ​ສອນ​ກ່າວ​ໄວ້                 ທຸກສິ່ງ​ອະ​ນິຈັງ
ຄວາ​ມທ່ຽງ​ແທ້​ຍັງ​ບໍ່​ມີ         ໃຫ້ອໍາ​ມະຕະ​ໄດ້ "
ມາລາ​ໃຈ ຈາ​ເວົ້າ            ເອົາທໍາ​ເຂົາ​ມາ​ວ່າ
ສິ່ງທໍາ​ມະ​ສອນ​ສັ່ງ​ໄວ້         ເ​ປັນ​ເລື້ອງ​ໜ້າ​ຮິ່ນຕອງ

ແລ້ວສອງ​ສາວ​ກໍ່​ຍິ້ມ                   ຮັບວ່າ​ກັບ​ຄຳ​ສອນ
ສິ່ງ​ແນ່ນອນ ຄືຄວາມ​ບໍ່​ແນ່ນອນ   ຊ່າງອະນິຈັງ​ແທ້
ແມ່ນ​ແຕ່​ແປວ​ກະ​ແສ​ນໍ້າ       ໄຫຼ​ແຮງ​ຍັງ​ຕັນ​ຢູ່
ນັກປາດ​ແສນ​ຮໍ່າ​ຮູ້                      ຍັງຜິດ​ໄດ້​ດັ່ງ​ກັນ

ສຸມາລີ ຫັນໜ້າ                           ມາເວົ້າຕໍ່ ມາລາໃຈ
" ເຈົ້າຮູ້ເຂົາດົນປານໃດ               ຈິ່ງຢາກເປັນແຟນນີ້ "
ມາລາໃຈ ມີຮອຍຍິ້ມ                   ສາຍຕາຫວານແລ້ວຕອບວ່າ
" ຂ້ອຍນີ້ຫາກໍ່ຮູ້                          ສອງສາມມື້ທີ່ພົບກັນ

ແຕ່ຂ້ອຍເຫັນເຂົານັ້ນ                  ມີຫຼາຍຢ່າງຕິດໃຈເຮົາ
ເລີຍຄິດ ຢາກໄດ້ເຂົາມາເປັນແຟນ ເຫດຜົນມີພຽງນີ້ "
ສຸມາລີ ແນມໜ້າ                        ໃນໃຈກໍ່ຄິດວ່າ
' ໜ້າຕາງາມທ່ຽງແທ້                  ແຕ່ໃຈນັ້ນງ່າຍໄປ '

ພິທີກອນນັ້ນໄດ້              ປະກາດກ່າວປິດພິທີ
ສຸມາລີ ຈາຊວນ                          ໝູ່ຄູ່ນາງຄຽງໃກ້
ມາລາໃຈ ຫົວຍິ້ມ                       " ຂໍໄປນຳໄດ້ບໍ່ ? "
" ຂ້ອຍກໍ່ພວມຊິເວົ້າ                   ຊວນເຈົ້າຢູ່ນີ້ໜາ "

ສຸມາລີ ຫົວຍິ້ມ                           ພ້ອມພໍ່າ ມາລາໃຈ
" ເຮົາພາກັນໄປເທາະ                 ໝູ່ຊິໄປໝົດແລ້ວ "
ສຽງ​ແຊວໆ​ຍັງ​ກ້ອງ                    ລົມກັນ​ດັງ​ສະ​ນັ່ນ
ເວົ້າ​ເລື່ອງ​ນີ້​ເລື່ອງ​ນັ້ນ                  ພໍ​ໄດ້​ຮັບ​ຟັງ

ພວກນາງ​ມາ​ນັ່ງ​ຫຼິ້ນ          ແຖວຮົ່ມ​ຝາງ​ແດງ
ດອກ​ເບັ່ງ​ບານ​ແຊມ​ກົກ               ເຮື່ອ​ເຮືອງ​ເຕັມ​ຕົ້ນ
ປະປົນ​ກັບ​ໃບ​ໄມ້                        ພວມຂຽວງາມ​ອຸ່ມ​ທຸ່ມ
ໃຕ້ຮົ່ມ​ສາວ​ນັ່ງ​ຈຸ້ມ           ຈາຫຼິ້ນ​ມ່ວນ​ຫົວ

ສຽງ​ເນືອງ​ນົວ​ນາດ​ນ້ອມ              ປາກຄ່​ອງສຽງ​ໃສ
ເວົ້າ​ເລື່ອງ​ຊາຍ​ຄົນ​ໃດ​ນໍ               ຈິ່ງມ່ວນ​ໃຈ​ປານ​ນີ້
ບາງຄັ້ງ​ມີ​ຮອຍ​ຍິ້ມ                      ສຽງ​ໂຮ​ນຳ​ດັງ​ສະ​ນັ່ນ
ເລົ່າ​ເລື່ອງ​ນີ້​ເລື່ອງ​ນັ້ນ                  ປະສົມ​ເຂົ້າ​ໃສ່​ກັນ

ມີຊາຍ​ຄົນ​ໜຶ່ງ​ນັ້ນ                       ພວມຍ່າງ​ເດີນ​ມາ
ສາຍຕາ​ຂອງ​ສາວໆ                    ຕ່າງກໍ່​ແຍງ​ຊົມ​ຍ້ອງ
ສາວອ້ວນ​ມອງ​ເຫັນ​ແລ້ວ            ຕີງຫາງ​ຕາ​ໃສ່​ພວກ​ໝູ່
" ມີ​ໃຜ​ຮູ້​ບໍ່​ນີ້                               ຊາຍ​ຄົນ​ນັ້ນ​ຊື່​ຫຍັງ ? "

ທຸກຄົນ​ໄດ້​ຟັງ​ແລ້ວ                     ກໍ່ຍິ້ມ​ຕໍ່​ຢ່າງ​ຈິງ​ໃຈ
" ເຈົ້າ​ໄປ​ນອນ​ຢູ່​ໃສ​ລະ                ຈິ່ງ​ເລົ່າ​ຖາມ​ຊຸ​ມຂ້ອຍ "
ມາລາ​ໃຈ ປ່ອຍ​ຮອຍ​ຍິ້ມ ຈິງ​ໃຈ​ບອກ​ບົ່ງ
ທິບພະ​ວົງ ຕົວ​ອ້ວນໆ                 ກໍ່​ເລີຍ​ຍິ້ມ​ເພື່ອ​ລຶບ​ອາຍ

ສະບາຍ​ດີ ! ສຽງ​ກ່າວ​ຂຶ້ນ ຈາກຊາຍ​ທີ່​ພວມ​ມາ​ເຖິງ
ເຂົາ​ເບິ່ງສາວ​ໃນ​ວົງ           ແລ້ວປ່ອຍ​ໃຈ​ໄຂ​ແຍ້ມ
ມາລາ​ໃຈ ແນມ​ໜ້າ                    " ກະລຸນາ​ເຊີນ​ນັ່ງ
ມັກບ່ອນ​ໃດ​ຕາມ​ແຕ່​ເຈົ້າ             ພວ​ກ​ເຮົາ​ນັ້ນ​ບໍ່​ຂີນ "

ພໍ​ເມື່ອ​ເຂົາ​ໄດ້​ຍິນ​ແລ້ວ                ນັ່ງຂ້າງ​ບ່ອນ​ ມາລາ​ໃຈ
ພ້ອມທັງ​ໄຂ​ວາຈາ                      ຕໍ່​ພວກ​ນາງ​ນິດ​ໜ້ອຍ
" ນາມ​ມະກອນ​ຂອງ​ຂ້ອຍ            ບົວສະບາ ເປັນ​ຊື່
ພວກ​ເພື່ອນ​ຄື​ຊິ​ຮູ້                        ໝົດ​ແລ້ວ​ທຸກໆ​ຄົນ ຕິບໍ ? "

ມາລາ​ໃຈ ຮອຍ​ຍິ້ມ​ພົ້ນ        ໃຫ້​ແກ່ ບົວ​ສະບາ
" ຂໍ​ສະ​ແດງ​ຄວາມ​ຍິນ​ດີ              ທີ່ຮູ້​ກັນ​ກັບ​ເຈົ້າ "
ມາລາ​ໃຈ ຈາ​ເວົ້າ            ໄຂ​ໄມຕີ​ໄວ້​ກ່ອນ
ບົວສະບາ ຈຶ່ງ​ກ່າວ​ຕ້ອນ              ວອນ​ເວົ້າ​ລ່ອງ​ຄໍ

" ເຮົາ​ກໍ່​ຍິນ​ດີ​ດ້ວຍ                      ດອມໝູ່​ສາວ​ສວຍ
ທີ່ຊ່ວຍ​ຊວນ​ຕົວ​ເຮົາ                   ຮ່ວມວົງ​ວາຈາ​ເວົ້າ
ຮ່ວມສາວໆ​ມີ​ຮອຍ​ຍິ້ມ        ໄຍສະ​ເໜສວຍ​ສະຫງ່າ
ພຽງຂ້ອຍ​ມາ​ພົບ​ຍິ້ມ                    ຍັງຫວານ​ຊຶ້ງຊໍ່າ​ໃຈ " ~ ~ ~ ~ ~

" ຮູບ​ຮ່າງ​ບໍ່​ຂີ້ຮ້າຍ            ເວົ້າກໍ່​ມ່ວນ​ນວນ​ຫູ
ຮຽມຢາກ​ດູ​ທາງ​ໃນ           ເບິ່ງ​ເດຫົວ​ໃຈ​ເຈົ້າ
ຢ້ານຫວານ​ພຽງ​ຄຳ​ເວົ້າ               ສະ​ເໜຫາ​ພາຍ​ນອກ
ສ່ວນທາງ​ໃນ​ບອກ​ບໍ່​ໄດ້               ຢ້ານ​ໃຈ​ສົ້ມ​ກວ່າ​ໝາກ​ນາວ ພຸ້ນນາ "

ສຽງ​ຈາກ​ສາວ​ຜູ້​ອ່າວ​ອ້ວນ      ກວ່າ​ໝູ່​ໃນ​ວົງ
ແລ້ວພວກ​ນາງ​ພາກັນ​ໂຮ            ຊວ່າ​ແຊວ​ດ້ວຍ​ຄວາມ​ປຶ້ມ
" ໂອ​ຂ້ອຍ​ລືມ​ໄຂ​ຂໍ້           ແນວນາມ​ຊັ້ນ​ຊື່
ມັນນັ້ນ​ຄື​ດັ່ງ​ຂ້ອຍ                        ບໍ່ລອຍ​ລ້ອງ​ຫ່າງ​ເຫີ​ນ ດອກນາ

ຊື່ຂ້ອຍ​ຕາມ​ໝູ່​ເອີ້ນ                     ອ້ວນ ອຸ່ນ​ນວນ​ນົງ
ທິບພະ​ວົງ ຄື​ນາມ            ແຫ່ງຮຽມ​ເປັນ​ເຄົ້າ "
" ໂອ​ໂຫນາມ​ມະກອນ​ເຈົ້າ           ສົມຕົວ​ຕາມ​ແຕ່ງ
ທິບພະ​ວົງ ກໍ່​ແມ້ງ                       ຟັງ​ໄດ້​ມ່ວນ​ດີ "

" ຂ້ອຍ​ບໍ່​ບອກ​ກໍ່​ໄດ້​ຕີ້          ເພາະທຸກ​ທີ່​ຫວນ​ເຫັນ
ພວກ​ເຮົາ ເປັນ​ເພື່ອນ​ຮຽນ​ໃນ​ຄາວ​ຫຼັງ ຮ່ວມກັນ​ແຕ່​ຍັງ​ນ້ອຍ "
ສຸມາລີ​ ສອຍ​ຂຶ້ນ                         ສະ​ແດງ​ຕົນ​ຕາມ​ຕ່າ​ວ
ບົ່ງບອກ​ຂ່າວ​ໃຫ້​ໝູ່​ຮູ້                  ວ່າຕົນ​ລື້​ງຕັ້ງ​ແຕ່​ເຫິງ

" ເຮົາ​ໂລດ​ຫາ​ກໍ່​ເພິ່ງ​ຮູ້                ເປັນ​ແຟນ​ເກົ່າ​ກັນ​ເບາະ ? "
ສາວອ້ວນ ສອຍ​ເອາະ​ເຊາະ     ເພື່ອ​ເກາະ​ເອົາ​ຄໍາ​ເວົ້າ
ສຸມາລີ​ງົມ​ເກົ້າ               ແປງ​ຜົມ​ໜ້ອຍ​ໜຶ່ງ
ແລ້ວຈຶ່ງ​ຂານ​ຕອນ​ຕ້ານ               ສາວອ້ວນ​ຜູ້​ວ່າ​ນາງ

" ແນ່ນ​ອນ ຂ້ອຍບໍ່​ຂີນ​ຄັດຄ້ານ     ຖ້າພວກ​ໝູ່​ເຫັນ​ດີ
ມາພີ້​ຕີ ບົວ​ສະບາ                       ມານັ່ງ​ຮຽງ​ຮຽມ​ພີ້ "
ພ້ອມທັງ​ມີ​ສາຍຕາ​ອ້ອນ              ວອນ​ເຂົາ​ເຂົ້າ​ມາສູ່
ຖ້າອົດ​ໃຈ​ຢູ່​ໄດ້                           ຄົນນັ້ນ​ບໍ່​ແມ່ນ​ຊາຍ

ບົວສະບາ ເຄື່ອນ​ຍ້າຍ                 ລຸກຍ່າງ​ເດີນ​ໄປ
ສຸມາລີ ຕາ​ໃສ               ໃສ່​ເຂົາ​ຄາວ​ນ້ອຍ
ທັງໝົດ​ຄອຍ​ແນມ​ໜ້າ         ໃນສາຍຕາ​ທີ່​ຈົດ​ຈໍ່
ທຸກຄົນ​ເຜີຍ​ຜໍ່​ໜ້າ                       ແລ້ວຫົວ​ຍິ້ມ​ຕໍ່​ກັນ

ສ່ວນສາວ​ ມາລາ​ໃຈ​ ນັ້ນ             ແນບ​ເນັ່ງ​ແນ​ຈິດ
ໃຊ້ສາຍຕາ​ເປັນ​ແນວ​ຄິດ             ລິດທິການ​ແທນ​ຄຳ​ເວົ້າ
ສຸມ​ໃສ່​ເຂົາ​ເປັນ​ຄື້ນ                     ຫວງ​ເຂົາ​ຢ່າງ​ດູດ​ດື່ມ
ແລ້ວຕື່ມ​ເຕີມ​ຕໍ່​ທ້າຍ                   ດ້ວຍຄຳ​ເວົ້າ​ທີ່​ສຽບ​ໃຈ

" ຄົນຫຼໍ່ສົດຊື່ນໃຊ້                       ຄວາມຫຼໍ່ໃຫ້ເປັນຜົນ
ຄ່າຂອງຄົນຄົງສູງ                       ຈຶ່ງອວດຕົວເອງໄດ້
ລົມປາກສາວໄຂເວົ້າ                   ຄຳດຽວກໍ່ໃຈງ່າຍ
ບໍ່ໜ້າເລີຍຊາຍດັ່ງເຈົ້າ                ຫູເບົາໃບ້ບອດສະໝອງ "

ບົວສະບາ ຈຳຕ້ອງ                     ໂຍບນັ່ງເບົາໆ
ແວວຕາເຂົາເປັນປະກາຍ            ກຽດນາງໃນຄຳເວົ້າ
ນາງກັບເຂົາເປັນໃຜແທ້              ທຳວາທີທ້າທ່າ
ໃບໜ້າງາມອ່ອນນ້ອມ                ແຕ່ຄຳເວົ້າບໍ່ຮິ່ນຕອງ

ສຸມາລີ ປະຄອງຂ້າງ                   ແລ້ວເວົ້າຕໍ່ ບົວສະບາ
" ມາໃກ້ເຮົາດີແລ້ວລະ                ຊິເບິ່ງແຍງດູແລເຈົ້າ "
ພໍໄດ້ຍິນຄຳເວົ້າ                         ມາລາໃຈ ສີໜ້າຫຼ່າ
ນາງຄິດຫາສິ່ງແກ້                      ກັບຄຳເວົ້າທີ່ສຸຂຸມ

" ຄຳເວົ້າຂ້ອຍ ອາດບໍ່ນຸ້ມດັ່ງຝ້າຍ             ຫຼືແຫຼມດັ່ງປາຍເຂັມ
ແລະບໍ່ ເຜັດ ເຄັມ ຫວານ             ດັ່ງ ພິກ ເກືອ ລຳອ້ອຍ
ຕົວຂອງຮຽມຍັງດ້ອຍ                  ຜະຫຍາຮຽມບໍ່ທັນຄ່ອງ
ສະໝອງຍັງບໍ່ຮອບຮູ້                  ຈຶ່ງຫຼົງເວົ້າໃຫ້ເພິ່ນຊັງ "

ມາລາໃຈ ກ່າວຢັ້ງ                      ສະເໜີເພດເຍົາໄວ
ຄິດເສຍໃຈໃນຕົນເອງ                 ທີ່ກ່າວຈາສັນນັ້ນ
ມັນບໍ່ສົມຄວນແທ້                       ຈະແນຄຳແຄ້ນຄ່າ
ຫຼົງຮັກເຂົາເຮົາບໍ່ໜ້າ                  ວາຈາເວົ້າລົບລູ່ໃຈ

" ຂໍອະໄພໂທດດ້ວຍ                   ທີ່ຂ້ອຍກ່າວບໍ່ເໝາະສົມ
ກ່າວທະນົງແນວຄິດ                   ບໍ່ໄຄ່ຄວນຄຳເວົ້າ
ຫວັງວ່າ ບົວສະບາ ເຈົ້າ              ອະໄພເຮົາມາດມຸ່ງ "
ໄມຕີປຸງແຕ່ງຕ້ອນ                      ເສີມຊ້ອນສົ່ງຈາກນາງ

ໃນແວວຕາອ້າງວ້າງ                   ລອຍເລື່ອນເໝືອນຕຳນິ
ນາງຕໍ່ຕິຕົວນາງ                         ທີ່ກ່າວຄຳບໍ່ຄວນໃຊ້
ແວວຕານາງທຳໃຫ້                    ບົວສະບາ ຄິດງໍ້ງ່ຽງ
ຈິດໃຈເຄີຍທ່ຽງໝັ້ນ                    ສະເທືອນທໍ້ຜໍ່ຜະຫຍອງ

ສາຍຕານາງສົ່ງຟ້ອງ                  ຊີ້ປ່ອງໃຈປະສົງ
ບອກບົ່ງໃນຄວາມຫວັງ               ທີ່ນາງປອງໄວ້
ເຮັດໃຫ້ ຫົວໃຈ ບົວສະຍາ ເຕັ້ນ   ເປັນທຳນອງທີ່ແຕກຕ່າງ
ວັນນີ້ເຂົາສ່າງພໍ້                         ສາຍຕາຊຶ້ງແຫ່ງໃຈ

" ຕົວຂ້ອຍນີ້ບໍ່ໄດ້                        ແຄ້ນຄັ່ງໃນໃຈ
ຂ້ອຍໄດ້ຟັງສຳນຽງ                     ຈາກສຽງຂອງເຈົ້າ
ທຳໃຫ້ຫາຍຄວາມເສົ້າ                ບັນເທົາຄວາມວ້າງເວ່
ເປັນບຸບເພດອກໄມ້                    ຫອມຊຶ້ງຊື່ນໃຈ

ເຈົ້າຊ່າງສະຫຼາດໃຊ້                   ວາທະສາດຄົມແຫຼມ
ສ່າງແຖມຄຳຄົມຫວານ               ຫວ່ານອອຍຄອຍໃຊ້
ຢາກເຫັນເດຫົວໃຈເຈົ້າ               ເອົາຫຍັງນໍມາປັ້ນແຕ່ງ
ຈຶ່ງສ່າງແປງປາກເວົ້າ                 ຫວານສົ້ມຂື່ນເຄັມ ໄດ້ນໍ "

ບົວສະບາ ເຕັມໃຈເວົ້າ                ໂຕ້ຕອບນິດໆ
ເພາະຄິດເຖິງໄມຕີ                      ຊິເສື່ອມໂຊມເຊົາຊຶ້ງ
ເຂົາຈຶ່ງຫາຄຳເວົ້າ                      ວອນຖະໜອມນ້ອມສົ່ງ
ຈຸດປະສົງເພື່ອສ້າງ                     ງໄວ້ເພື່ອງ່າຍເດີນ ~ ~ ~ ~ ~

" ຕົກກະເທີນໄດ້ມາຫຼິ້ນ               ເຂົ້າຮ່ວມວົງກັນ
ຄວາມສຸກສັນຫັນສາ                   ໃຫ້ມ່ວນໃຈຄວນເວົ້າ
ຂ້ອຍພໍໃຈໃນຕົວເຈົ້າ                  ທີ່ເຕືອນເຮົາໃຫ້ຮູ້ວ່າ
ສະໝອງຍັງອ່ອນຫຼ້າ                  ປັນຍາປູ້ໂງ່ເຂົາ

ຂ້ອຍນີ້ຫວັງວ່າເຈົ້າ                    ຜູ້ຍິ້ມງ່າຍສາຍຕາຫວານ
ຈະປະທານຄວາມຈິງໃຈ             ດັ່ງໃຫ້ເຮົາໃນວັນນີ້
ຖ້າຫາກ ເຫັນຂ້ອຍມີຈຸດດ້ອຍ      ກະລຸນາເຕືອນຂ້ອແນ່
ຂ້ອຍຈະ ໄດ້ແກ້ໄຂສິ່ງເຫຼົ່ານັ້ນ     ໃຫ້ຫາຍງ້ວງໂງ່ຜະຫຍາ "

ມາລາໃຈ ຫຼຽວເບິ່ງໜ້າ               ແລ້ວຍິ້ມຕໍ່ຫວານໆ
" ຂ້ອຍ​ບໍ່​ຫານ​ຈະ​ສິດສອນ           ຜູ້​ເກັ່ງ​ຮຽນ​ຄື​ເຈົ້ "
" ແຕ່​ວ່າ​ຕົວ​ເຮົາ​ນີ້                       ພໍ​ໃຈ​ຄຳ​ເຈົ້າ​ວ່າ
ສິ່ງ​ເຈົ້າ​ຈາບ​ອກຂ້ອຍ                  ເຮົາຈະ​ໄດ້​ປ່ຽນ​ແປງ

ບໍ່​ແມ່ນ​ຮຽມ​ຖະ​ແຫຼ​ງ​ເວົ້າ       ແຕ່ຈາ​ກັ່ນ​ຈາກ​ໃຈ​ຈິງ
ເຈົ້າ​ເປັນ​ຍິງ​ມົນ​ສະ​ເໜ                ສະຫງ່າ​ງາມ​ໃນ​ຄຳ​ເວົ້າ
ຂ້ອຍພູມ​ໃຈໃນ​ຕົວ​ເຈົ້າ               ທີ່​ເຫັນ​ເຮົາ​ເປັນ​ເພື່ອນ
ບອກ​ເຕືອນ​ເຮົາ​ຢ່າງ​ແຈ່ມ​ແຈ້ງ     ກັບຄຳ​ເວົ້າ​ທີ່​ອ່ອນ​ຫວານ "

ສຸມາລີ ອົກ​ສະທ້ານ                     ນ້ອນໍ່າ​ໃນ​ໃຈ
ທີ່​ເຫັນ ບົວສະບາ ຈາ​ໄຂ             ປຶ້ມປ່ຽມ ມາລາ​ໃຈ ເວົ້າ
ຫົວ​ໃຈ​ນາງ​ເຫງົາ​ເສົ້າ              ກັບຄຳ​ເຂົາ​ເວົ້າ​ຕໍ່
ມີ​ແຕ່​ຍໍ​ຍົກຍ້ອງ                          ຫຼຽວມອງ​ໜ້າ​ສະຫງ່າ​ໃຈ

ເປັນ​ຫຍັງ​ເຈົ້າ​ຈຶ່ງ​ລືມ​ໄດ້              ບົດບາດ​ຕົນ​ເອງ
ເຈົ້າ​ເກັ່ງ​ການ​ສຶກສາ                    ພັດທະ​ນາ​ຕົວ​ຂ້ອຍ
ເປັນ​ຫຍັງ ກາຍ​ເປັນ​ຄົນ​ປັນຍາ​ດ້ອຍ ຄອຍທຳ​ຕາມ​ຄຳ​ສັ່ງ
ຄວາ​ມມຸ່ງ​ຫວັງ​ຕົນ​ຢາກ​ໄດ້          ກາຍ​ເປັນ​ໄຮ້​ເຫດຜົນ

ເຈົ້າ​ເປັນ​ຊາຍ​ທີ່​ຄິດ​ຄົ້ນ                ສະຫຼາດ​ກວ່າ​ເຮົາ​ຫຼາຍ
ບໍ່ວ່າ ຈະມາ​ຕາຍ​ເໝືອນ​ປາ         ທີ່ຂາດ​ແຄນ​ເຂີນ​ນ້ຳ
ພຽງ​ແຕ່ຄຳ​ຈາ​ເວົ້າ                      ປັດຈຸ​ບັນ​ເຈົ້າ​ກໍ່​ເຊື່ອ
ເຈົ້າບໍ່​ເຫຼືອ​ສິ່ງ​ຄິດ​ຄົ້ນ                  ຈຶ່ງຫຼົງ​ຫຼົ້ມ​ຢ່າງ​ງ່າຍ​ໃຈ

ຮູ້ບໍ່​ອົກ​ຂ້ອຍ​ໃຫ້             ເມື່ອ​ເຈົ້າ​ກ່າວ​ຄຳຫວາ​ນ
ເມື່ອ​ເຈົ້າ ສຸກສຳລານ​ກັບ​ວາຈາ    ທີ່ນາງ​ວອນ​ເວົ້າ
ຫົວ​ໃຈ​ເຮົາ​ມັນ​ເສົ້າ           ເຫງົາ​ໃນ​ເຈົ້າ​ຮູ້​ບໍ່
ຄັນຈະ​ເວົ້າ​ຕໍ່​ເຈົ້າ            ເຮົານັ້ນ​ຍິ່ງ​ຄິດ​ກົວ

ຄິດຢ້ານ​ຕົວ​ຂອງ​ເຈົ້າ                  ບໍ່​ເຂົ້າ​ທ່າ​ທາງ​ເຮົາ
ເມື່ອນັ້ນ ຂ້ອຍຍິ່ງ​ເຫງົາ​ໃນ​ອົກ   ແລະ​ລະອາຍ​ພວກ​ເຂົາ​ລ້າ
ເຈົ້າກໍ່​ຫັນ​ມາ​ດູ​ໜ້າ                      ສົບຕາ​ເຮົາ​ຈັກ​ໜ່ອຍ​ແນ່
ເປັນ​ຫຍັງ ເຈົ້າຈິ່ງ​ແລ​ລໍ່າ​ໜ້າ        ຂອງນາງ​ໄດ້​ບໍ່​ອ່ຽງອາຍ

ຫຼືວ່າ​ເຈົ້າ​ໜ່າຍ​ໜ້າ           ເກົ່າໆ​ຂອງ​ເຮົາ ແລ້ວບໍ
ຫຼື​ເຈົ້າ​ເຫັນ​ຈົນ​ຊິນ​ຕາ                  ຈິ່ງ​ເບື່ອ​ລະອາ​ຫຼື​ນີ້
ຍາມ​ເມື່ອ​ມີ​ໃບ​ໜ້າ                      ດວງຕາ​ຄົນ​ໃໝ່
ຈຶ່ງຊື່ນ​ໃຈ​ຢູ່​ບໍ່​ແລ້ວ                      ແວວຕາ​ຈ້ອງ​ສ່ອງ​ແຕ່​ນາງ

ແຖມວາງ​ຄໍາ​ອ່ອນ​ຊ້ອຍ               ສ້າງປ່ອງ​ແປງ​ທາງ
ເພື່ອ​ໃຫ້​ນາງ​ເດີນ​ມາ                   ສູ່ຫົວ​ໃຈ​ເຈົ້າ
ມາຮັບ​ເອົາ​ຄວາມສຸກ​ສ້າງ            ສະໜອງ​ໃຈ​ໃຫ້​ຫວານ​ຊໍ່າ
ສຸດທ້າຍ​ຜູ້​ບອບ​ຊ້ຳ                     ກໍ່​ເປັນ​ຂ້ອຍ​ຜູ້​ຫ່ວງ​ຫາ

ບົວສະບາ ອວ່າຍໜ້າ                  ມາ​ເບິ່ງ ສຸມາລີ
ເຫັນ​ນາງ​ມີ​ອາລົມ                       ບໍ່ຊື່ນ​ຊົມ​ປານ​ໃດ​ແລ້ວ
ເຂົາຈຶ່ງ​ຫາ​ແນວ​ເວົ້າ                   ໄຂບັນຫາໃຫ້​ຫຼີກ​ຫ່າງ
ຈຶ່ງ​ເບີກທາງ​ອື່ນ​ໃຊ້           ໃຫ້​ເປັນ​ກ້າວ​ດຸ່ງ​ເດີນ

ເຂົາຈຶ່ງ​ເຊີນຊວນ​ເວົ້າ                  ຖາມ​ອີກ​ໜຶ່ງ​ນາງ​ສາວ
" ສອງ​ແກ້ມ​ຂາວ​ຕາ​ຄົມ               ຮ່ວມລົມ​ແດ່​ບໍ​ເຈົ້າ
ລອງຖະ​ແຫຼ​ງຄຳ​ເວົ້າ                   ດອມດາ​ຜະຫຍາ​ມ່ວນ ເບິ່ງ​ດູ
ຜີວຂາວນວນ​ດັ່ງ​ເຈົ້າ                  ນາມຊັ້ນ​ຊື່​ໃດ ? "

ນາງສາວຍິ້ມສົ່ງໃຫ້                    ໄວ້ກ່ອນນິດໆ
​ໃຫ້ເປັນຈິດໄມຕີ                         ຕໍ່ກັນຄາວນ້ອຍ
ພ້ອມທັງສອຍຄຳເວົ້າ                  ຫວານໃນຊຶ້ງຊ່າ
ຜະຫຍານາງກໍ່ບໍ່ດ້ອຍ                 ຖອຍແຕ້ມຕໍ່າໃຜ

" ໃນເມື່ອ ບົວ ຫາກໄດ້              ໄກຫ່າງວັງຫຼວງ
ບໍ່ເຫັນທວງທາລາ                      ເຫດໃດຊິເນົາໄດ້
ໃນເມື່ອ ບົວ ໄກນ້ຳ                     ສາວນາງພຽງຮູ້ພີ່
ເຫດໃດແລ້ວຊິກ້າ                      ຈາຕ້ານກ່າວຂານ

ໃນໃຈ ພໍຢາກອອກປາກຕ້ານ       ຕັ້ງແຕ່ແລເຫັນ ພຸ້ນແລ້ວ
ຢາກລຳເພັນທາຍທັກ                 ທ່ອງທຳທຽມເຈົ້າ
ແຕ່ວ່າຕົວເຮົານີ້                         ໂສພາເນື້ອບໍ່ຜ່ອງ
ຢ້ານພີ່ຊາຍແຜດຮ້ອງ ຄົນຂີ້ຮ້າຍຢ່າງນ້ອງ ຍັງມາກ້າຕໍ່ຄວາມ ດອກນາ "

ຍາມນັ້ນສາວກີດຮ້ອງ                 ໂຮຮໍ່າເຕັມຈິດ
ສ່ວນວ່າ ບົວສະບາ ມິດ               ເຫຼືອດຕາແນມຈ້ອງ
" ຂ້ອຍບໍ່ເຄີຍຄໍ່າຄວນຮ້ອງ          ຕິຊົມຮູບຮ່າງ ໃຜນາ "
ບົວສະບາ ກ່າວອ້າງ                   ສະແດງສ້າງສິ່ງດີ

" ຂ້ອຍນີ້ ທິດາພອນ ແມ່ນຊີ້         ບອກບົ່ງນາມຮຽມ ຈິງແລ້ວ
ອັນຊື່ ພອນ ຄືນາມທຽມ               ພໍ່ແມ່ຮຽມຫວນເອີ້ນ
ຄັນຫາກເດີນໄປຫ້ອງ                  ຫົວເມືອງ ບ້ານອຸ່ນ ພາຍພຸ້ນ
ໄປທ່ຽວບຸນບ້ານຂ້ອຍ                 ເຊີນເຈົ້າແວ່ຢາມ ໄດ້ນາ "

ບົວສະບາ ຫົວຍ້າມໆ                  ທັງຄິດໃນຈິດ
" ຄັນຂ້ອຍໄປທຸກອາທິດ ໄດ້ບໍ່ເດຕົນເຈົ້າ
ຢ້ານແຕ່ຫັນຈາເວົ້າ                    ເຊົາໆຢ່າໄປແວ່ "
" ເອີ່ຄັນຊິໄປຢ່າງນັ້ນແທ້        ກໍ່ຍິນດ້ວຍບໍ່ຂີນ ດອກນາ "

ພໍທຸກຄົນໄດ້ຍິນແລ້ວ                  ໂຮສະນັ່ນສຸກສັນ
ສຽງເນືອງນັນຜາສຸກ                   ມອບພະລັງໃຈໄວ້
ຄວາມເວົ້ານາງວອນໃຊ້              ຄວາມຈິງໃຈໃຫ້ທ່າ
ບົວສະບາ ໄດ້ແຕ່ຍິ້ມ                  ຍ້ອນຄຳເວົ້ານັ້ນຖືກໃຈ

ພໍດີໃນຂະນະນັ້ນ                        ມີຊາຍໜຶ່ງເດີນເຖິງ
ເຂົາເພິ່ງພວມຕາມຫາ                ເພື່ອນຊາຍໃນນັ້ນ
" ເປັນແນວໃດວັນນີ້                    ອາລົມດີແທ້ນໍໝູ່
ເຮົາຫາໂຕຢູ່ພຸ້ນ                         ບໍ່ເຫັນເຈົ້າຈຶ່ງຍ່າງມາ ພີ້ນາ "

" ມີບັນຫາໃດແລ້ວ                     ຈິ່ງຮີບດ່ວນມາຫາ ? "
" ພຽງຢາກຈາດອມໂຕ                ໃຫ້ສວ່າງເຫງົາໃນວັນນີ້ "
ສະບາຍດີທຸກຄົນແລ້ວ                ຕາຫວານໆວາດໃສ່
ໃຜຜູ້ໜຶ່ງທີ່ນັ່ງລ້ອມ                     ດອມດ້ວຍເດັ່ນພະວົງ ~ ~ ~ ~ ~

ພາບສາຍຕາສົ່ງສ້າງ                  ແສນແນບນຽນອົກ
ບໍ່ອາດປົກສະເໜຫາ                   ແຫ່ງຕົວຂອງເຂົາໄດ້
ເຮັດໃຫ້ໃຈຂອງນາງເຕັ້ນ            ລຳເພັນໃນຢ່າງດູດດື່ມ
ພາບນັ້ນຊຶມຊັບເຂົ້າ                    ເນົາໄວ້ທີ່ໃຈ

ພວກໝູ່ທີ່ຢູ່ໃກ້                           ກໍ່ຊຶມຊາບໄປໝົດ
ຕົກຕະລຶງໃນສາຍຕາ                  ແຫ່ງພວກເຂົາທັງສອງນັ້ນ
ທິດາພອນ ກະສັນໂອ້                  ໃນສາຍຕາຜະຫວາທຽບ
ສາຍຕານຽນນຽບນ້ອມ                ຖະໜອມດ້ວຍສິ່ງຫວັງ

ເພາະແວວຕາດັ່ງກ່າວນັ້ນ           ຜິດແປກທຳມະດາ
ໃນແວວຕາແຝງຮັກ                    ບໍ່ຈືດຈາງວາງເວັ້ນ
ຄວາມຫວານໃນເພັນສ້າງ         ສຳພັນໃຈຈົດຈໍ່
ເຮັດໃຫ້ນາງອ່ອນງໍ້                     ພານພໍ້ເວດທະນາ

" ມາເຂົ້າມານັ່ງລ້ອມ                   ດອມໝູ່ຈັກນິດ
ຊ່ວຍປະດິດວາຈາ                      ຮ່ວມກັນໃຫ້ມັນແມ້ງ
ມາຮັກແພງກັນໄວ້                      ຍາມໄປມາພໍໄດ້ແວ່ "
ບົວສະບາ ກ່າວແກ້                     ຄວາມເຂີນເກີ້ແຫ່ງພວກເຂົາ

ທິດາພອນ ບໍ່ກ່າວເວົ້າ                 ພຽງແນມເບິ່ງ ບົວສະບາ
ແລ້ວແນມຫາຍິງສາວ                 ພວກເພື່ອນນາງຄຽງໃກ້
ໃບໜ້ານາງແດງດ້ວຍ                 ອາລົມໃຈທີ່ເອົ້າອຸ່ນ
ຄວາມເຂີນອາຍກໍ່ວຸ້ນ                  ຄວບຄຸມໄວ້ບໍ່ອາດທຳ ໄດ້ແລ້ວ

ສາວອ້ວນ ຍິ່ງກ່າວຊ້ຳ                 ເຕີມຕື່ມນາງເຂີນ
" ນີ້ເປັນຄວາມບັງເອີນ                ຫຼືຈາກໃຈກັນແທ້
ໝູ່ເບິ່ງແມສີໜ້າ                                     ທິດາພອນ ງາມບໍ່
ຍິນດີນະທີ່ພົບພໍ້                         ຊາຍກ້າມພໍ່ສ່ຽວເຮົາ "

ອ້ວນ ລໍຟັງຄຳເວົ້າ                      ທີ່ຈະກ່າວຫວນກັບ
ທິດາພອນ ຍອມຮັບ                    ວ່ານາງເຂີນເກີ້
ແຕ່ເມື່ອຍາມນາງເຊີ້                   ເຜີໃຈໃຫ້ກຽດແນ່
ໝູ່ຄູ່ກັນທ່ຽງແທ້                         ຍັງແນເນັ້ນນ່ຽນກັນ ນໍອ້ວນນໍ

ສາຍຕານາງປະຊັນສ້າງ ແສງສົ່ງຊອນເສີມ
ນາງຕື່ມເຕີມຄຳຕຳນິ                   ບອກຜ່ານທາງສາຍຕາໄວ້
ນາງຕ້ອງການຫວັງໃຫ້                ໄມຕີແມ້ງມ່ວນ
ຈຶ່ງສັນຍານໃຫ້ອ້ວນ                   ຈາເວົ້າເລື່ອງອື່ນໄປ

ສາວອ້ວນ ຫວັງຊິໄດ້                  ເຍີ້ຍຕໍ່ເຕີມສຽງ
ອາດລຳອຽງເກີນໄປ                    ເມື່ອໝູ່ຕົນຂໍຮ້ອງ
ສາວທັງສອງແນມໜ້າ                ສົບຕາແລ້ວຍິ້ມຕໍ່ ກັນແລ້ວ
ທັງໝົດກໍ່ເບິ່ງໜ້າ                       ແລ້ວຫົວຍິ້ມໃຫ້ແກ່ກັນ

" ອັນວ່າຕົວເຈົ້ານັ້ນ                    ມີຊື່ສັນໃດ
ຂ້ອຍເຕັມໃຈຈະຟັງ                    ຮັບຈອງຈຳໄວ້ "
ທິດາພອນ ໄຂຊີ້                         ເຊີນຊວນເວົ້າຕໍ່
ຊາຍຜູ້ຫາກໍ່ເຂົ້າ                         ມາເຕົ້າຮ່ວມວົງ

" ຂ້ອຍນີ້ຄົງຄ່ານ້ອຍ                   ຮຽນກໍ່ອ່ອນອາຍໃຈ
ຈະຮູ້ໄປເຮັດຫຍັງລະ                  ປະໂຫຍດຮຽມມີໜ້ອຍ
ໝົດໃນຕົວຂອງຂ້ອຍ                  ບໍ່ມີຫຍັງປະເສີດຄ່າ
ເຫັນວ່າເຈົ້າສະຫຼາດຮູ້                ດູແລ້ວບໍ່ໜ້າຖາມ "

ທິດາພອນ ບໍ່ຫ້າມກັ້ນ                 ອົດຢູ່ໃຫ້ໃຈນັກ
ຕ້ອງຮູ້ຈັກຄົນຄຸຍໂຕ                   ຊິເງື່ອມງຳຮອດໃສແທ້
ນາງຈຶ່ງແນຄຳເວົ້າ                      ເກົາຫົວໃຈໃຫ້ຮ້ອນຮຸ່ມ
ໃຫ້ມັນສຸມສິ່ງໃໝ້                       ໃນຕອນນັ້ນຊິຮູ້ເອງ

" ຂ້ອຍອາດຈະເກັ່ງໃຊ້                ໃນເລື່ອງການຮຽນ
ເລື່ອງຂີດຂຽນຄຳນວນ                ໝູ່ມວນວິຊານັ້ນ
ຊິທ່ວງທັນໄປຮູ້                          ນາມຕົວແຕ້ມແຕ່ງ ເຈົ້າບໍ
ເຈົ້າບໍ່ໜ້າກັ່ນແກ້ງ                      ຄວາມຫວັງຂ້ອຍເສື່ອມສະຫຼາຍ

ເຈົ້າເປັນຊາຍທີ່ພ້ອມ                  ພຽງເພື່ອຄວາມຫວັງ
ຄົງຮູ້ຍັງຈິດໃຈ                           ແຫ່ງຄົນຄອຍຈ້ອງ
ຄົນຫວັງປອງເສີມສ້າງ                ພູມປັນຍາໃຫ້ພົ້ນໂງ່
ຍ້ອນບໍ່ຮູ້ຈິ່ງອ່າວໂອ້                   ຕາມຕ້ອນຕື່ມຖາມ

ຄົນຮູບງາມດັ່ງເຈົ້າ                     ໃຈຊື່ມີສັດຈະ
ນ້ຳໃຈດີເໝືອນພະ                     ທ່ອງທຳນຳນ້ອມ
ຄຸນສົມບັດກໍ່ມີພ້ອມ                    ຖະໜອມແພງພວກໝູ່
ມື້ນີ້ເອງຂ້ອຍຈິ່ງຮູ້                       ວ່າຕົວເຈົ້າຂີ້ອົ່ງຄຸຍ "

ແມ້ງເມື່ອລົງລຸຍນ້ຳ                     ກໍ່ຕ້ອງຜ່ານວັງຫຼວງ
ແມ້ງເມື່ອລົງລອຍຕົມ                  ກໍ່ຕ້ອງລອຍໃຫ້ມັນມົ້ມ
ຄັນຊັ້ນຄົງຈົມປິ້ງ                        ຕາໄປປະໂຫຍດເປົ່າ
ຕົວເຂົາຈຶ່ງຕອບແກ້                    ພໍເປັນຂໍ້ຕໍ່ກອນ

" ຄົນງາມສວຍເຈົ້າຢ່າຮ້ອນ         ຟັງຂ້ອຍກ່ອນໃຈເຢັນໆ
ອາລົມເປັນຫຍັງນໍ                      ຈຶ່ງໜ້າງໍບານບຶ້ງ
ສົ່ງສາຍຕາຫວານຊຶ້ງ                  ຕຶງໃຈມາໃຫ້ແນ່
ຂ້ອຍພໍໃຈທ່ຽງແທ້                      ໃນຮອຍຍິ້ມເຈົ້າມອບມາ

ມື້ນີ້ຟ້າໃກ້ຄໍ່າແລ້ວ                      ອາທິດມໍ່ຈວນດັບ
ສຸລິຍາອາພັບ                             ຊິລັບລົງປາຍໄມ້
ເຈົ້າຄວນທຳຕົນໃຫ້                    ໃຈສົດໃສຊ້ອຍຊື່ນ ແດ່ແມ
ຢ່າໃຫ້ຄືນຄໍ່າເສົ້າ                       ເໝືອນເຈົ້າສົ່ງໃຈ ເທາະນາ "

ຊາຍຜູ້ນີ້ຊ່າງໄຮ້                         ຢາງແຫ່ງຄວາມອາຍ ຈິງໜໍ
ກ້າທ້າທາຍວາຈາ                       ຈີບຕົວກາງແຈ້ງ
ສົ່ງສາຍຕາມາແກ້ງ                     ແທງໃຈໃຫ້ຫຼົງທ່າ
ທຳມາດເປັນໜ້າດ້ານ                 ແຖມຊ້ຳຕື່ມດຳ

ຢ່າຫວັງໄດ້ຊົດນ້ຳ                      ກິນຕ່ອນທັນຕາ ເຖີດໜາ
ຮູ້ວ່າເຮົາເປັນໃຜ                        ຫາກຊິໜາວໃນເນື້ອ
ຄິດວ່າເປັນປະທຸມເຊື້ອ                ມາລາແລ້ງຄ່າ ຊັ້ນບໍ
ຈຶ່ງທຳທ່າເໝືອນດັ່ງເຜີ້ງ             ບິນຊົມໄດ້ດັ່ງໃຈ

ທິດາພອນ ບໍ່ຢາກໃຊ້                  ຄຳຕໍ່ເຕີມເຂົາ
ນາງເວົ້າພຽງເບົາໆ                     ເພື່ອເລີກລາຫາບ້ານ
" ມື້ໜ້າເຮົາມາຕ້ານ                    ດອມກັນຄັ້ງໃໝ່
ມື້ນີ້ ຕາເວັນໃກ້ຄໍ່າຄ້ອຍ               ສົມຄວນແລ້ວລະໝູ່ເຮົາ

ຈົ່ງໂຊກດີເຖີດພວກເຈົ້າ              ລາກ່ອນແລ້ວເຫັນກັນ
ໂອກາດວັນເວລາ                       ທີ່ດີຈຶ່ງດອມເວົ້າ
ພວກເຮົາມາລົມຫຼິ້ນ                    ນຳກັນອີກຄັ້ງໃໝ່ "
ແລ້ວພວກນາງກໍ່ໄດ້                   ເດີນຍ້າຍຍ່າງໄປ

ຫຼັງຈາກນາງໄດ້ກ່າວເວົ້າ            ພວກໝູ່ກໍ່ເຫັນດີ
ມີພຽງຊາຍມາທີຫຼັງ                    ບໍ່ຢາກຍິນດີດ້ວຍ
ພົບຄົນສວຍບໍ່ທັນເວົ້າ                 ລົມກັນໃຫ້ເຂົ້າເລື່ອງ
ພັດເຫຼົ່າມາເຊື່ອງສົ້ນ                   ຍ້ອນຄຳເວົ້າກ່າວລາ

ຕົວຂອງເຮົາບໍ່ໜ້າ           ມາກໍ່ກວນເຂົາ
ເພັດສຸວັນ ເຫງົາໃຈ                    ຕຳນິຕົນເອງໄວ້
ພວກນາງສາວໄປແລ້ວ               ບໍ່ຫັນຫຼັງມາສັ່ງ
ບົວສະບາ ຢືນຢູ່ຢັ້ງ                     ຍັງລໍຖ້າຍ່າງພ້ອມເຂົາ.

No comments:

Post a Comment

ສະບາຍດີທຸກທ່ານ