ແມ້ງເມື່ອຝົນຫຼັ່ງຍ້ອຍ ລົງສູ່ຜືນດິນ
ໄດ້ຍິນສຽງຂອງກົບ ອົບໆດັງຢູ່ແຄມນ້ຳ
ຕາມບວກໜອງຫຼາຍກ້ຳ ຍິນສຽງພວກອື່ງອ່າງ
ຕາມສາຍທາງມີບວກນ້ຳ ຄາຄ້າງຢູ່ຂຸມ
ເຫັນຜູ້ຄົນເຄື່ອນຍ້າຍ ທ່ອງທ່ຽວໄປມາ
ວັນນີ້ ວັນທີໜຶ່ງມິຖຸນາ ທ້າຍລະດູຍາມແລ້ງ
ຝົນຕົກແຮງເມື່ອຄືນນີ້ ເໝືອນການເຕືອນເພື່ອບອກວ່າ
ລະດູການບໍ່ຖ້າ ຝົນຟ້າຊິຫຼັ່ງລິນ
ໄດ້ຍິນສຽງປະກາດກ້ອງ ທໍລະໂຄ່ງດັງມາ
ປ່າວປະຊາຊາວສະຫວັນ ຈົ່ງຮ່ວມກັນສຸມສ້າງ
ສ້ອມແປງທາງຖົມຂຸມນ້ຳ ສາມັກຄີແລະຂັນແຂ່ງ
ວັນເສົາແດງມື້ນີ້ ຄືວັນສ້າງພັດທະນາ
ຊາວສະຫວັນທຸກຖ້ວນໜ້າ ຊ້ອຍຊື່ນດີໃຈ
ໃຜກໍ່ກຽມອຸປະກອນ ເຄື່ອງມືມີພ້ອມ
ຖົມບວກໜອງໃຫ້ໝົດສິ້ນ ສາຍທາງຈະເດີນງ່າຍ
ໄປສະບາຍຢ່າງບໍ່ຢ້ານ ຈະໂຕນຕວ້າມບວກໜອງ
ອີກພາກສ່ວນໜຶ່ງຕ້ອງ ລົງສູ່ສະໜາມບຸກ
ປູກພືດພັນນາໆ ໝູ່ມວນແນວໄມ້
ພັກລັດມີແນວທາງໃຫ້ ຊາວລາວຢ່າຢູ່ຫວ່າງ
ສຸມກຳລັງກໍ່ສ້າງ ເມືອງບ້ານຊ່ວຍກັນ
ອອກແຮງງານມື້ນີ້ນັ້ນ ທຸກພາກສ່ວນກຽມຕົວ
ບໍ່ຫວັ່ນກົວສາຍຝົນ ຫຼືແດດເຜົາຜານໄໝ້
ຫຼັງຈາກທັງໝົດໄດ້ ແຜນງານການຈັດແບ່ງ
ຕ່າງສະແດງທ່າພ້ອມ ໃຜຈະແລ້ວກ່ອນໃຜ
ກຸ່ມຕ່າງໆນັ້ນກໍ່ໄດ້ ຈັດແບ່ງຈຸງານ
ຮ່ວມປະສານກັນເຮັດ ວຽກງານທີ່ຕົນໄດ້
ມາລາໃຈ ເປັນຫົວໜ້າ ນຳພາຈຸທີໜຶ່ງ
ຈຸທີ່ຖືກມອບໃຫ້ ຕຳດິນນັ້ນໃຫ້ແໜ້ນດີ
ສ່ວນວ່າຈຸທີສອງນີ້ ນຳພາໝູ່ ບົວສະບາ
ເປັນຈຸພາກັນຂຸດ ກົ່ນດິນກອງໄວ້
ຈຸທີສາມພາກັນໃຊ້ ແຮງງານຍູ້ແກ່
ເພັດສຸວັນ ທ່ຽງແທ້ ພາເຂົານັ້ນເຮັດທຳ
ບາງພ່ອງຫີ້ວຄຸນ້ຳ ມາຫົດໃສ່ດິນຖົມ
ບາງພ່ອງພາກັນຕຳ ເພື່ອໃຫ້ດິນໜາແໜ້ນ
ບາງຄົນມີແຟນໃກ້ ເອົາໃຈບໍ່ຮູ້ເໝື່ອຍ
ວຽກງານເຮັດໄປເລື້ອຍໆ ໃຜບໍ່ເວົ້າຈົ່ມຫຍັງ
ເພາະທຸກຄົນຫວັງໄດ້ ທາງເດີນໄຕ່ໄປມາ
ບໍ່ໃຫ້ເສຍເວລາ ເພາະລົດຄາຂຸມກວ້າງ
ເພື່ອໃຫ້ທາງທຽວໄດ້ ໄປມາສະດວກງ່າຍ
ຖົມດິນຊາຍດິນດາກພ້ອມ ຫີນນັ້ນກໍ່ມີ
ບ້ານເມືອງລາວເປັນເຊັ່ນນີ້ ຕ້ອງເຮືອງຮຸ່ງສີວິໄລ
ປະຊາຊົນເປັນໃຈ ສ້າງແປງເມືອງບ້ານ
ຊາວໜຸ່ມລາວບໍ່ເຄີຍຢ້ານ ຂານອາສາທຸກໜ້າທີ່
ຕໍ່ໜ້າໄປເປັນເຊັ່ນນີ້ ເມືອງລາວຕ້ອງພັດທະນາ
ຢາດເຫື່ອນອງທົ່ວໜ້າ ປຽກຊຸ່ມຕົນຕົວ
ແຕ່ຍັງມີສຽງຫົວ ເວົ້າຈາສະໜຸກແມ້ງ
ສາວເສື້ອແດງຢູ່ທາງພຸ້ນ ຫົວເຖິງໃຈເອົາແທ້ວ່າ
ຈົນນ້ຳຕາເພິ່ນຍ້ອຍ ຈັກເຂົາເວົ້າເລື່ອງຫຍັງ
ບາງຄັ້ງສຽງດັງກ້ອງ ໂຮສະນັ່ນມັນໃຈ
ກຸ່ມໃດມີພຽງສາວໆ ຍິ່ງມ່ວນໃຈໂຮຮ້ອງ
ແມ່ນພວກເຂົານິນທາຕ້ອງ ຫົວໃຈຊາຍຄົນໃດນໍ່
ບາງຄັ້ງກໍ່ວ່າເວົ້າ ແລ້ວຫົວຂຶ້ນຢ່າງຊື່ນຊຳ
ບໍ່ມີໃຜຈຳໄດ້ ວ່າຈັກເລື່ອງລົມມາ
ທັງເລື່ອງເປັນສາລະ ເລື່ອງຂອກແຄແຈຮົ້ວ
ໄດ້ຄາຍເຫງົາໄດ້ຫົວຫຼິ້ນ ຍິນດີກັນໃຫ້ມັນມ່ວນ
ເວົ້າກວນກັນແດ່ເລັກໜ້ອຍ ພໍມີເລື້ອງໄດ້ເອີ່ໂຮ
ມີຄົນໜຶ່ງເວົ້າໂມ້ ເກີນກວ່າທຳມະດາ
ຫຼິ້ນສາຍຫູສາຍຕາ ໃສ່ໝູ່ຕົນຄຽງໃກ້
ເບິ່ງຜູ້ໃດກໍ່ຈາເວົ້າ ຖຽງເຂົາເອົາແທ້ວ່າ
ຕ່າງກໍ່ຫາສິ່ງອ້າງ ເຫດຜົນສ້າງໃສ່ກັນ
ຕ່າງສ້າງສັນສິ່ງເວົ້າ ອ້ອຍອິ່ນຄຳຫວານ
ຕື່ມອາຫານຫູຕາ ວ່າລົມບໍ່ວາງເວັ້ນ
ແນວຫົວໃຈຍັງເຕັ້ນ ເຫັນຂອງດີກໍ່ຕ້ອງເລົ່າ ກັນແລ້ວ
ຖ້າມີຫຍັງເຮົາຊື້ໄດ້ ເອົາມາໄວ້ບໍ່ໃຫ້ເຫຼືອ
ແຕ່ມີສິ່ງເຊື່ອໄດ້ ຄືຄ່າທາງໃຈ
ບໍ່ມີໃຜມາຈາ ຈ່າວຂາຍກັນໄດ້
ຂາຍຄ່າໃຈມີຄຳເວົ້າ ຍິນດີ ຫຼື ຮ້ອງຈົ່ມ
ມັນບໍ່ສົມລົບໄດ້ ເອົາເງິນໃຊ້ດັ່ງເຄື່ອງຂອງ
ຕາມສາຍທາງຍັງກ້ອງ ສຽງສະນັ່ນກັງວານ
ສຽງຊວ້ານຈົກດັງປະສານ ກະຕໍ່າຕີດິນແໜ້ນ
ສວາຍໆມາມັນແສນຮ້ອນ ດວງສຸລີເຜົາແຜ່ນ
ແທນຫ່າຜົນໃຫຍ່ເທັ້ງ ຄືນນີ້ຜ່ານມາ
ຍິງຊາຍທຸກທົ່ວໜ້າ ແມ້ງມ່ວນໃນອຸລາ
ສຽງໂຮເຮວເຮຮາ ບໍ່ຂາດສາຍດັງກ້ອງ
ບວກໜອງຕາມທາງກວ້າງ ຖົມໄປທົ່ວທຸກບ່ອນ
ຍັງແຕ່ກະນໍ່າຄ້ອນ ໃຫ້ມັນແໜ້ນນໍ່າລົງ
ທິບພະວົງ ຕົວອ້ວນໆ ຕຳຢູ່ງຸບໆ
ນາງໃສ່ກຸບໃບຕອງ ຫົ່ມເສື້ອດຳແຂນສັ້ນ
ເນື້ອໄຂມັນພົບຄວາມຮ້ອນ ກາຍາປຽກເຫື່ອ
ຈົນວ່າເສື້ອທີ່ຫົ່ມນັ້ນ ມີນ້ຳປຽກທົ່ວຕົວ
ມາລາໃຈ ຫົວຍິ້ມ ລົມໝູ່ຢ່າງສຸກສັນ
ຄວາມຮ້ອນມັນເຜົາຜານ ຢາດເຫື່ອເຕັມໃບໜ້າ
ບົວສະບາ ເດີນອ້ອມ ທາງຫຼັງນາງໄປໜ້ອຍໜຶ່ງ
ແລ້ວຈຶ່ງໃຈຕໍ່ຕັ້ງ ຕຳດິນແໜ້ນຊ່ວຍພວກເຂົາ.
ສຸມາລີ ທັງວ່າເວົ້າ ທັງເຮັດໄປນຳ
ນາງລໍ່າຫຼິງສະມາຊິກ ທຸກໆຄົນໃຫ້ກຽມພ້ອມ
ໃຜຈະຍອມໜີໜ້າ ເຂົາຈະຫາວ່າໂຕອ່ອນ
ເຖິງວ່າແດດຊິຮ້ອນ ເຫື່ອໄຄຍ້ອຍບໍ່ອາດຖອຍ
ດ້ວຍຫົວໃຈໜຸ່ມນ້ອຍ ແໜ້ນແກ່ນໄວຄະນອງ
ແຂນທັງສອງຍັງແຂງແຮງ ແຂ່ງຂາຍັງມີກ້າມ
ໃຜຈາຫຍາມກໍ່ຄົງໄດ້ ລອງແຮງກັນເບິ່ງຈັກຫວ່າງ
ຄັນຄັ້ງນີ້ຫາກບໍ່ແພ້ ກໍ່ຂໍແກ້ອີກແນ່ນອນ
ແສງແດດແຮງເຮັ່ງຮ້ອນ ຊາວໜຸ່ມແຮງບຸກ
ເພາະວ່າມາເຖິງຍຸກ ສະໄໝພວກເຮົາແລ້ວ
ມີແນວໃດຂວາງໜ້າ ຂານອາສາມ້າງຜ່າ
ຊາວໜຸ່ມລາວຈະຢູ່ລ້າ ລໍຖ້າແຕ່ເມື່ອກິນ ບໍ່ໄດ້ແລ້ວ
ດ້ວຍຫົວໃຈທີ່ບໍ່ສິ້ນ ຫວັງຕໍ່ຜົນງານ
ຊາວໜຸ່ມປະຈັນບານ ແກ່ນສານລາວກ້າ
ເປັນກຳລັງນຳໜ້າ ບໍ່ເຄີຍຍອມຍ້ອນຄວາມເໝື່ອຍ
ສ້າງປົວແປງຢູ່ເລື້ອຍ ແດນລາວນັ້ນຕ້ອງຮຸ່ງເຮືອງ
ເພື່ອໄປເຖິງບ່ອນເບື້ອງ ຊາວໜຸ່ມຄືແຂນຂວາ
ຂອງພັກປະຊາຊົນ ປະຕິວັດລາວເຮົານັ້ນ
ສຸມເຫື່ອແຮງປະຊັນສູ້ ສັງສິນໄຊຍຸກໃໝ່
ເປັນອິນຊີຍຸກສະໄໝ ບໍ່ເຄີຍເກງຢ່ອນຢ້ານ ລົມແດງຕ້ານບໍ່ລ່າຖອຍ
ຊາວໜຸ່ມລາວໃຫຍ່ນ້ອຍ ຍ້ອນເຊື່ອພັກນຳພາ
ທຸກເວລາກຽມໃຈ ໃສ່ການປົວແປງສ້າງ
ອອກແຮງງານເປັນຈຸດຕັ້ງ ຜະລິດຜົນທຸກພາກສ່ວນ
ວຽກງານດ່ວນຊາດຮຽກຮ້ອງ ສະມັກສູ້ເພື່ອຊາດລາວ
ທັງເຫື່ອໄຫຼໄຄຄ້າວ ປຽກຊຸ່ມໄປໝົດ
ມັນໄດ້ຫົດຕົນຕົວ ໃຫ້ຊຸ່ມເຢັນຫາຍຮ້ອນ
ສຸມາລີ ນາງຈ້ອນ ເຕືອນເອົາພວກໝູ່
" ແສງແດດຮ້ອນບໍ່ອາດສູ້ ຄວາມເປັນເຈົ້າແຫ່ງພວກເຮົາ
ທຸກຄົນຮີບເຮັ່ງເຂົ້າ ຂຸດກົ່ນເປັນຂຸມ
ປຸ້ມລຸມສາມັກຄີກັນ ໃຫ້ແລ້ວໃນຕອນເຊົ້າ
ເຮັ່ງຮີບຈັບເອົາເບ້ຍ ມາວາງປູກໃສ່
ຜູ້ໃດຫີ້ວຄຸນ້ຳ ຫົດໃຫ້ທົ່ວເຖິງ ແນ່ເນີ "
ຕ້ອງລື້ນເລິງເຊັ່ນນີ້ ຄົນທີ່ຮ່ວມອຸດົມການ
ວຽກງານໜັກຫຼືເບົາ ກໍ່ຊ່ວຍກັນທຳໄວ້
ບໍ່ແມ່ນຈະປະໃຫ້ ພາລະການໃຜຜູ້ໜຶ່ງ
ວຽກບໍ່ເຫິງກໍ່ແລ້ວ ຍ້ອນເຮົານັ້ນເຮັດຊ່ວຍກັນ
ອ້າຍບ່າວທັງຫຼາຍນັ້ນ ຍິ່ງດຸໝັ່ນເອົາງານ
ເຂົາຕ້ອງການຄວາມສົນໃຈ ຈາກເພື່ອນສາວທີ່ມາດ້ວຍ
ທິດາພອນ ຜູ້ສວຍຍິ້ມ ຈາລົມກັບໝູ່ວ່າ
" ເມື່ອໃດ ທຳມະຊາດປ່າໄມ້ ຫາກໝົດສິ້ນຈາກແຜ່ນດິນ
ເມື່ອນັ້ນເຮົາຈະສິ້ນ ວາຍວອດຊີວາດັບ
ເປັນຜົນກຳທີ່ໄດ້ຮັບ ຈາກການທຳລາຍໄມ້
ທຳລາຍປັດໄຈສ້າງ ອົກຊີແຊນເລີຍແປນເປົ່າ
ດັ່ງນັ້ນເຮົາໃນມື້ນີ້ ມາສ້າງປູກປ່າແທນ
ປູກເພື່ອໃຫ້ແຜ່ນກວ້າງ ຜືນປ່າໄດ້ຂຽວງາມ
ຟ້າສີຄາມຈະສົດໃສ ເມື່ອປ່າດົງມີແນວໄມ້ "
" ດີໃຈນຳຕົວເຈົ້າ ອຸດົມການສູງສົ່ງ
ຝົນບໍ່ລົງລົ່ນຟ້າ ພຶກສາແຫ້ງຫ່ຽວຕາຍ
ກໍ່ວ່າຫຼາຍປີແລ້ວ ປູກປ່າສາມັກຄີ
ຟັງແລ້ວຄົງຈະດີ ບ້ານເມືອງຈະມີໄມ້
ແຕ່ວ່າຫາໃສໄດ້ ຝົນນບໍ່ລິນຢາດສົ່ງ
ຟ້າຍັງຄົງແຫ້ງແລ້ງ ດິນແຫ້ງຈາກແດດເຜົາ
ເມື່ອອາກາດຮ້ອນເອົ້າ ຕົ້ນໄມ້ອ່ອນໃນດິນ
ດັບສິ້ນຕາຍບໍ່ມີເຫຼືອ ຖ້າຫາກເປັນສັນນີ້ "
" ມັນກໍ່ດີເຫດຜົນເຈົ້າ ຕົວເຮົາກໍ່ຄິດຢູ່
ປູກໄປແລ້ວບໍ່ຮູ້ ແມ່ນໃຜນັ້ນຮັກສາ
ຂ້ອຍກໍ່ມາປູກໄມ້ ໃຫ້ເປັນປ່າເຖິງສາມປີ
ມັນກໍ່ດີໃດເນາະ ໄດ້ອອກແຮງເສີມສ້າງ
ຕາມແນວທາງວາງໄວ້ ລັດຖະບານບອກບົ່ງ
ແຕ່ກໍ່ຄົງເໝື່ອຍລ້າ ເມື່ອລໍຖ້າແຕ່ຝົນ
ເຮົານີ້ເຄີຍຄິດຄົ້ນ ເມື່ອປູກປ່າສາມັກຄີ
ທາງທີ່ດີຄວນວາງ ປູກແລ້ວຄວນຮັກສາພ້ອມ
ຄວນຖະໜອມຫົດນ້ຳ ຮັກສາມັນໃຫ້ເຕີບໃຫຍ່
ເຮັດຈັ່ງຊີ້ຈຶ່ງຊິໄດ້ ມີໄມ້ທີ່ໃຫຍ່ສູງ "
" ມັນກໍ່ຄຸງໃຈແທ້ ນະເພື່ອນຄົນດີ
ເຮົາຈ້ໄປຕິໃຜ ສະພາບການເປັນແນວນີ້
ຂັ້ນເທິງມີແຜນການໃຫ້ ຮ່ວມໃຈກັນປູກປ່າ
ແຕ່ວ່າບໍ່ໄດ້ເວົ້າ ຫົດນ້ຳໃສ່ຝຸ່ນມັນ
ເຮັດຕົວຈິງກໍ່ສໍ່ານັ້ນ ປູກປ່າເອົາຜົນງານ
ໃຫ້ໄດ້ຕາມແຜນການ ທີ່ຂັ້ນເທິງວາງໃຫ້ "
" ເບິ່ງແດ່ໃດຍາມເວົ້າ ຕິຕຽນຫຼືຈົ່ມວ່າ
ຮູ້ບໍ່ ປາກຄຸກຍັງເປີດອ້າ ລໍຖ້າເຈົ້າເຂົ້າຢູ່ນອນ ຢູ່ໃດ "
ອາກາດແຮງແຜດຮ້ອນ ລົມບໍ່ລ່ວງມາກາຍ
ເຫື່ອເປັນສາຍລິນໄຫຼ ຢາດລົງຮຳພື້ນ
ນາງຕື່ນໃນຄຳເວົ້າ ຄຳເຕືອນຂອງໝູ່
ແນມດູຄົນຮອບຂ້າງ ແລ້ວວາງເບ້ຍປູກໃສ່ຂຸມ
ຫົດນ້ຳໃຫ້ຊຸ່ມໄວ້ ເພື່ອລໍຫ່າສາຍຝົນ
ລໍນ້ຳບົນເວຫາ ຫຼັ່ງລົງຮຳພື້ນ
ຮຳຜືນດິນຜືນຫຍ້າ ພຶກສາໃຫ້ເຕີບໃຫຍ່
ຕໍ່ໜ້າໄປເຮົາຊິໄດ້ ມີໄມ້ເພື່ອສ້າງສາ.
ບົວສະບາ ຍັງຍິ້ມ ຫົວຢ່າງອາລົມດີ
ການເວລານາທີ ໃກ້ທ່ຽງວັນຈະເຖິງແລ້ວ
ຕາມແລວທາງຫຼາຍໆເສັ້ນ ສຳເລັດລົງເກືອບທຸກບ່ອນ
ເຖິງວ່າອາກາດຮ້ອນ ເຫື່ອໄຄຍ້ອຍບໍ່ອາດຖອຍ
ຫຼາຍຄົນຍັງປ່ອຍຍິ້ມ ຢ່າງຊ້ອຍຊື່ນສົດໃສ
ດ້ວຍຈິດໃຈຫອມຮັກ ພັດທະນາເມືອງບ້ານ
ຮ່ວມປະສານເສີມສ້າງ ປິຕຸພູມບ່ອນຝັງແຮ່
ນີ້ຄືຄວາມຮັກແທ້ ທີ່ມີໃຫ້ແກ່ແຜ່ນດິນ
ຟັງຍິນສຽງໂຮຮ້ອງ ດັງສະນັ່ນຕາມສາຍທາງ
ພໍປານກັບປາງບຸນ ມ່ວນໃຈສະໜຸກແມ້ງ
ຕ່າງສະແດງຄວາມຫັນຫ້າວ ສາມັກຄີປະສານຊ່ວຍ
ແຕ່ລະໜ່ວຍຕ່າງກໍ່ຟ້າວ ໃຫ້ມັນແລ້ວກ່ອນທ່ຽງວັນ
ມາລາໃຈ ສຸກສັນຍິ້ມ ໃຫ້ແກ່ ບົວສະບາ
ດ້ວຍອຸລາມີສຸກ ເມື່ອຮ່ວມງານຄຽງໃກ້
" ຂ້ອຍຂອບໃຈຈຸເຈົ້າ ທີ່ລົງມືເຮັດວຽກຊ່ວຍ "
" ຖ້າໜ່ວຍໃດບໍ່ແລ້ວ ພວກເຮົານັ້ນຊ່ວຍສະເໝີ "
" ຕົວຂ້ອຍ ຈະສະເໜີໃຫ້ຈຸເຈົ້າ ເປັນຕົວເດັ່ນປະຈຳວັນ "
" ຢ່າຍ້ອງກັນເກີນໄປ ວຽກງານບໍ່ທັນແລ້ວ "
ນາງສົ່ງແວຕາໃຫ້ ບົວສະບາ ກໍ່ຍິ້ມຕໍ່
" ຂ້ອຍກໍ່ເຫັນພວກເຈົ້າ ຈິງຈັງແທ້ຊ່ວຍພວກເຮົາ
ສົມຄວນແລ້ວພວກເຈົ້າ ຈະໄດ້ຮັບທຸງແດງ
ເປັນຈຸງານຂັນແຂງ ອອກແຮງງານວັນນີ້ "
" ກໍ່ຂ້ອຍມີຕົວເຈົ້າ ເປັນກຳລັງໃຈ ຢູ່ໃກ້ມໍ່ "
" ຂ້ອຍກໍ່ເຮັດໜ້າທີ່ຂ້ອຍ ຢ່າຫາເລື້ອງໃສ່ຢາ "
" ຕົວຂ້ອຍກໍ່ວ່າເວົ້າ ຕາມແຕ່ໃຈບັນຊາ
ໃຈສັ່ງມາຢ່າງໂຫຍຫາ ເພື່ອແບ່ງເບົາງານເຈົ້າ "
" ຈັ່ງແມ່ນຫວານນໍຄຳເວົ້າ ກິນຫຍັງມາຈິ່ງເວົ້າຄ່ອງ
ໄປເຝິກຝົນຄຳແອບຍ້ອງ ແນວນີ້ຢູ່ບ່ອນໃດ "
" ຂ້ອຍເວົ້າຕາມໃຈຂ້ອຍ ຢາກຈະເອີ່ຍປະສົງໄຂ
ຫົວໃຈເຮົາພະວົງນາງ ຈຶ່ງກ່າວວອນກັບເຈົ້າ "
" ຈະເອົາບໍນ້ຳຕານນີ້ ກິນໃຫ້ມັນຫວານເຂົ້າຕື່ມ
ໃຫ້ມົດລືມວ່າປາກເຈົ້າ ເປັນອ້ອຍບໍ່ນຳຕານ "
" ບໍ່ແມ່ນຫວານແຕ່ຄຳຍ້ອງ ແຕ່ເວົ້າກັ່ນຈາກໃນຈິງ
ເຈົ້າເປັນຍິງມີມົນຂັງ ສະເໜ່ໃນຮອຍຍິ້ມ
ໃຊ້ສອງມືທີ່ນວນນິ້ມ ອອກແຮງງານຢ່າງບາກບັ່ນ
ຂ້ອຍພູມໃຈທີ່ເຈົ້ານັ້ນ ຂະຫຍັນສູ້ທຸກວຽກງານ "
" ປາກກໍ່ຫວານຢູ່ແລ້ວ ແຖມເວົ້າຕື່ມຄຳຫອມ
ຂ້ອຍນີ້ຍອມຄາລົມ ອິ່ນອອຍຂອງເຈົ້າ "
" ຂ້ອຍກໍ່ພຽງຈາເວົ້າ ຕາມຄວາມຈິງນີ້ນ່າ "
" ຄົນອື່ນດຸກວ່າຂ້ອຍ ບໍ່ເຫັນຍ້ອງແກ່ພວກເຂົາ "
" ເຮີ້ຍ! ສອງຄົນນີ້ເວົ້າ ລົມເລື່ອງຫຍັງກັນ
ສຽງຄັນໆໃນຫູ ຢາກຮູ້ນຳໄດ້ບໍນີ້ ? "
ທິບພະວົງ ມີຄຳເວົ້າ ແນມເຂົາສອງແລ້ວເຍີ້ຍຕໍ່
" ຂໍໂທດນະທີ່ຂ້ອຍ ມາເວົ້າລົບກວນ "
" ບໍ່ມີຫຍັງດອກອ້ວນ ພຽງລົມມ່ວນທຳມະດາ "
ມາລາໃຈ ຈາລັດ ເບິ່ງໜ້ານາງແລ້ວໄຂຍິ້ມ
ທິບພະວົງ ວາຈາຊິ້ມ ກັບ ບົວສະບາ ວ່າ
" ລະວັງນະ! ສຸມາລີ ຮູ້ເລື່ອງນີ້ ຫູເຈົ້າຊິຢ່ອນຢານ "
ບົວສະບາ ບໍ່ກ່າວຕ້ານ ພຽງຍິ້ມຕໍ່ຫວານໆ
ເຂົາຕ້ອງການຫຼົບລຽງ ຈາກເລື່ອງພວມລົມເວົ້າ
ຈຶ່ງຊອກເອົາຍັງເລື້ອງ ຄຳທວາຍມາຖາມຕໍ່
" ' ໄປທໍ່ນາມາທໍ່ເສົ້າ ຊຸມເຈົ້າວ່າແມ່ນຫຍັງ ? ' "
ທິບພະວົງ ຟັງແລ້ວ ກໍ່ຕອບຢ່າງໄວວາ
" ຂ້ອຍວ່າແມ່ນ ' ດາງແຫ ' ຕອບຖືກບໍຄຳຖາມເຈົ້າ "
ບົວສະບາ ຈາເວົ້າ ຖາມຄຳຖາມຂຶ້ນຕື່ມ
" ' ລືມບໍ່ລືມກໍ່ຖິ້ມ ປະໄວ້ເມື່ອຍ່າງກາຍ ແມ່ນຫຍັງ ? ' "
" ຄຳຕອບງ່າຍໆນີ້ ນັ້ນແມ່ນ ' ຮອຍຕີນ ' "
" ' ແມ່ນຫຍັງ ບໍ່ມີມືບໍ່ມີຕີນ ແຕ່ມັກປີນຂຶ້ນກົກໄມ້ ? ' "
ມາລາໃຈ ໄຂຍິ້ມ ວາຈາຕອບວ່າ
" ຈຳພວກ ' ເຄືອ ' ຢາກຂຶ້ນຟ້າ ປີນກ້ຽວບໍ່ຫ່ອນຖອຍ "
ບົວສະບາ ຄ່ອຍເວົ້າ ຖາມຕໍ່ຄັນໆໃຈ
ເພື່ອໃຫ້ມັນສຸກສັນ ບ່າວສາວບໍ່ໝາຍເວັ້ນ
" ' ອັນວ່າສອງມືເນັ້ນ ທາງແອວຕີງນໍ່າໆ
ເອົາມືຄຳຄັນບໍ່ເຂົ້າ ກໍ່ເອົານ້ຳຫຼໍ່ລື້ນນຳ ແມ່ນຫຍັງ ? ' "
ບົວສະບາ ຫົວຍ້າມໆ ທັງຄິດໃນໃຈ
ສາວຄົນໃດຈະມາໄຂ ຂໍ້ປິດສະໜານີ້
ສາວສົມສີ ແນມດູໜ້າ ຂອງເຂົາງວດໜຶ່ງ
ແລ້ວຈຶ່ງຍິ້ມນ້ອຍໆ ຈົນເຫັນແຂ້ວສ່ວນທີ່ຂາວ
ພວກນາງສາວແນມໜ້າ ແລ້ວຍິ້ມສົ່ງຫາກັນ
ບາງຄົນຫົວອິກໆ ເພາະຄິດເຖິງສັນນັ້ນ
ພວກເຂົາສຸກສັນດ້ວຍ ສຽງໂຮດັງສະນັ່ນ
ທວາຍມັນໆເຊັ່ນນີ້ ມັນເປັນໜ້າຂຶ້ນໃຈ ແທ້ໃດ
ມາລາໃຈ ນາງຄົ້ນ ຄິດຢູ່ດົນນານ
ແລ້ວຈຶ່ງຂານວາຈາ ດ້ວຍປິດສະໜາຕ້ານ
" ' ອັນວ່າຫີນດານກ້ອນ ນອນກາງຊານຫງາຍລ່າງງ່າງ
ຊາຍວາງຂອງໃສ່ຫັ້ນ ຄັນບໍ່ຄັນກໍ່ເດົ້າ ຄັນບໍ່ເຂົ້າແມ່ນບໍ່ຍອມ ຖືກບໍ ? ' "
ເບິ່ງຜູ້ໃດກໍ່ພ້ອມ ໂຮຢ່າງເຕັມໃຈ
" ປິດສະໜາແນວໃດ ກ່ຽວພັນສອງເລື້ອງ
ບໍ່ໃຫ້ເປືອງສະໝອງຂ້ອຍ ຖາມມາຕອຍງ່າຍໆ ໂລດແລ້ວ
ແຕ່ໜ້າໜ່າຍກະດໍ້ ໂອຍຂ້ອຍບໍ່ຢາກຈາ "
ແລ້ວທຸກຄົນກໍ່ຮ້າ ໂຮເຮ່ວສຸກອຸລາ
ຄັນເວົ້າເຖິງປິດສະໜາ ບ່າວສາວກໍ່ສັນນີ້
ຄິດງ່າຍດາຍກໍ່ຄືຈີ້ ຈຸດຄັນໃຫ້ເຂົ້າບ່ອນ
ຄຳຕອບສອງທ່ອນນັ້ນ ຄື ' ຝົນພ້າ ' ບໍ່ຕ່າງກັນ
" ຍັງອີກຂໍ້ໜຶ່ງນັ້ນ ຟັງກ່ອນເຮົາຈະຖາມ
' ກ່ອນຈະເຖິງຍາມນອນ ປ່ອນໃສ່ຮູໜັງໄວ້
ຖັ່ງໄປຖັ່ງມາພ້ອມ ຈົນນ້ຳຂາວຍ້ອຍຫຼັ່ງ
ຄັນຫາກຍັງບໍ່ແລ້ວ ນ້ຳຂາວຍ້ອຍກໍ່ບໍ່ເຊົາ ແມ່ນຫຍັງ ? ' "
ແລ້ວພວກເຂົາກໍ່ຮ້ອງ ໂຮຕື່ມແຮງດັງ
ມາລາໃຈ ຍັງຄິດ ຮິ່ນຕອງຄຳເວົ້າ
" ' ພໍຕື່ນມາຍາມເຊົ້າ ສຸບຮູໜັງອີກຄັ້ງໜຶ່ງ
ຖັ່ງເບົາໆແລ້ວກໍ່ຈຶ້ງ ຊຶງບາດຍອກໆໄງ້ ພໍໃຈແລ້ວຈຶ່ງເຊົາ ຖືກບໍ ? ' "
ພໍເຖິງທີຜູ້ຍິງເວົ້າ ສາວໆຍິ່ງໂຮແຮງ
ສະແດງວ່າທາງຕົນ ກໍ່ຫາກຍັງມີຄົນແກ້
ຖ້າຄູ່ໃດແລດູໜ້າ ສົບຕາຕ້ອງຍິ້ມກ່ອນ
ທວາຍ ' ຖູແຂ້ວ ' ກໍ່ຊິຮ້ອນ ເຖິງເລື່ອງອື່ນບໍ
ມັນກໍ່ຈິງຢູ່ດອກເຈົ້າ ຂອງແນວວ່າຄວາມມັນ
ຟັງແລ້ວຄັນໃນຫົວໃຈ ສຽບໃນຈົນອົກຊຶ້ງ
ບາງຄົນຟັງແລ້ວຕາຈຶ້ງ ຊຶງໄປຫາຄວາມຊ່ານ
ຟັງເປັນທຳຈິ່ງບໍ່ຢ້ານ ຕົວເຈົ້າຊິເສື່ອມສິນ
" ' ແມ່ນຫຍັງກໍ່ດໍ່ກິ້ນ ເກີດໃນບ່ອນມີຂົນ ? ' "
ແລ້ວທຸກຄົນພາກັນໂຮ ຮ່າເຮວນັນກ້ອງ
ມາລາໃຈ ຫຼຽວມອງໜ້າ ບົວສະບາ ກໍ່ຍິ້ມຕໍ່
ຄຳຕອບຂອງຂໍ້ນີ້ ' ເຂົາ ' ພົ້ນອອກຈາກຫົວ
" ' ແມ່ນຫຍັງຂົນບົ່ວອ້ອມ ເປັນຍ່ອມແຍ່ມເຕັມຕົວ
ຂົນກູດງໍອ້ອມຫົວ ປົ່ງທົ່ວໄປເຖິງກົ້ນ ? ' "
ໝົດທຸກຄົນໂຮຂຶ້ນ ສຽງດັງແຮງກວ່າເກົ່າ
ທວາຍ ' ໝາກເງາະ ' ດອກພວກເຈົ້າ ຢ່າຫາຫຍຸ້ງເລື່ອງເສື່ອມສິນ
ຄຳທວາຍຍັງບໍ່ສິ້ນ ຕິດຕໍ່ຕາມມາ
ຂັນທະລີ ຫຼຽວແນມ ບອກວ່ານາງຢາກທວາຍດ້ວຍ
" ' ແມ່ນຫຍັງ ຮູບຮ່າງຄີງບາງສ້ວຍ ນອນຫງາຍບ້າຍຂຶ້ນຂີ່ ?
ຕີ່ສອງຂາອອກແລ້ວ ກໍ່ສຸບເຂົ້າໃສ່ບ່ອນໝາຍ ? ' "
ພວກຜູ້ບ່າວແຕ່ລະອ້າຍ ສາຍຕາສົ່ງຫາກັນ
ວ່າໃຜຈະຂັນອາສາ ຕອບທວາຍບັນຫານີ້
ຄຳສະຫວ່າງ ມີຮອຍຍິ້ມ ໄຂຄຳຕອບວ່າ
" ຕອບບັນຫາຂໍ້ນີ້ ' ເຮືອ ' ພ້ອມ ' ແວ່ນຕາ ' "
ຂັນທະລີ ເບິ່ງໜ້າ ພ້ອມທັງສົ່ງສາຍຕາ
" ' ແມ່ນຫຍັງ ນຸ້ມໆໃຕ້ງ່າມຂາ ແຕ່ລາຄາເປັນລ້ານ ? ' "
ນາງກ່າວຂານຄຳຖາມເພີ້ມ ຕົວເຂົາກໍ່ຍິ້ມຕໍ່
" ຖ້າຂ້ອຍຕອບຂໍ້ນີ້ໄດ້ ຕົວເຈົ້າຊິໃຫ້ຫຍັງ ? "
ທຸກຄົນໄດ້ຟັງແລ້ວ ກໍ່ແນມເບິ່ງຢ່າງສົງໃສ
" ຖ້າເຈົ້າພໍໃຈເອົາ ແນ່ນອນຂ້ອຍມີໃຫ້ "
" ເວົ້າຈາກໃຈຈິງແທ້ ຫຼືແປຄວາມໃຫ້ເວົ້າຄ່ອງ "
" ຂ້ອຍມີໜາຂອງໃຫ້ເຈົ້າ ຕົວເຈົ້າຢາກໄດ້ຫຍັງ ? "
" ສິ່ງທີ່ຂ້ອຍຫວັງຢາກໄດ້ ຂອງທີ່ຢູ່ໃນກາຍ "
ພ້ອມສົ່ງສາຍຕາແນມ ລັບລົມອົມຍິ້ມ
" ຊິເອົາຂອງສຸບຫຼີ້ມ ໃນກາຍຂ້ອຍນີ້ບໍ່ ? "
ແລ້ວທຸກຄົນກໍ່ຍິ້ມ ໂຮຂຶ້ນຢ່າງຖືກໃຈ
" ຖ້າເຈົ້າກ້າໃຫ້ຂ້ອຍ ກໍ່ລອງເບິ່ງຕີນໍ "
" ຂ້ອຍພວມລໍຄຳສະເລີຍ ຂ້ຽວຕອບມາແມນີ້ "
ຄຳສະຫວ່າງ ມີຮອຍຍິ້ມ ສາຍຕາຫວານແລ້ວຕອບວ່າ
" ກໍ່ ' ລົດຈັກ ' ຄ່າລ້ານ ຢູ່ທາງໃຕ້ງ່າມຂາ "
" ຄິດວ່າແມ່ນອັນນັ້ນ " ສຽງໂຮຕື່ມແຮງດັງ
" ພວກເຈົ້າວ່າແມ່ນຫຍັງ ທີ່ຂ້ອຍຈາວ່າອັນນັ້ນ ? "
ຫຼາຍຄົນຍັງພາກັນຍິ້ມ " ແມ່ນຫຍັງທີ່ເຈົ້າວ່າ ? "
ບົວສະບາ ບໍ່ຕອບເວົ້າ ພຽງຍິ້ມຢ່າງເລິກໃຈ
ຂັນທະລີ ກໍ່ໄດ້ ເວົ້າຕໍ່ທັນທີ
" ອັນນັ້ນຊິມີຫຍັງ ທີ່ຄ່າແພງເປັນລ້ານ
ຂໍ້ຕອບ ຄຳສະຫວ່າງຕ້ານ ຕົວເຮົາວ່າບໍ່ແມ່ນ
" ຄັນຊັ້ນ ຂອງຄ່າແສນຄ່າລ້ານ ຂອງເຈົ້ານັ້ນແມ່ນຫຍັງ ? "
ຂັນທະລີ ຍັງຍິ້ມ ເຍີ້ຍຕໍ່ຕາມຫຍາມ
" ຄັນຕອບຕາມຄຳເດີມ ນັ້ນກໍ່ຄື ' ຕົວຊ້າງ '
ຂ້ອຍວ່າລາງວັນນີ້ ບໍ່ເໝາະຕີກັບຄົນໂງ່
ໄດ້ແຕ່ພຽງອວດໂມ້ ແຕ່ຕົວເຈົ້າບໍ່ເກັ່ງຈິງ "
ຄຳສະຫວ່າງ ຫຼິງດູໜ້າ ແນມເບິ່ງຢ່າງເຢັນຊາ
" ຂ້ອຍຈະທວາຍບັນຫາຄືນ ຈົ່ງສະເລີຍໃຫ້ມັນໄດ້
ຖ້າຄາໃນບັນຫາຂ້ອຍ ສະໝອງນາງກໍ່ຕ້ອງໂງ່
ມີແຕ່ໂຕເທົ່າຊ້າງ ສະໝອງນັ້ນສໍ່າແມວ "
ຂັນທະລີ ຄັນແຂ້ວ ຕອບຕໍ່ທັນທີ
" ເຈົ້າຊິມີດີຫຍັງ ໃຫ້ຂ້ອຍຄາບັນຫາເຈົ້າ "
" ຢູ່ໃນໂລກເຮົານີ້ ຍິງຄົນໃດສຸດໂງ່ງ່າວ ? "
ຂັນທະລີ ຕ່າວໜ້າ ຫາຄົນໃກ້ແລ້ວຄ່ອຍຖາມ
ຄຳສະຫວ່າງ ຫົວຍ້າມໆ " ເຈົ້າຊິປິ່ນໄປຖາມໃຜ ?
ຂ້ອຍທວາຍວ່າ ຍິງຄົນໃດ ທີ່ໂງ່ໃນໂລການີ້ ? "
ຂັນທະລີ ມີຮອຍຍິ້ມ ຫົວເບົາໆຂຶ້ນຄ່ອຍໆ
" ເອົາຄຳຕອບຈາກຂ້ອຍ ຕົວເຈົ້າໂງ່ຫຼາຍ "
" ຂ້ອຍເປັນຜູ້ຊາຍນີ້ ບໍ່ຫ່ອນກ່ຽວກັບຄຳທວາຍ "
" ຄິດວ່າໂຕສະຫຼາດຫຼາຍ ໜ່າຍເດຄວາມໂມ້
ສຸດໂງ່ຄືຕົວເຈົ້າ ຈຶ່ງຖາມເຮົາໃຫ້ຕອບຊ່ວຍ ແມ່ນບໍ ? "
" ແບບນີ້ຂ້ອຍບໍ່ຫຼິ້ນດ້ວຍ ທວາຍກັບເຈົ້າຂ້ອຍບໍ່ໄຫວ "
" ບໍ່ວ່າຊິໄປລັກໄຫ້ ຍ້ອນຄວາມໂງ່ຂອງຕົວເອງ "
" ເຈົ້າເກັ່ງສາສາວຄົນງາມ ໂງ່ຜູ້ດຽວພຽງຂ້ອຍ "
" ບໍ່ວ່າຊິໃຈນ້ອຍ ຄົນກໍ່ງາມຮູບກໍ່ຫຼໍ່ "
ຖືກສາວຍໍຍ້ອງຍົກໃຫ້ ເຂົາເລີຍຍິ້ມຢ່າງຖ່ອມຕົນ
" ດີໃຈເຫັນຖະໜົນກວ້າງ ຢູ່ທ່າງທ່ຽວໄປມາ
ຍ້ອນກຳລັງຂັນອາສາ ຊາວໜຸ່ມລາວກຽມພ້ອມ
ເຮົາຮັກຫອມເມືອງບ້ານ ອອກແຮງງານຄືໜ້າທີ່
ຊາວໜຸ່ມດີຕ້ອງກໍ່ສ້າງ ບໍ່ທຳເລື້ອງທີ່ເສື່ອມເສຍ "
ນາງສາວຜູ້ຕໍ່າເຕ້ຍ ຍິ້ມງ່າຍອາລົມດີ
ນາງພັດມີພອນສະຫວັນ ເລື່ອງການລຳຮ້ອງ
ເພື່ອເປັນການສະຫຼອງໃຫ້ ຫົວໃຈທີ່ດຸໝັ່ນ
ຄອນສະຫວັນ ດັງຈ້ອຍໆ ສາວນ້ອຍຜູ້ເກັ່ງລຳ
" ຊາວໜຸ່ມເຮົາເໝືອນດັ່ງນ້ຳ ກະແສໃຫຍ່ທາລາ
ໄຫຼຫຼັ່ງມາເພື່ອປະຊາ ໄດ້ອາບເຢັນຫາຍຮ້ອນ
ຢູ່ບ່ອນໃດວຽກງານຫຍຸ້ງ ຕະລຸມບອນໄປໃສ່
ໃຫ້ເປັນທີ່ເພິ່ງໄດ້ ຂອງຊາວເຊື້ອຊາດປະຊາ
ຊາວໜຸ່ມຄືພູເຂົາກ້າ ໜ່ວຍໃຫຍ່ສູງຊັນ
ຢືນປ້ອງກັນລົມພາຍຸ ທີ່ພັດເພທຳລາຍມ້າງ
ມີກຳລັງເໝືອນຊ້າງ ສານຫຼວງຕົວໃຫຍ່
ມີນ້ຳໃຈເໝືອນດັ່ງນ້ຳ ສາຍຂອງກວ້າງລ່ອງໄຫຼ
ຈິດໃຈນັ້ນກໍ່ກວ້າງ ໃຫຍ່ກວ່າພະສຸທາ
ທັງມະສະມຸດເລິກ ບໍ່ປຽບປານໃຈເຮົາໄດ້
ພູເຂົາໄຟແປວຮ້ອນ ໃນໂລກາບໍ່ທຽມເທົ່າ
ຊາວໜຸ່ມລາວໃຈຍິ່ງຮ້ອນ ຕໍ່ການສ້າງພັດທະນາ
ເພິ່ນວ່າເມືອງຊິກ້າວ ລາວຊິຮຸ່ງສີວິໄລ
ກໍ່ອາໃສກຳລັງແຮງ ຊາວໜຸ່ມລາວເປັນເຄົ້າ
ນີ້ລະເດີຊຸມເຈົ້າ ຟັງເອົາໃຫ້ຄິດຮໍ່າ
ຕາມການນຳພັກບົ່ງຊີ້ ໃຫ້ເຮົານີ້ໄດ້ດຸ່ງເດີນ
ດຽວນີ້ຊາດຮຽກເອີ້ນ ໃຫ້ເຮົາຮ່ວມແຮງເຮັດ
ເດັດຂາດເຮົາຕະລຸມບອນ ທຸກບ່ອນເດີຢ່າກົວຢ້ານ
ຕ້ອງອາດຫານຊານໄຊສູ້ ຕີສັດຕູໃຫ້ແຕກຜ່າຍ
ດຽວນີ້ ສັດຕູໂຕໂຫດຮ້າຍ ຄືຄວາມຈ້າໂງ່ພະຫຍາ
ດັ່ງນັ້ນ ຊາວໜຸ່ມລາວຕ້ອງຕັ້ງໜ້າ ສຸມໃສ່ການຮຽນ
ໃຫ້ໝັ່ນພຽນສຶກສາ ພັດທະນາຄວາມຮູ້
ຢ່າຢູ່ດາຍເດີນຫຼິ້ນ ໜັກແຜ່ນດິນລ້າເປົ່າ
ຊາວໜຸ່ມເຮົາທຸກທົ່ວໜ້າ ໄດ້ຍິນແລ້ວຈົ່ງຕື່ນຕົວ
ຢ່າໄດ້ໄປຢູ່ມົ້ວ ນຳໝູ່ໂລກີ
ຕິດສັງຄົມເສລີ ຊົ່ວຊາມເລວຊ້າ
ເຊີນເຍີເຊີນກັນໜ້າ ມາສາພວກໝູ່
ພວກເຮົາຈະຊ່ວຍຍູ້ ຂັດລ້າງສິ່ງເສື່ອມເສຍ
ພວກເຮົາຈົ່ງປັດເຂ່ຍໃຫ້ ຄວາມໂງ່ທາງໃຈ
ໃຫ້ມັນດັບສູນໄປ ພ້ອມພວກເຮົາຮຽນຮູ້
ປູ່ຍ່າເຮົາສອນໃຫ້ ທຳຄວາມດີໃຈສັດຊື່
ແລ້ວມື້ໜຶ່ງໃນຂ້າງໜ້າ ຄວາມດີນັ້ນຊິຕອບແທນ
ສາມັກຄີ ຮັດແໜ້ນ ທຸກເຜົ່າປະຊາຊົນ
ທຸກຊັ້ນຄົນໃນສັງຄົມ ໃຫ້ຮັກແພງກັນໄວ້
ປຸ້ມລຸມໃຈກັນສ້າງ ມືອງລາວໃຫ້ເຮືອງຮຸ່ງ
ຄອນສະຫວັນ ມຸ່ງໄວ້ ເຂົ້າໃຈແລ້ວຊິເອີ່ຍລາ ໂອລະນໍ "
ທຸກຄົນກໍ່ວ່າເວົ້າ ວ່າລຳມ່ວນຈິງໜໍ
ໃຜກໍ່ພໍໃຈນຳ ນ້ຳສຽງອັນຫວານຊ້ອຍ
ສຽງຕົບມືຄ່ອຍດັງຂຶ້ນ ຊົມເຊີຍນາງຜູ້ສຽງມ່ວນ
ເຫັນນາງສາວຜູ້ຊື່ອ້ວນ ທັງໂຮຮ້ອງບາດເພິ່ນສອຍ
ບວກຂຸມທັງໃຫຍ່ນ້ອຍ ທຸກບ່ອນຕາມທາງ
ຊາວໜຸ່ມວາງກຳລັງບຸກ ໃຫ້ເຫືອດຫາຍໄປແລ້ວ
ເຫັນແຕ່ແລວທາງກວ້າງ ພຽງດີແດດກະນໍ່າ
ຍັງແຕ່ຄວັນໄງ່ກຸ້ມ ຂຸມຕົມນັ້ນແມ່ນບໍ່ມີ ອີກແລ້ວ.
ສຸມາລີ ມ້ຽນເຄື່ອງໄວ້ ແລ້ວລ້າງສວ່າຍແຂນຂາ
ອອກແຮງງານມາເຖິງ ທ່ຽງວັນພໍດີແລ້ວ
ສຽງຊວ່າແຊວຍັງກ້ອງ ກັງວານຕາມຊາຍປ່າ
ທິດາພອນ ລ້າງໜ້າແລ້ວ ກໍ່ມາເຂົ້າສູ່ວົງ
ໃຜກໍ່ຈົກຖົງເຂົ້າ ປີ້ງຈີ່ທັງອົບ
ມີທັງກົບທັງປາ ປິ່ນໝູຫອມກຸ້ມ
ນີ້ຄືງານຊຸມເຂົ້າ ສາມັກຄີກາງປ່າ
ອັນວ່າລົດຊາດນີ້ ກິນແຊບກວ່າຢູ່ເມືອງ ຊ້ຳໃດ
ອາຫານຫຼາຍເຍື່ອງນັ້ນ ແຊບອະລ່ອຍເຕັມພາ
ເຫຼົ້າບອງຢາເຫຼົ້າຂາວ ລ່ອງຄໍໄປພ້ອມ
ບວກກິ່ນຫອມມາລາໄມ້ ຍາມລົມໂຊຍຜ່ານປ່າ
ຫອມມາລາດອກໄມ້ ກະຈາຍກົ້ວເຂົ້າໃສ່ດັງ
ຟັງຍິນສຽງນົກຮ້ອງ ວີວ່ອນອອນຊອນໃຈ
ເພີ່ມໃຫ້ດົງພົງໄພ ໃສ່ສະເໜຫາໄວ້
ຕິດຕຶງໃຈຜູ້ມາຢ້ຽມ ອອນຊອນນຳດົງປ່າ
ມີພຶກສາຂຽວສະອຸ້ມ ມີສຸມໄມ້ໃຫ້ນົກນອນ
ເຫັນກະແຕກະຮອກຟ້ອນ ເຕັ້ນໄຕ່ໄປມາ
ອິດສາເດທີ່ເຫັນມັນ ໄລ່ຢອກກັນຕາມໄມ້
ມັນຄົງດີໃຈລົ້ນ ທີ່ເຫັນຄົນມາປູກປ່າ
ອະນາຄົດຕໍ່ໜ້າ ມັນຈະໄດ້ຢູ່ເນົາ
ໄດ້ຍິນສຽງນົກເຄົ້າ ຮ້ອງກຸກກູ່ຢູ່ກາງໄພ
ສຽງໄກ່ຂັນເອິກອີເອີ… ເລິກໆໃນດົງກວ້າງ
ສະຫວາງໃຈຍາມໄດ້ ເຫັນພົງໄພແລ້ວສົດຊື່ນ
ຫົວອົດເຮົາກໍ່ຟົດຟື້ນ ເມື່ອເຫັນໄມ້ປ່າຂຽວ
ຫຼຽວລໍ່າດູເບິ່ງຟ້າ ໂອ້ໂອ່ຍໜັກໃຈ
ເມື່ອໃດເດສາຍຝົນ ຊິຫຼັ່ງລົງລິນຍ້ອຍ
ຕົ້ນໄມ້ຄອຍຄອງຖ້າ ສາຍຝົນມາໂຮຍຮໍ່າ
ມັນຕ້ອງການແຫຼ່ງນ້ຳ ມາລ້ຽງງໃຫ້ໃຫຍ່ສູງ
ເພື່ອນຝູງມາຄົບໜ້າ ກໍ່ພ້ອມພໍ່າພາກິນ
ສອນນາລີ ກຳລັງລິນ ເຫຼົ້າຂາວທັງໄຂຍິ້ມ
" ຂ້ອຍຂໍຊີມກ່ອນເດີເຫຼົ້າ ຕົວເຮົາສະເໜີກ່ອນ
ເພື່ອອາຫານຈະມ່ອນລື້ນ ກືນໄດ້ຢ່າງງ່າຍຄໍ "
ແລ້ວຈິ່ງເຍັ້ນຕໍ່ໃຫ້ ພວກໝູ່ທີລະຄົນ
ຜູ້ບ່າວ ຕ່າງກໍ່ສົນໃຈຈັບ ຮັບໄວໄຂຍິ້ມ
ຕ່າງຍິນດີຊີມເຫຼົ້າ ເອົາຄຳຫວານເວົ້າຕໍ່
" ຂ້ອຍຂໍຕື່ມໄດ້ບໍ່ນີ້ ມັນໜ້ອຍຍາກກືນ "
ສອນນາລີ ສົດຊື່ນຍິ້ມ ແລ້ວເວົ້າຕໍ່ຫວານໆ
" ດື່ມພໍເປັນພະລັງເສີມ ເພີ່ມເລືອດລົມນິດໜ້ອຍ "
" ບໍ່ວ່າຊິໃຫ້ຂ້ອຍ ຄອງຄອຍຖ້າເຈົ້າຕື່ມ "
" ຂ້ອຍວ່າເຈົ້າດື່ມແມ້ ໝູ່ຍັງຖ້າອີກຢູ່ໃດ "
ພ້ອມທັງເຍັ້ນຕື່ມໃຫ້ ນິດໜ່ອຍເບົາໆ
" ເຫຼົ້າເຈົ້າຄືວ່າຫອມ ລ່ອງຄໍຫວານຊ້ອຍ
ດື່ມແລ້ວຕຶງໃຈຂ້ອຍ " ສຽງເບົາໆຊິ່ມໃສ່
ສອນນາລີ ໄດ້ແຕ່ຍິ້ມ ຫຼິງແລ້ວຄ່ອຍພັບຕາ
ດວງມະໂນ ແນມດູໜ້າ ແລ້ວຍິ້ມຕໍ່ ສອນນາລີ
ດ້ວຍໄມຕີໝາຍມິດ ຊິດຊວນເຊີນໃກ້
ນວນລະໄມໃນຮອຍຍິ້ມ ຄວາມຈິງໃຈໄດ້ບອກບົ່ງ
ແລ້ວຄ່ອຍສົ່ງຈອກໃຫ້ ໃນຮອຍຍິ້ມທີ່ຜ່ອງໃສ
ຄຳທີ່ເຂົາໄຂເວົ້າ ສະຖິດຢູ່ໃນໃຈນາງ
ດ້ວຍທ່າທາງເຂີນໆ ຄ່ອຍໆເດີນລິນເຫຼົ້າ
ສາຍຕາເຂົາແນມນິ້ງ ຫຼິງນາງຢ່າງຫວານຊໍ່າ
ແລ້ວຫັນມາສູ່ກ້ຳ ວົງພາເຂົ້າສືບຕໍ່ກິນ
ສອນນາລີ ກໍ່ລິນເຫຼົ້າ ສືບຕໍ່ລຽນໄປ
ດ້ວຍນ້ຳສຽງເສາະໃສ ເວົ້ານົວຫົວແຍ້ມ
ບວກແກມກັບໃບໜ້າ ສວຍໂສພາເນື້ອຜ່ອງ
ຜູ້ບ່າວຕ່າງກ່າວຍ້ອງ ວ່າຫອມຊຶ້ງແຊບຫຼາຍ
ພໍຕາເວັນບ່າຍຄ້າຍ ເລີ່ມມີໝູ່ເມຄາ
ພວກມັນໄຫຼລອຍມາ ສູ່ປ່າດົງພົງໄມ້
ຢາດຝົນຝອຍທຳໃຫ້ ພົງໄພມີຍິ້ມໃໝ່
ສາຍລົມໂຊຍຜ່ານໄມ້ ໄກວຟ້ອນແກວ່ງໃບ
ຜູ້ຄົນມາປູກໄມ້ ຕ່າງຊ້ອຍຊື່ນດີໃຈ
ໃບໜ້າບານເບີຍໃສ ເລິກໆໃນຮອຍຍິ້ມ
ອິດເໝື່ອຍກາຍປານປິດຖິ້ມ ຍາມຝົນເທຖອກໃສ່
ລ້າງເຫື່ອໄຄສູ່ປ່າໄມ້ ໃບຫຍ້າສະອຸ່ມຂຽວ.
ໄດ້ຍິນສຽງຂອງກົບ ອົບໆດັງຢູ່ແຄມນ້ຳ
ຕາມບວກໜອງຫຼາຍກ້ຳ ຍິນສຽງພວກອື່ງອ່າງ
ຕາມສາຍທາງມີບວກນ້ຳ ຄາຄ້າງຢູ່ຂຸມ
ເຫັນຜູ້ຄົນເຄື່ອນຍ້າຍ ທ່ອງທ່ຽວໄປມາ
ວັນນີ້ ວັນທີໜຶ່ງມິຖຸນາ ທ້າຍລະດູຍາມແລ້ງ
ຝົນຕົກແຮງເມື່ອຄືນນີ້ ເໝືອນການເຕືອນເພື່ອບອກວ່າ
ລະດູການບໍ່ຖ້າ ຝົນຟ້າຊິຫຼັ່ງລິນ
ໄດ້ຍິນສຽງປະກາດກ້ອງ ທໍລະໂຄ່ງດັງມາ
ປ່າວປະຊາຊາວສະຫວັນ ຈົ່ງຮ່ວມກັນສຸມສ້າງ
ສ້ອມແປງທາງຖົມຂຸມນ້ຳ ສາມັກຄີແລະຂັນແຂ່ງ
ວັນເສົາແດງມື້ນີ້ ຄືວັນສ້າງພັດທະນາ
ຊາວສະຫວັນທຸກຖ້ວນໜ້າ ຊ້ອຍຊື່ນດີໃຈ
ໃຜກໍ່ກຽມອຸປະກອນ ເຄື່ອງມືມີພ້ອມ
ຖົມບວກໜອງໃຫ້ໝົດສິ້ນ ສາຍທາງຈະເດີນງ່າຍ
ໄປສະບາຍຢ່າງບໍ່ຢ້ານ ຈະໂຕນຕວ້າມບວກໜອງ
ອີກພາກສ່ວນໜຶ່ງຕ້ອງ ລົງສູ່ສະໜາມບຸກ
ປູກພືດພັນນາໆ ໝູ່ມວນແນວໄມ້
ພັກລັດມີແນວທາງໃຫ້ ຊາວລາວຢ່າຢູ່ຫວ່າງ
ສຸມກຳລັງກໍ່ສ້າງ ເມືອງບ້ານຊ່ວຍກັນ
ອອກແຮງງານມື້ນີ້ນັ້ນ ທຸກພາກສ່ວນກຽມຕົວ
ບໍ່ຫວັ່ນກົວສາຍຝົນ ຫຼືແດດເຜົາຜານໄໝ້
ຫຼັງຈາກທັງໝົດໄດ້ ແຜນງານການຈັດແບ່ງ
ຕ່າງສະແດງທ່າພ້ອມ ໃຜຈະແລ້ວກ່ອນໃຜ
ກຸ່ມຕ່າງໆນັ້ນກໍ່ໄດ້ ຈັດແບ່ງຈຸງານ
ຮ່ວມປະສານກັນເຮັດ ວຽກງານທີ່ຕົນໄດ້
ມາລາໃຈ ເປັນຫົວໜ້າ ນຳພາຈຸທີໜຶ່ງ
ຈຸທີ່ຖືກມອບໃຫ້ ຕຳດິນນັ້ນໃຫ້ແໜ້ນດີ
ສ່ວນວ່າຈຸທີສອງນີ້ ນຳພາໝູ່ ບົວສະບາ
ເປັນຈຸພາກັນຂຸດ ກົ່ນດິນກອງໄວ້
ຈຸທີສາມພາກັນໃຊ້ ແຮງງານຍູ້ແກ່
ເພັດສຸວັນ ທ່ຽງແທ້ ພາເຂົານັ້ນເຮັດທຳ
ບາງພ່ອງຫີ້ວຄຸນ້ຳ ມາຫົດໃສ່ດິນຖົມ
ບາງພ່ອງພາກັນຕຳ ເພື່ອໃຫ້ດິນໜາແໜ້ນ
ບາງຄົນມີແຟນໃກ້ ເອົາໃຈບໍ່ຮູ້ເໝື່ອຍ
ວຽກງານເຮັດໄປເລື້ອຍໆ ໃຜບໍ່ເວົ້າຈົ່ມຫຍັງ
ເພາະທຸກຄົນຫວັງໄດ້ ທາງເດີນໄຕ່ໄປມາ
ບໍ່ໃຫ້ເສຍເວລາ ເພາະລົດຄາຂຸມກວ້າງ
ເພື່ອໃຫ້ທາງທຽວໄດ້ ໄປມາສະດວກງ່າຍ
ຖົມດິນຊາຍດິນດາກພ້ອມ ຫີນນັ້ນກໍ່ມີ
ບ້ານເມືອງລາວເປັນເຊັ່ນນີ້ ຕ້ອງເຮືອງຮຸ່ງສີວິໄລ
ປະຊາຊົນເປັນໃຈ ສ້າງແປງເມືອງບ້ານ
ຊາວໜຸ່ມລາວບໍ່ເຄີຍຢ້ານ ຂານອາສາທຸກໜ້າທີ່
ຕໍ່ໜ້າໄປເປັນເຊັ່ນນີ້ ເມືອງລາວຕ້ອງພັດທະນາ
ຢາດເຫື່ອນອງທົ່ວໜ້າ ປຽກຊຸ່ມຕົນຕົວ
ແຕ່ຍັງມີສຽງຫົວ ເວົ້າຈາສະໜຸກແມ້ງ
ສາວເສື້ອແດງຢູ່ທາງພຸ້ນ ຫົວເຖິງໃຈເອົາແທ້ວ່າ
ຈົນນ້ຳຕາເພິ່ນຍ້ອຍ ຈັກເຂົາເວົ້າເລື່ອງຫຍັງ
ບາງຄັ້ງສຽງດັງກ້ອງ ໂຮສະນັ່ນມັນໃຈ
ກຸ່ມໃດມີພຽງສາວໆ ຍິ່ງມ່ວນໃຈໂຮຮ້ອງ
ແມ່ນພວກເຂົານິນທາຕ້ອງ ຫົວໃຈຊາຍຄົນໃດນໍ່
ບາງຄັ້ງກໍ່ວ່າເວົ້າ ແລ້ວຫົວຂຶ້ນຢ່າງຊື່ນຊຳ
ບໍ່ມີໃຜຈຳໄດ້ ວ່າຈັກເລື່ອງລົມມາ
ທັງເລື່ອງເປັນສາລະ ເລື່ອງຂອກແຄແຈຮົ້ວ
ໄດ້ຄາຍເຫງົາໄດ້ຫົວຫຼິ້ນ ຍິນດີກັນໃຫ້ມັນມ່ວນ
ເວົ້າກວນກັນແດ່ເລັກໜ້ອຍ ພໍມີເລື້ອງໄດ້ເອີ່ໂຮ
ມີຄົນໜຶ່ງເວົ້າໂມ້ ເກີນກວ່າທຳມະດາ
ຫຼິ້ນສາຍຫູສາຍຕາ ໃສ່ໝູ່ຕົນຄຽງໃກ້
ເບິ່ງຜູ້ໃດກໍ່ຈາເວົ້າ ຖຽງເຂົາເອົາແທ້ວ່າ
ຕ່າງກໍ່ຫາສິ່ງອ້າງ ເຫດຜົນສ້າງໃສ່ກັນ
ຕ່າງສ້າງສັນສິ່ງເວົ້າ ອ້ອຍອິ່ນຄຳຫວານ
ຕື່ມອາຫານຫູຕາ ວ່າລົມບໍ່ວາງເວັ້ນ
ແນວຫົວໃຈຍັງເຕັ້ນ ເຫັນຂອງດີກໍ່ຕ້ອງເລົ່າ ກັນແລ້ວ
ຖ້າມີຫຍັງເຮົາຊື້ໄດ້ ເອົາມາໄວ້ບໍ່ໃຫ້ເຫຼືອ
ແຕ່ມີສິ່ງເຊື່ອໄດ້ ຄືຄ່າທາງໃຈ
ບໍ່ມີໃຜມາຈາ ຈ່າວຂາຍກັນໄດ້
ຂາຍຄ່າໃຈມີຄຳເວົ້າ ຍິນດີ ຫຼື ຮ້ອງຈົ່ມ
ມັນບໍ່ສົມລົບໄດ້ ເອົາເງິນໃຊ້ດັ່ງເຄື່ອງຂອງ
ຕາມສາຍທາງຍັງກ້ອງ ສຽງສະນັ່ນກັງວານ
ສຽງຊວ້ານຈົກດັງປະສານ ກະຕໍ່າຕີດິນແໜ້ນ
ສວາຍໆມາມັນແສນຮ້ອນ ດວງສຸລີເຜົາແຜ່ນ
ແທນຫ່າຜົນໃຫຍ່ເທັ້ງ ຄືນນີ້ຜ່ານມາ
ຍິງຊາຍທຸກທົ່ວໜ້າ ແມ້ງມ່ວນໃນອຸລາ
ສຽງໂຮເຮວເຮຮາ ບໍ່ຂາດສາຍດັງກ້ອງ
ບວກໜອງຕາມທາງກວ້າງ ຖົມໄປທົ່ວທຸກບ່ອນ
ຍັງແຕ່ກະນໍ່າຄ້ອນ ໃຫ້ມັນແໜ້ນນໍ່າລົງ
ທິບພະວົງ ຕົວອ້ວນໆ ຕຳຢູ່ງຸບໆ
ນາງໃສ່ກຸບໃບຕອງ ຫົ່ມເສື້ອດຳແຂນສັ້ນ
ເນື້ອໄຂມັນພົບຄວາມຮ້ອນ ກາຍາປຽກເຫື່ອ
ຈົນວ່າເສື້ອທີ່ຫົ່ມນັ້ນ ມີນ້ຳປຽກທົ່ວຕົວ
ມາລາໃຈ ຫົວຍິ້ມ ລົມໝູ່ຢ່າງສຸກສັນ
ຄວາມຮ້ອນມັນເຜົາຜານ ຢາດເຫື່ອເຕັມໃບໜ້າ
ບົວສະບາ ເດີນອ້ອມ ທາງຫຼັງນາງໄປໜ້ອຍໜຶ່ງ
ແລ້ວຈຶ່ງໃຈຕໍ່ຕັ້ງ ຕຳດິນແໜ້ນຊ່ວຍພວກເຂົາ.
ສຸມາລີ ທັງວ່າເວົ້າ ທັງເຮັດໄປນຳ
ນາງລໍ່າຫຼິງສະມາຊິກ ທຸກໆຄົນໃຫ້ກຽມພ້ອມ
ໃຜຈະຍອມໜີໜ້າ ເຂົາຈະຫາວ່າໂຕອ່ອນ
ເຖິງວ່າແດດຊິຮ້ອນ ເຫື່ອໄຄຍ້ອຍບໍ່ອາດຖອຍ
ດ້ວຍຫົວໃຈໜຸ່ມນ້ອຍ ແໜ້ນແກ່ນໄວຄະນອງ
ແຂນທັງສອງຍັງແຂງແຮງ ແຂ່ງຂາຍັງມີກ້າມ
ໃຜຈາຫຍາມກໍ່ຄົງໄດ້ ລອງແຮງກັນເບິ່ງຈັກຫວ່າງ
ຄັນຄັ້ງນີ້ຫາກບໍ່ແພ້ ກໍ່ຂໍແກ້ອີກແນ່ນອນ
ແສງແດດແຮງເຮັ່ງຮ້ອນ ຊາວໜຸ່ມແຮງບຸກ
ເພາະວ່າມາເຖິງຍຸກ ສະໄໝພວກເຮົາແລ້ວ
ມີແນວໃດຂວາງໜ້າ ຂານອາສາມ້າງຜ່າ
ຊາວໜຸ່ມລາວຈະຢູ່ລ້າ ລໍຖ້າແຕ່ເມື່ອກິນ ບໍ່ໄດ້ແລ້ວ
ດ້ວຍຫົວໃຈທີ່ບໍ່ສິ້ນ ຫວັງຕໍ່ຜົນງານ
ຊາວໜຸ່ມປະຈັນບານ ແກ່ນສານລາວກ້າ
ເປັນກຳລັງນຳໜ້າ ບໍ່ເຄີຍຍອມຍ້ອນຄວາມເໝື່ອຍ
ສ້າງປົວແປງຢູ່ເລື້ອຍ ແດນລາວນັ້ນຕ້ອງຮຸ່ງເຮືອງ
ເພື່ອໄປເຖິງບ່ອນເບື້ອງ ຊາວໜຸ່ມຄືແຂນຂວາ
ຂອງພັກປະຊາຊົນ ປະຕິວັດລາວເຮົານັ້ນ
ສຸມເຫື່ອແຮງປະຊັນສູ້ ສັງສິນໄຊຍຸກໃໝ່
ເປັນອິນຊີຍຸກສະໄໝ ບໍ່ເຄີຍເກງຢ່ອນຢ້ານ ລົມແດງຕ້ານບໍ່ລ່າຖອຍ
ຊາວໜຸ່ມລາວໃຫຍ່ນ້ອຍ ຍ້ອນເຊື່ອພັກນຳພາ
ທຸກເວລາກຽມໃຈ ໃສ່ການປົວແປງສ້າງ
ອອກແຮງງານເປັນຈຸດຕັ້ງ ຜະລິດຜົນທຸກພາກສ່ວນ
ວຽກງານດ່ວນຊາດຮຽກຮ້ອງ ສະມັກສູ້ເພື່ອຊາດລາວ
ທັງເຫື່ອໄຫຼໄຄຄ້າວ ປຽກຊຸ່ມໄປໝົດ
ມັນໄດ້ຫົດຕົນຕົວ ໃຫ້ຊຸ່ມເຢັນຫາຍຮ້ອນ
ສຸມາລີ ນາງຈ້ອນ ເຕືອນເອົາພວກໝູ່
" ແສງແດດຮ້ອນບໍ່ອາດສູ້ ຄວາມເປັນເຈົ້າແຫ່ງພວກເຮົາ
ທຸກຄົນຮີບເຮັ່ງເຂົ້າ ຂຸດກົ່ນເປັນຂຸມ
ປຸ້ມລຸມສາມັກຄີກັນ ໃຫ້ແລ້ວໃນຕອນເຊົ້າ
ເຮັ່ງຮີບຈັບເອົາເບ້ຍ ມາວາງປູກໃສ່
ຜູ້ໃດຫີ້ວຄຸນ້ຳ ຫົດໃຫ້ທົ່ວເຖິງ ແນ່ເນີ "
ຕ້ອງລື້ນເລິງເຊັ່ນນີ້ ຄົນທີ່ຮ່ວມອຸດົມການ
ວຽກງານໜັກຫຼືເບົາ ກໍ່ຊ່ວຍກັນທຳໄວ້
ບໍ່ແມ່ນຈະປະໃຫ້ ພາລະການໃຜຜູ້ໜຶ່ງ
ວຽກບໍ່ເຫິງກໍ່ແລ້ວ ຍ້ອນເຮົານັ້ນເຮັດຊ່ວຍກັນ
ອ້າຍບ່າວທັງຫຼາຍນັ້ນ ຍິ່ງດຸໝັ່ນເອົາງານ
ເຂົາຕ້ອງການຄວາມສົນໃຈ ຈາກເພື່ອນສາວທີ່ມາດ້ວຍ
ທິດາພອນ ຜູ້ສວຍຍິ້ມ ຈາລົມກັບໝູ່ວ່າ
" ເມື່ອໃດ ທຳມະຊາດປ່າໄມ້ ຫາກໝົດສິ້ນຈາກແຜ່ນດິນ
ເມື່ອນັ້ນເຮົາຈະສິ້ນ ວາຍວອດຊີວາດັບ
ເປັນຜົນກຳທີ່ໄດ້ຮັບ ຈາກການທຳລາຍໄມ້
ທຳລາຍປັດໄຈສ້າງ ອົກຊີແຊນເລີຍແປນເປົ່າ
ດັ່ງນັ້ນເຮົາໃນມື້ນີ້ ມາສ້າງປູກປ່າແທນ
ປູກເພື່ອໃຫ້ແຜ່ນກວ້າງ ຜືນປ່າໄດ້ຂຽວງາມ
ຟ້າສີຄາມຈະສົດໃສ ເມື່ອປ່າດົງມີແນວໄມ້ "
" ດີໃຈນຳຕົວເຈົ້າ ອຸດົມການສູງສົ່ງ
ຝົນບໍ່ລົງລົ່ນຟ້າ ພຶກສາແຫ້ງຫ່ຽວຕາຍ
ກໍ່ວ່າຫຼາຍປີແລ້ວ ປູກປ່າສາມັກຄີ
ຟັງແລ້ວຄົງຈະດີ ບ້ານເມືອງຈະມີໄມ້
ແຕ່ວ່າຫາໃສໄດ້ ຝົນນບໍ່ລິນຢາດສົ່ງ
ຟ້າຍັງຄົງແຫ້ງແລ້ງ ດິນແຫ້ງຈາກແດດເຜົາ
ເມື່ອອາກາດຮ້ອນເອົ້າ ຕົ້ນໄມ້ອ່ອນໃນດິນ
ດັບສິ້ນຕາຍບໍ່ມີເຫຼືອ ຖ້າຫາກເປັນສັນນີ້ "
" ມັນກໍ່ດີເຫດຜົນເຈົ້າ ຕົວເຮົາກໍ່ຄິດຢູ່
ປູກໄປແລ້ວບໍ່ຮູ້ ແມ່ນໃຜນັ້ນຮັກສາ
ຂ້ອຍກໍ່ມາປູກໄມ້ ໃຫ້ເປັນປ່າເຖິງສາມປີ
ມັນກໍ່ດີໃດເນາະ ໄດ້ອອກແຮງເສີມສ້າງ
ຕາມແນວທາງວາງໄວ້ ລັດຖະບານບອກບົ່ງ
ແຕ່ກໍ່ຄົງເໝື່ອຍລ້າ ເມື່ອລໍຖ້າແຕ່ຝົນ
ເຮົານີ້ເຄີຍຄິດຄົ້ນ ເມື່ອປູກປ່າສາມັກຄີ
ທາງທີ່ດີຄວນວາງ ປູກແລ້ວຄວນຮັກສາພ້ອມ
ຄວນຖະໜອມຫົດນ້ຳ ຮັກສາມັນໃຫ້ເຕີບໃຫຍ່
ເຮັດຈັ່ງຊີ້ຈຶ່ງຊິໄດ້ ມີໄມ້ທີ່ໃຫຍ່ສູງ "
" ມັນກໍ່ຄຸງໃຈແທ້ ນະເພື່ອນຄົນດີ
ເຮົາຈ້ໄປຕິໃຜ ສະພາບການເປັນແນວນີ້
ຂັ້ນເທິງມີແຜນການໃຫ້ ຮ່ວມໃຈກັນປູກປ່າ
ແຕ່ວ່າບໍ່ໄດ້ເວົ້າ ຫົດນ້ຳໃສ່ຝຸ່ນມັນ
ເຮັດຕົວຈິງກໍ່ສໍ່ານັ້ນ ປູກປ່າເອົາຜົນງານ
ໃຫ້ໄດ້ຕາມແຜນການ ທີ່ຂັ້ນເທິງວາງໃຫ້ "
" ເບິ່ງແດ່ໃດຍາມເວົ້າ ຕິຕຽນຫຼືຈົ່ມວ່າ
ຮູ້ບໍ່ ປາກຄຸກຍັງເປີດອ້າ ລໍຖ້າເຈົ້າເຂົ້າຢູ່ນອນ ຢູ່ໃດ "
ອາກາດແຮງແຜດຮ້ອນ ລົມບໍ່ລ່ວງມາກາຍ
ເຫື່ອເປັນສາຍລິນໄຫຼ ຢາດລົງຮຳພື້ນ
ນາງຕື່ນໃນຄຳເວົ້າ ຄຳເຕືອນຂອງໝູ່
ແນມດູຄົນຮອບຂ້າງ ແລ້ວວາງເບ້ຍປູກໃສ່ຂຸມ
ຫົດນ້ຳໃຫ້ຊຸ່ມໄວ້ ເພື່ອລໍຫ່າສາຍຝົນ
ລໍນ້ຳບົນເວຫາ ຫຼັ່ງລົງຮຳພື້ນ
ຮຳຜືນດິນຜືນຫຍ້າ ພຶກສາໃຫ້ເຕີບໃຫຍ່
ຕໍ່ໜ້າໄປເຮົາຊິໄດ້ ມີໄມ້ເພື່ອສ້າງສາ.
ບົວສະບາ ຍັງຍິ້ມ ຫົວຢ່າງອາລົມດີ
ການເວລານາທີ ໃກ້ທ່ຽງວັນຈະເຖິງແລ້ວ
ຕາມແລວທາງຫຼາຍໆເສັ້ນ ສຳເລັດລົງເກືອບທຸກບ່ອນ
ເຖິງວ່າອາກາດຮ້ອນ ເຫື່ອໄຄຍ້ອຍບໍ່ອາດຖອຍ
ຫຼາຍຄົນຍັງປ່ອຍຍິ້ມ ຢ່າງຊ້ອຍຊື່ນສົດໃສ
ດ້ວຍຈິດໃຈຫອມຮັກ ພັດທະນາເມືອງບ້ານ
ຮ່ວມປະສານເສີມສ້າງ ປິຕຸພູມບ່ອນຝັງແຮ່
ນີ້ຄືຄວາມຮັກແທ້ ທີ່ມີໃຫ້ແກ່ແຜ່ນດິນ
ຟັງຍິນສຽງໂຮຮ້ອງ ດັງສະນັ່ນຕາມສາຍທາງ
ພໍປານກັບປາງບຸນ ມ່ວນໃຈສະໜຸກແມ້ງ
ຕ່າງສະແດງຄວາມຫັນຫ້າວ ສາມັກຄີປະສານຊ່ວຍ
ແຕ່ລະໜ່ວຍຕ່າງກໍ່ຟ້າວ ໃຫ້ມັນແລ້ວກ່ອນທ່ຽງວັນ
ມາລາໃຈ ສຸກສັນຍິ້ມ ໃຫ້ແກ່ ບົວສະບາ
ດ້ວຍອຸລາມີສຸກ ເມື່ອຮ່ວມງານຄຽງໃກ້
" ຂ້ອຍຂອບໃຈຈຸເຈົ້າ ທີ່ລົງມືເຮັດວຽກຊ່ວຍ "
" ຖ້າໜ່ວຍໃດບໍ່ແລ້ວ ພວກເຮົານັ້ນຊ່ວຍສະເໝີ "
" ຕົວຂ້ອຍ ຈະສະເໜີໃຫ້ຈຸເຈົ້າ ເປັນຕົວເດັ່ນປະຈຳວັນ "
" ຢ່າຍ້ອງກັນເກີນໄປ ວຽກງານບໍ່ທັນແລ້ວ "
ນາງສົ່ງແວຕາໃຫ້ ບົວສະບາ ກໍ່ຍິ້ມຕໍ່
" ຂ້ອຍກໍ່ເຫັນພວກເຈົ້າ ຈິງຈັງແທ້ຊ່ວຍພວກເຮົາ
ສົມຄວນແລ້ວພວກເຈົ້າ ຈະໄດ້ຮັບທຸງແດງ
ເປັນຈຸງານຂັນແຂງ ອອກແຮງງານວັນນີ້ "
" ກໍ່ຂ້ອຍມີຕົວເຈົ້າ ເປັນກຳລັງໃຈ ຢູ່ໃກ້ມໍ່ "
" ຂ້ອຍກໍ່ເຮັດໜ້າທີ່ຂ້ອຍ ຢ່າຫາເລື້ອງໃສ່ຢາ "
" ຕົວຂ້ອຍກໍ່ວ່າເວົ້າ ຕາມແຕ່ໃຈບັນຊາ
ໃຈສັ່ງມາຢ່າງໂຫຍຫາ ເພື່ອແບ່ງເບົາງານເຈົ້າ "
" ຈັ່ງແມ່ນຫວານນໍຄຳເວົ້າ ກິນຫຍັງມາຈິ່ງເວົ້າຄ່ອງ
ໄປເຝິກຝົນຄຳແອບຍ້ອງ ແນວນີ້ຢູ່ບ່ອນໃດ "
" ຂ້ອຍເວົ້າຕາມໃຈຂ້ອຍ ຢາກຈະເອີ່ຍປະສົງໄຂ
ຫົວໃຈເຮົາພະວົງນາງ ຈຶ່ງກ່າວວອນກັບເຈົ້າ "
" ຈະເອົາບໍນ້ຳຕານນີ້ ກິນໃຫ້ມັນຫວານເຂົ້າຕື່ມ
ໃຫ້ມົດລືມວ່າປາກເຈົ້າ ເປັນອ້ອຍບໍ່ນຳຕານ "
" ບໍ່ແມ່ນຫວານແຕ່ຄຳຍ້ອງ ແຕ່ເວົ້າກັ່ນຈາກໃນຈິງ
ເຈົ້າເປັນຍິງມີມົນຂັງ ສະເໜ່ໃນຮອຍຍິ້ມ
ໃຊ້ສອງມືທີ່ນວນນິ້ມ ອອກແຮງງານຢ່າງບາກບັ່ນ
ຂ້ອຍພູມໃຈທີ່ເຈົ້ານັ້ນ ຂະຫຍັນສູ້ທຸກວຽກງານ "
" ປາກກໍ່ຫວານຢູ່ແລ້ວ ແຖມເວົ້າຕື່ມຄຳຫອມ
ຂ້ອຍນີ້ຍອມຄາລົມ ອິ່ນອອຍຂອງເຈົ້າ "
" ຂ້ອຍກໍ່ພຽງຈາເວົ້າ ຕາມຄວາມຈິງນີ້ນ່າ "
" ຄົນອື່ນດຸກວ່າຂ້ອຍ ບໍ່ເຫັນຍ້ອງແກ່ພວກເຂົາ "
" ເຮີ້ຍ! ສອງຄົນນີ້ເວົ້າ ລົມເລື່ອງຫຍັງກັນ
ສຽງຄັນໆໃນຫູ ຢາກຮູ້ນຳໄດ້ບໍນີ້ ? "
ທິບພະວົງ ມີຄຳເວົ້າ ແນມເຂົາສອງແລ້ວເຍີ້ຍຕໍ່
" ຂໍໂທດນະທີ່ຂ້ອຍ ມາເວົ້າລົບກວນ "
" ບໍ່ມີຫຍັງດອກອ້ວນ ພຽງລົມມ່ວນທຳມະດາ "
ມາລາໃຈ ຈາລັດ ເບິ່ງໜ້ານາງແລ້ວໄຂຍິ້ມ
ທິບພະວົງ ວາຈາຊິ້ມ ກັບ ບົວສະບາ ວ່າ
" ລະວັງນະ! ສຸມາລີ ຮູ້ເລື່ອງນີ້ ຫູເຈົ້າຊິຢ່ອນຢານ "
ບົວສະບາ ບໍ່ກ່າວຕ້ານ ພຽງຍິ້ມຕໍ່ຫວານໆ
ເຂົາຕ້ອງການຫຼົບລຽງ ຈາກເລື່ອງພວມລົມເວົ້າ
ຈຶ່ງຊອກເອົາຍັງເລື້ອງ ຄຳທວາຍມາຖາມຕໍ່
" ' ໄປທໍ່ນາມາທໍ່ເສົ້າ ຊຸມເຈົ້າວ່າແມ່ນຫຍັງ ? ' "
ທິບພະວົງ ຟັງແລ້ວ ກໍ່ຕອບຢ່າງໄວວາ
" ຂ້ອຍວ່າແມ່ນ ' ດາງແຫ ' ຕອບຖືກບໍຄຳຖາມເຈົ້າ "
ບົວສະບາ ຈາເວົ້າ ຖາມຄຳຖາມຂຶ້ນຕື່ມ
" ' ລືມບໍ່ລືມກໍ່ຖິ້ມ ປະໄວ້ເມື່ອຍ່າງກາຍ ແມ່ນຫຍັງ ? ' "
" ຄຳຕອບງ່າຍໆນີ້ ນັ້ນແມ່ນ ' ຮອຍຕີນ ' "
" ' ແມ່ນຫຍັງ ບໍ່ມີມືບໍ່ມີຕີນ ແຕ່ມັກປີນຂຶ້ນກົກໄມ້ ? ' "
ມາລາໃຈ ໄຂຍິ້ມ ວາຈາຕອບວ່າ
" ຈຳພວກ ' ເຄືອ ' ຢາກຂຶ້ນຟ້າ ປີນກ້ຽວບໍ່ຫ່ອນຖອຍ "
ບົວສະບາ ຄ່ອຍເວົ້າ ຖາມຕໍ່ຄັນໆໃຈ
ເພື່ອໃຫ້ມັນສຸກສັນ ບ່າວສາວບໍ່ໝາຍເວັ້ນ
" ' ອັນວ່າສອງມືເນັ້ນ ທາງແອວຕີງນໍ່າໆ
ເອົາມືຄຳຄັນບໍ່ເຂົ້າ ກໍ່ເອົານ້ຳຫຼໍ່ລື້ນນຳ ແມ່ນຫຍັງ ? ' "
ບົວສະບາ ຫົວຍ້າມໆ ທັງຄິດໃນໃຈ
ສາວຄົນໃດຈະມາໄຂ ຂໍ້ປິດສະໜານີ້
ສາວສົມສີ ແນມດູໜ້າ ຂອງເຂົາງວດໜຶ່ງ
ແລ້ວຈຶ່ງຍິ້ມນ້ອຍໆ ຈົນເຫັນແຂ້ວສ່ວນທີ່ຂາວ
ພວກນາງສາວແນມໜ້າ ແລ້ວຍິ້ມສົ່ງຫາກັນ
ບາງຄົນຫົວອິກໆ ເພາະຄິດເຖິງສັນນັ້ນ
ພວກເຂົາສຸກສັນດ້ວຍ ສຽງໂຮດັງສະນັ່ນ
ທວາຍມັນໆເຊັ່ນນີ້ ມັນເປັນໜ້າຂຶ້ນໃຈ ແທ້ໃດ
ມາລາໃຈ ນາງຄົ້ນ ຄິດຢູ່ດົນນານ
ແລ້ວຈຶ່ງຂານວາຈາ ດ້ວຍປິດສະໜາຕ້ານ
" ' ອັນວ່າຫີນດານກ້ອນ ນອນກາງຊານຫງາຍລ່າງງ່າງ
ຊາຍວາງຂອງໃສ່ຫັ້ນ ຄັນບໍ່ຄັນກໍ່ເດົ້າ ຄັນບໍ່ເຂົ້າແມ່ນບໍ່ຍອມ ຖືກບໍ ? ' "
ເບິ່ງຜູ້ໃດກໍ່ພ້ອມ ໂຮຢ່າງເຕັມໃຈ
" ປິດສະໜາແນວໃດ ກ່ຽວພັນສອງເລື້ອງ
ບໍ່ໃຫ້ເປືອງສະໝອງຂ້ອຍ ຖາມມາຕອຍງ່າຍໆ ໂລດແລ້ວ
ແຕ່ໜ້າໜ່າຍກະດໍ້ ໂອຍຂ້ອຍບໍ່ຢາກຈາ "
ແລ້ວທຸກຄົນກໍ່ຮ້າ ໂຮເຮ່ວສຸກອຸລາ
ຄັນເວົ້າເຖິງປິດສະໜາ ບ່າວສາວກໍ່ສັນນີ້
ຄິດງ່າຍດາຍກໍ່ຄືຈີ້ ຈຸດຄັນໃຫ້ເຂົ້າບ່ອນ
ຄຳຕອບສອງທ່ອນນັ້ນ ຄື ' ຝົນພ້າ ' ບໍ່ຕ່າງກັນ
" ຍັງອີກຂໍ້ໜຶ່ງນັ້ນ ຟັງກ່ອນເຮົາຈະຖາມ
' ກ່ອນຈະເຖິງຍາມນອນ ປ່ອນໃສ່ຮູໜັງໄວ້
ຖັ່ງໄປຖັ່ງມາພ້ອມ ຈົນນ້ຳຂາວຍ້ອຍຫຼັ່ງ
ຄັນຫາກຍັງບໍ່ແລ້ວ ນ້ຳຂາວຍ້ອຍກໍ່ບໍ່ເຊົາ ແມ່ນຫຍັງ ? ' "
ແລ້ວພວກເຂົາກໍ່ຮ້ອງ ໂຮຕື່ມແຮງດັງ
ມາລາໃຈ ຍັງຄິດ ຮິ່ນຕອງຄຳເວົ້າ
" ' ພໍຕື່ນມາຍາມເຊົ້າ ສຸບຮູໜັງອີກຄັ້ງໜຶ່ງ
ຖັ່ງເບົາໆແລ້ວກໍ່ຈຶ້ງ ຊຶງບາດຍອກໆໄງ້ ພໍໃຈແລ້ວຈຶ່ງເຊົາ ຖືກບໍ ? ' "
ພໍເຖິງທີຜູ້ຍິງເວົ້າ ສາວໆຍິ່ງໂຮແຮງ
ສະແດງວ່າທາງຕົນ ກໍ່ຫາກຍັງມີຄົນແກ້
ຖ້າຄູ່ໃດແລດູໜ້າ ສົບຕາຕ້ອງຍິ້ມກ່ອນ
ທວາຍ ' ຖູແຂ້ວ ' ກໍ່ຊິຮ້ອນ ເຖິງເລື່ອງອື່ນບໍ
ມັນກໍ່ຈິງຢູ່ດອກເຈົ້າ ຂອງແນວວ່າຄວາມມັນ
ຟັງແລ້ວຄັນໃນຫົວໃຈ ສຽບໃນຈົນອົກຊຶ້ງ
ບາງຄົນຟັງແລ້ວຕາຈຶ້ງ ຊຶງໄປຫາຄວາມຊ່ານ
ຟັງເປັນທຳຈິ່ງບໍ່ຢ້ານ ຕົວເຈົ້າຊິເສື່ອມສິນ
" ' ແມ່ນຫຍັງກໍ່ດໍ່ກິ້ນ ເກີດໃນບ່ອນມີຂົນ ? ' "
ແລ້ວທຸກຄົນພາກັນໂຮ ຮ່າເຮວນັນກ້ອງ
ມາລາໃຈ ຫຼຽວມອງໜ້າ ບົວສະບາ ກໍ່ຍິ້ມຕໍ່
ຄຳຕອບຂອງຂໍ້ນີ້ ' ເຂົາ ' ພົ້ນອອກຈາກຫົວ
" ' ແມ່ນຫຍັງຂົນບົ່ວອ້ອມ ເປັນຍ່ອມແຍ່ມເຕັມຕົວ
ຂົນກູດງໍອ້ອມຫົວ ປົ່ງທົ່ວໄປເຖິງກົ້ນ ? ' "
ໝົດທຸກຄົນໂຮຂຶ້ນ ສຽງດັງແຮງກວ່າເກົ່າ
ທວາຍ ' ໝາກເງາະ ' ດອກພວກເຈົ້າ ຢ່າຫາຫຍຸ້ງເລື່ອງເສື່ອມສິນ
ຄຳທວາຍຍັງບໍ່ສິ້ນ ຕິດຕໍ່ຕາມມາ
ຂັນທະລີ ຫຼຽວແນມ ບອກວ່ານາງຢາກທວາຍດ້ວຍ
" ' ແມ່ນຫຍັງ ຮູບຮ່າງຄີງບາງສ້ວຍ ນອນຫງາຍບ້າຍຂຶ້ນຂີ່ ?
ຕີ່ສອງຂາອອກແລ້ວ ກໍ່ສຸບເຂົ້າໃສ່ບ່ອນໝາຍ ? ' "
ພວກຜູ້ບ່າວແຕ່ລະອ້າຍ ສາຍຕາສົ່ງຫາກັນ
ວ່າໃຜຈະຂັນອາສາ ຕອບທວາຍບັນຫານີ້
ຄຳສະຫວ່າງ ມີຮອຍຍິ້ມ ໄຂຄຳຕອບວ່າ
" ຕອບບັນຫາຂໍ້ນີ້ ' ເຮືອ ' ພ້ອມ ' ແວ່ນຕາ ' "
ຂັນທະລີ ເບິ່ງໜ້າ ພ້ອມທັງສົ່ງສາຍຕາ
" ' ແມ່ນຫຍັງ ນຸ້ມໆໃຕ້ງ່າມຂາ ແຕ່ລາຄາເປັນລ້ານ ? ' "
ນາງກ່າວຂານຄຳຖາມເພີ້ມ ຕົວເຂົາກໍ່ຍິ້ມຕໍ່
" ຖ້າຂ້ອຍຕອບຂໍ້ນີ້ໄດ້ ຕົວເຈົ້າຊິໃຫ້ຫຍັງ ? "
ທຸກຄົນໄດ້ຟັງແລ້ວ ກໍ່ແນມເບິ່ງຢ່າງສົງໃສ
" ຖ້າເຈົ້າພໍໃຈເອົາ ແນ່ນອນຂ້ອຍມີໃຫ້ "
" ເວົ້າຈາກໃຈຈິງແທ້ ຫຼືແປຄວາມໃຫ້ເວົ້າຄ່ອງ "
" ຂ້ອຍມີໜາຂອງໃຫ້ເຈົ້າ ຕົວເຈົ້າຢາກໄດ້ຫຍັງ ? "
" ສິ່ງທີ່ຂ້ອຍຫວັງຢາກໄດ້ ຂອງທີ່ຢູ່ໃນກາຍ "
ພ້ອມສົ່ງສາຍຕາແນມ ລັບລົມອົມຍິ້ມ
" ຊິເອົາຂອງສຸບຫຼີ້ມ ໃນກາຍຂ້ອຍນີ້ບໍ່ ? "
ແລ້ວທຸກຄົນກໍ່ຍິ້ມ ໂຮຂຶ້ນຢ່າງຖືກໃຈ
" ຖ້າເຈົ້າກ້າໃຫ້ຂ້ອຍ ກໍ່ລອງເບິ່ງຕີນໍ "
" ຂ້ອຍພວມລໍຄຳສະເລີຍ ຂ້ຽວຕອບມາແມນີ້ "
ຄຳສະຫວ່າງ ມີຮອຍຍິ້ມ ສາຍຕາຫວານແລ້ວຕອບວ່າ
" ກໍ່ ' ລົດຈັກ ' ຄ່າລ້ານ ຢູ່ທາງໃຕ້ງ່າມຂາ "
" ຄິດວ່າແມ່ນອັນນັ້ນ " ສຽງໂຮຕື່ມແຮງດັງ
" ພວກເຈົ້າວ່າແມ່ນຫຍັງ ທີ່ຂ້ອຍຈາວ່າອັນນັ້ນ ? "
ຫຼາຍຄົນຍັງພາກັນຍິ້ມ " ແມ່ນຫຍັງທີ່ເຈົ້າວ່າ ? "
ບົວສະບາ ບໍ່ຕອບເວົ້າ ພຽງຍິ້ມຢ່າງເລິກໃຈ
ຂັນທະລີ ກໍ່ໄດ້ ເວົ້າຕໍ່ທັນທີ
" ອັນນັ້ນຊິມີຫຍັງ ທີ່ຄ່າແພງເປັນລ້ານ
ຂໍ້ຕອບ ຄຳສະຫວ່າງຕ້ານ ຕົວເຮົາວ່າບໍ່ແມ່ນ
" ຄັນຊັ້ນ ຂອງຄ່າແສນຄ່າລ້ານ ຂອງເຈົ້ານັ້ນແມ່ນຫຍັງ ? "
ຂັນທະລີ ຍັງຍິ້ມ ເຍີ້ຍຕໍ່ຕາມຫຍາມ
" ຄັນຕອບຕາມຄຳເດີມ ນັ້ນກໍ່ຄື ' ຕົວຊ້າງ '
ຂ້ອຍວ່າລາງວັນນີ້ ບໍ່ເໝາະຕີກັບຄົນໂງ່
ໄດ້ແຕ່ພຽງອວດໂມ້ ແຕ່ຕົວເຈົ້າບໍ່ເກັ່ງຈິງ "
ຄຳສະຫວ່າງ ຫຼິງດູໜ້າ ແນມເບິ່ງຢ່າງເຢັນຊາ
" ຂ້ອຍຈະທວາຍບັນຫາຄືນ ຈົ່ງສະເລີຍໃຫ້ມັນໄດ້
ຖ້າຄາໃນບັນຫາຂ້ອຍ ສະໝອງນາງກໍ່ຕ້ອງໂງ່
ມີແຕ່ໂຕເທົ່າຊ້າງ ສະໝອງນັ້ນສໍ່າແມວ "
ຂັນທະລີ ຄັນແຂ້ວ ຕອບຕໍ່ທັນທີ
" ເຈົ້າຊິມີດີຫຍັງ ໃຫ້ຂ້ອຍຄາບັນຫາເຈົ້າ "
" ຢູ່ໃນໂລກເຮົານີ້ ຍິງຄົນໃດສຸດໂງ່ງ່າວ ? "
ຂັນທະລີ ຕ່າວໜ້າ ຫາຄົນໃກ້ແລ້ວຄ່ອຍຖາມ
ຄຳສະຫວ່າງ ຫົວຍ້າມໆ " ເຈົ້າຊິປິ່ນໄປຖາມໃຜ ?
ຂ້ອຍທວາຍວ່າ ຍິງຄົນໃດ ທີ່ໂງ່ໃນໂລການີ້ ? "
ຂັນທະລີ ມີຮອຍຍິ້ມ ຫົວເບົາໆຂຶ້ນຄ່ອຍໆ
" ເອົາຄຳຕອບຈາກຂ້ອຍ ຕົວເຈົ້າໂງ່ຫຼາຍ "
" ຂ້ອຍເປັນຜູ້ຊາຍນີ້ ບໍ່ຫ່ອນກ່ຽວກັບຄຳທວາຍ "
" ຄິດວ່າໂຕສະຫຼາດຫຼາຍ ໜ່າຍເດຄວາມໂມ້
ສຸດໂງ່ຄືຕົວເຈົ້າ ຈຶ່ງຖາມເຮົາໃຫ້ຕອບຊ່ວຍ ແມ່ນບໍ ? "
" ແບບນີ້ຂ້ອຍບໍ່ຫຼິ້ນດ້ວຍ ທວາຍກັບເຈົ້າຂ້ອຍບໍ່ໄຫວ "
" ບໍ່ວ່າຊິໄປລັກໄຫ້ ຍ້ອນຄວາມໂງ່ຂອງຕົວເອງ "
" ເຈົ້າເກັ່ງສາສາວຄົນງາມ ໂງ່ຜູ້ດຽວພຽງຂ້ອຍ "
" ບໍ່ວ່າຊິໃຈນ້ອຍ ຄົນກໍ່ງາມຮູບກໍ່ຫຼໍ່ "
ຖືກສາວຍໍຍ້ອງຍົກໃຫ້ ເຂົາເລີຍຍິ້ມຢ່າງຖ່ອມຕົນ
" ດີໃຈເຫັນຖະໜົນກວ້າງ ຢູ່ທ່າງທ່ຽວໄປມາ
ຍ້ອນກຳລັງຂັນອາສາ ຊາວໜຸ່ມລາວກຽມພ້ອມ
ເຮົາຮັກຫອມເມືອງບ້ານ ອອກແຮງງານຄືໜ້າທີ່
ຊາວໜຸ່ມດີຕ້ອງກໍ່ສ້າງ ບໍ່ທຳເລື້ອງທີ່ເສື່ອມເສຍ "
ນາງສາວຜູ້ຕໍ່າເຕ້ຍ ຍິ້ມງ່າຍອາລົມດີ
ນາງພັດມີພອນສະຫວັນ ເລື່ອງການລຳຮ້ອງ
ເພື່ອເປັນການສະຫຼອງໃຫ້ ຫົວໃຈທີ່ດຸໝັ່ນ
ຄອນສະຫວັນ ດັງຈ້ອຍໆ ສາວນ້ອຍຜູ້ເກັ່ງລຳ
" ຊາວໜຸ່ມເຮົາເໝືອນດັ່ງນ້ຳ ກະແສໃຫຍ່ທາລາ
ໄຫຼຫຼັ່ງມາເພື່ອປະຊາ ໄດ້ອາບເຢັນຫາຍຮ້ອນ
ຢູ່ບ່ອນໃດວຽກງານຫຍຸ້ງ ຕະລຸມບອນໄປໃສ່
ໃຫ້ເປັນທີ່ເພິ່ງໄດ້ ຂອງຊາວເຊື້ອຊາດປະຊາ
ຊາວໜຸ່ມຄືພູເຂົາກ້າ ໜ່ວຍໃຫຍ່ສູງຊັນ
ຢືນປ້ອງກັນລົມພາຍຸ ທີ່ພັດເພທຳລາຍມ້າງ
ມີກຳລັງເໝືອນຊ້າງ ສານຫຼວງຕົວໃຫຍ່
ມີນ້ຳໃຈເໝືອນດັ່ງນ້ຳ ສາຍຂອງກວ້າງລ່ອງໄຫຼ
ຈິດໃຈນັ້ນກໍ່ກວ້າງ ໃຫຍ່ກວ່າພະສຸທາ
ທັງມະສະມຸດເລິກ ບໍ່ປຽບປານໃຈເຮົາໄດ້
ພູເຂົາໄຟແປວຮ້ອນ ໃນໂລກາບໍ່ທຽມເທົ່າ
ຊາວໜຸ່ມລາວໃຈຍິ່ງຮ້ອນ ຕໍ່ການສ້າງພັດທະນາ
ເພິ່ນວ່າເມືອງຊິກ້າວ ລາວຊິຮຸ່ງສີວິໄລ
ກໍ່ອາໃສກຳລັງແຮງ ຊາວໜຸ່ມລາວເປັນເຄົ້າ
ນີ້ລະເດີຊຸມເຈົ້າ ຟັງເອົາໃຫ້ຄິດຮໍ່າ
ຕາມການນຳພັກບົ່ງຊີ້ ໃຫ້ເຮົານີ້ໄດ້ດຸ່ງເດີນ
ດຽວນີ້ຊາດຮຽກເອີ້ນ ໃຫ້ເຮົາຮ່ວມແຮງເຮັດ
ເດັດຂາດເຮົາຕະລຸມບອນ ທຸກບ່ອນເດີຢ່າກົວຢ້ານ
ຕ້ອງອາດຫານຊານໄຊສູ້ ຕີສັດຕູໃຫ້ແຕກຜ່າຍ
ດຽວນີ້ ສັດຕູໂຕໂຫດຮ້າຍ ຄືຄວາມຈ້າໂງ່ພະຫຍາ
ດັ່ງນັ້ນ ຊາວໜຸ່ມລາວຕ້ອງຕັ້ງໜ້າ ສຸມໃສ່ການຮຽນ
ໃຫ້ໝັ່ນພຽນສຶກສາ ພັດທະນາຄວາມຮູ້
ຢ່າຢູ່ດາຍເດີນຫຼິ້ນ ໜັກແຜ່ນດິນລ້າເປົ່າ
ຊາວໜຸ່ມເຮົາທຸກທົ່ວໜ້າ ໄດ້ຍິນແລ້ວຈົ່ງຕື່ນຕົວ
ຢ່າໄດ້ໄປຢູ່ມົ້ວ ນຳໝູ່ໂລກີ
ຕິດສັງຄົມເສລີ ຊົ່ວຊາມເລວຊ້າ
ເຊີນເຍີເຊີນກັນໜ້າ ມາສາພວກໝູ່
ພວກເຮົາຈະຊ່ວຍຍູ້ ຂັດລ້າງສິ່ງເສື່ອມເສຍ
ພວກເຮົາຈົ່ງປັດເຂ່ຍໃຫ້ ຄວາມໂງ່ທາງໃຈ
ໃຫ້ມັນດັບສູນໄປ ພ້ອມພວກເຮົາຮຽນຮູ້
ປູ່ຍ່າເຮົາສອນໃຫ້ ທຳຄວາມດີໃຈສັດຊື່
ແລ້ວມື້ໜຶ່ງໃນຂ້າງໜ້າ ຄວາມດີນັ້ນຊິຕອບແທນ
ສາມັກຄີ ຮັດແໜ້ນ ທຸກເຜົ່າປະຊາຊົນ
ທຸກຊັ້ນຄົນໃນສັງຄົມ ໃຫ້ຮັກແພງກັນໄວ້
ປຸ້ມລຸມໃຈກັນສ້າງ ມືອງລາວໃຫ້ເຮືອງຮຸ່ງ
ຄອນສະຫວັນ ມຸ່ງໄວ້ ເຂົ້າໃຈແລ້ວຊິເອີ່ຍລາ ໂອລະນໍ "
ທຸກຄົນກໍ່ວ່າເວົ້າ ວ່າລຳມ່ວນຈິງໜໍ
ໃຜກໍ່ພໍໃຈນຳ ນ້ຳສຽງອັນຫວານຊ້ອຍ
ສຽງຕົບມືຄ່ອຍດັງຂຶ້ນ ຊົມເຊີຍນາງຜູ້ສຽງມ່ວນ
ເຫັນນາງສາວຜູ້ຊື່ອ້ວນ ທັງໂຮຮ້ອງບາດເພິ່ນສອຍ
ບວກຂຸມທັງໃຫຍ່ນ້ອຍ ທຸກບ່ອນຕາມທາງ
ຊາວໜຸ່ມວາງກຳລັງບຸກ ໃຫ້ເຫືອດຫາຍໄປແລ້ວ
ເຫັນແຕ່ແລວທາງກວ້າງ ພຽງດີແດດກະນໍ່າ
ຍັງແຕ່ຄວັນໄງ່ກຸ້ມ ຂຸມຕົມນັ້ນແມ່ນບໍ່ມີ ອີກແລ້ວ.
ສຸມາລີ ມ້ຽນເຄື່ອງໄວ້ ແລ້ວລ້າງສວ່າຍແຂນຂາ
ອອກແຮງງານມາເຖິງ ທ່ຽງວັນພໍດີແລ້ວ
ສຽງຊວ່າແຊວຍັງກ້ອງ ກັງວານຕາມຊາຍປ່າ
ທິດາພອນ ລ້າງໜ້າແລ້ວ ກໍ່ມາເຂົ້າສູ່ວົງ
ໃຜກໍ່ຈົກຖົງເຂົ້າ ປີ້ງຈີ່ທັງອົບ
ມີທັງກົບທັງປາ ປິ່ນໝູຫອມກຸ້ມ
ນີ້ຄືງານຊຸມເຂົ້າ ສາມັກຄີກາງປ່າ
ອັນວ່າລົດຊາດນີ້ ກິນແຊບກວ່າຢູ່ເມືອງ ຊ້ຳໃດ
ອາຫານຫຼາຍເຍື່ອງນັ້ນ ແຊບອະລ່ອຍເຕັມພາ
ເຫຼົ້າບອງຢາເຫຼົ້າຂາວ ລ່ອງຄໍໄປພ້ອມ
ບວກກິ່ນຫອມມາລາໄມ້ ຍາມລົມໂຊຍຜ່ານປ່າ
ຫອມມາລາດອກໄມ້ ກະຈາຍກົ້ວເຂົ້າໃສ່ດັງ
ຟັງຍິນສຽງນົກຮ້ອງ ວີວ່ອນອອນຊອນໃຈ
ເພີ່ມໃຫ້ດົງພົງໄພ ໃສ່ສະເໜຫາໄວ້
ຕິດຕຶງໃຈຜູ້ມາຢ້ຽມ ອອນຊອນນຳດົງປ່າ
ມີພຶກສາຂຽວສະອຸ້ມ ມີສຸມໄມ້ໃຫ້ນົກນອນ
ເຫັນກະແຕກະຮອກຟ້ອນ ເຕັ້ນໄຕ່ໄປມາ
ອິດສາເດທີ່ເຫັນມັນ ໄລ່ຢອກກັນຕາມໄມ້
ມັນຄົງດີໃຈລົ້ນ ທີ່ເຫັນຄົນມາປູກປ່າ
ອະນາຄົດຕໍ່ໜ້າ ມັນຈະໄດ້ຢູ່ເນົາ
ໄດ້ຍິນສຽງນົກເຄົ້າ ຮ້ອງກຸກກູ່ຢູ່ກາງໄພ
ສຽງໄກ່ຂັນເອິກອີເອີ… ເລິກໆໃນດົງກວ້າງ
ສະຫວາງໃຈຍາມໄດ້ ເຫັນພົງໄພແລ້ວສົດຊື່ນ
ຫົວອົດເຮົາກໍ່ຟົດຟື້ນ ເມື່ອເຫັນໄມ້ປ່າຂຽວ
ຫຼຽວລໍ່າດູເບິ່ງຟ້າ ໂອ້ໂອ່ຍໜັກໃຈ
ເມື່ອໃດເດສາຍຝົນ ຊິຫຼັ່ງລົງລິນຍ້ອຍ
ຕົ້ນໄມ້ຄອຍຄອງຖ້າ ສາຍຝົນມາໂຮຍຮໍ່າ
ມັນຕ້ອງການແຫຼ່ງນ້ຳ ມາລ້ຽງງໃຫ້ໃຫຍ່ສູງ
ເພື່ອນຝູງມາຄົບໜ້າ ກໍ່ພ້ອມພໍ່າພາກິນ
ສອນນາລີ ກຳລັງລິນ ເຫຼົ້າຂາວທັງໄຂຍິ້ມ
" ຂ້ອຍຂໍຊີມກ່ອນເດີເຫຼົ້າ ຕົວເຮົາສະເໜີກ່ອນ
ເພື່ອອາຫານຈະມ່ອນລື້ນ ກືນໄດ້ຢ່າງງ່າຍຄໍ "
ແລ້ວຈິ່ງເຍັ້ນຕໍ່ໃຫ້ ພວກໝູ່ທີລະຄົນ
ຜູ້ບ່າວ ຕ່າງກໍ່ສົນໃຈຈັບ ຮັບໄວໄຂຍິ້ມ
ຕ່າງຍິນດີຊີມເຫຼົ້າ ເອົາຄຳຫວານເວົ້າຕໍ່
" ຂ້ອຍຂໍຕື່ມໄດ້ບໍ່ນີ້ ມັນໜ້ອຍຍາກກືນ "
ສອນນາລີ ສົດຊື່ນຍິ້ມ ແລ້ວເວົ້າຕໍ່ຫວານໆ
" ດື່ມພໍເປັນພະລັງເສີມ ເພີ່ມເລືອດລົມນິດໜ້ອຍ "
" ບໍ່ວ່າຊິໃຫ້ຂ້ອຍ ຄອງຄອຍຖ້າເຈົ້າຕື່ມ "
" ຂ້ອຍວ່າເຈົ້າດື່ມແມ້ ໝູ່ຍັງຖ້າອີກຢູ່ໃດ "
ພ້ອມທັງເຍັ້ນຕື່ມໃຫ້ ນິດໜ່ອຍເບົາໆ
" ເຫຼົ້າເຈົ້າຄືວ່າຫອມ ລ່ອງຄໍຫວານຊ້ອຍ
ດື່ມແລ້ວຕຶງໃຈຂ້ອຍ " ສຽງເບົາໆຊິ່ມໃສ່
ສອນນາລີ ໄດ້ແຕ່ຍິ້ມ ຫຼິງແລ້ວຄ່ອຍພັບຕາ
ດວງມະໂນ ແນມດູໜ້າ ແລ້ວຍິ້ມຕໍ່ ສອນນາລີ
ດ້ວຍໄມຕີໝາຍມິດ ຊິດຊວນເຊີນໃກ້
ນວນລະໄມໃນຮອຍຍິ້ມ ຄວາມຈິງໃຈໄດ້ບອກບົ່ງ
ແລ້ວຄ່ອຍສົ່ງຈອກໃຫ້ ໃນຮອຍຍິ້ມທີ່ຜ່ອງໃສ
ຄຳທີ່ເຂົາໄຂເວົ້າ ສະຖິດຢູ່ໃນໃຈນາງ
ດ້ວຍທ່າທາງເຂີນໆ ຄ່ອຍໆເດີນລິນເຫຼົ້າ
ສາຍຕາເຂົາແນມນິ້ງ ຫຼິງນາງຢ່າງຫວານຊໍ່າ
ແລ້ວຫັນມາສູ່ກ້ຳ ວົງພາເຂົ້າສືບຕໍ່ກິນ
ສອນນາລີ ກໍ່ລິນເຫຼົ້າ ສືບຕໍ່ລຽນໄປ
ດ້ວຍນ້ຳສຽງເສາະໃສ ເວົ້ານົວຫົວແຍ້ມ
ບວກແກມກັບໃບໜ້າ ສວຍໂສພາເນື້ອຜ່ອງ
ຜູ້ບ່າວຕ່າງກ່າວຍ້ອງ ວ່າຫອມຊຶ້ງແຊບຫຼາຍ
ພໍຕາເວັນບ່າຍຄ້າຍ ເລີ່ມມີໝູ່ເມຄາ
ພວກມັນໄຫຼລອຍມາ ສູ່ປ່າດົງພົງໄມ້
ຢາດຝົນຝອຍທຳໃຫ້ ພົງໄພມີຍິ້ມໃໝ່
ສາຍລົມໂຊຍຜ່ານໄມ້ ໄກວຟ້ອນແກວ່ງໃບ
ຜູ້ຄົນມາປູກໄມ້ ຕ່າງຊ້ອຍຊື່ນດີໃຈ
ໃບໜ້າບານເບີຍໃສ ເລິກໆໃນຮອຍຍິ້ມ
ອິດເໝື່ອຍກາຍປານປິດຖິ້ມ ຍາມຝົນເທຖອກໃສ່
ລ້າງເຫື່ອໄຄສູ່ປ່າໄມ້ ໃບຫຍ້າສະອຸ່ມຂຽວ.
No comments:
Post a Comment
ສະບາຍດີທຸກທ່ານ