Sunday, March 18, 2012

ຮັກແທ້ມີຢູ່ໃສ? ຕອນທີ 4


ສອງສາວຢ່າງຄຽງຂ້າງ               ເປັນຄູ່ກັນໄປ
ຜູ້ໜຶ່ງຄື ມາລາໃຈ                       ອີກຄົນບໍ່ເຄີຍຮູ້
ແນມດູທາງຫຼັງແລ້ວ                   ພໍໆກັນຖ້າທຽບຫຸ່ນ
ແຕ່ວ່າທາງໜ້າພຸ້ນ                     ໃຜນັ້ນຊິກວ່າໃຜ

ບ່າວເຮືອນເໜືອເຮືອນໃຕ້           ຕ້ອງຍ້ອງວ່າ ມາລາໃຈ
ເປັນສາວງາມໜ້າຫຼົງໄຫຼ             ໄຝ່ຝັນຢາກແຝງຊ້ອນ
ຍາມເຫັນຕອນນາງຍິ້ມ               ຫົວໃຈພໍມ້ອຍລະແມ່ງ
ຜູ້ບ່າວ ຕ່າງຖະແຫຼງວ່າເວົ້າ         ມົນຂັງຍິ້ມຍອດສະເໜ

ຍາມເມື່ອນາງແຕ່ງເອ້                 ແມ້ງເມື່ອງານບຸນ
ງາມປຽບປຸນປານນາງ                 ເທບທິດາເນົາຟ້າ
ເໝືອນດັ່ງດາລາຍ້າຍ                 ສະແດງໜັງພຸ້ນລະໄປ່
ບ່າວໃນຂົງເຂດນີ້                       ຕ່າງແນມຈ້ອງບໍ່ພັບຕາ

ກິລິຍາທ່າເວົ້າ                            ວາດຄ່ອງສະໝອງໃສ
ມີຈິດໃຈຫອມຮັກ                       ເລື່ອງການຮຽນຮູ້
ສອງຫູນາງຟັງໄວ້                       ສະໝອງໄວຄິກຖ້ວນຖີ່
ມີແນວຄິດກ້າວໜ້າ                    ບໍ່ຫຼັງຫຼ້າເພື່ອນຝູງ

ຮູບຮ່າງສູງເອິກກວ້າງ                 ແອວກີ່ວຄໍກົມ
ໃບໜ້າມົນສະຫຼວຍ                    ໜ່ວຍຕາດຳປີ້
ສາວນາງມີຂົນຄີ້ວ                      ວົງເດືອນສ້ວຍກົ່ງ
ອົ່ງຕົ່ງສອງຝ່າຍແກ້ມ                  ແດງເຂັ້ມດັ່ງດອກຝາງ

ອີກຄົນຢູ່ຂອກຂ້າງ                      ຮູບຮ່າງສູງຂາວ
ຈົ່ງຜົມຍາວຄືກັນ                        ແມ່ນໃຜຄົນນີ້
ສອນນາລີ ນາມເຈົ້າ                    ສາວນາງມາໃໝ່
ສາວຜູ້ໄທເຂດໃຕ້                       ລະຫານ້ຳ ບ້ານຢູ່ນາງ

ຖັດຂ້າງຫຼັງມານັ້ນ                      ມີຊາຍໜຸ່ມສາມຄົນ
ຜູ້ໜຶ່ງຄື ບົວສະບາ                      ໝູ່ເຂົາສອງຄົນນັ້ນ
ພ້ອມພໍ່າກັນມາເຂົ້າ                    ອາຮາມໄກຖິ່ນ
ໃຈຖະຫວິນສາວແຖບນີ້              ຈິ່ງເດີນດັ້ນດຸ່ງມາ

ມື້ນີ້ເຂົາບ່ຽງຜ້າ                           ໃໝອ່ອນສີຄຳ
ນຸ່ງໂສ້ງດຳຂາຍາວ                     ຫົ່ມເສື້ອຂາວແຂນສັ້ນ
ຢູ່ໃນຂັນຂອງເຂົານັ້ນ                  ມີເຂົ້າໜົມຫຼາຍຫໍ່
ໂຄມເຂົ້າຕົ້ມຢູ່ມໍ່ໃກ້                    ລຽນໄວ້ລະອຽດດີ

ສອນນາລີ ຖືຂັນໄມ້                     ລະອຽດອ່ອນງາມຕາ
ເປັນສີມືແກະສະລັກ                    ຈາກຊ່າງລາວແຖວໃຕ້
ຜູ້ໃດເຫັນກໍ່ຊົມຍ້ອງ                    ວ່າລາຍງາມຜຸດຜ່ອງ
ບາງຄົນຍ້ອງແລ້ວເວົ້າ                ເຂົາທຳໄດ້ຈັ່ງໃດ

ມາລາໃຈ ຖືຂັນເຫຼື້ອມ                 ອົ່ງຕົ່ງແດງງາມ
ຕາມພາສາລາວເໜືອ                 ເອີ້ນວ່າທອງຄຳເນື້ອ
ບາດວ່າເມືອທາງໃຕ້                   ຈາກັນວ່າທອງນາກ
ນັ້ນຄືຄຳປາກເວົ້າ                       ຂອງຄົນເຖົ້າກ່າວມາ

ອອກພັນສາປີນີ້                          ທຸກທີ່ແດນລາວ
ແດນເຂົ້າຂາວສາວງາມ             ອ່ອນລະໄມດ້ວຍຮອຍຍິ້ມ
ລາວບໍ່ເຄີຍປະຖິ້ມ                      ປະເພນີເກົ່າແກ່
ຕັ້ງແຕ່ປູ່ຍ່າເຖົ້າ                          ບູຮານເຈົ້າສືບຕໍ່ມາ

ລັດຖະບານວ່າເວົ້າ                     ລະບອບໃໝ່ ສັງຄົມນິຍົມ
ປຸກລະດົມປະຊາຊົນ                   ໃຫ້ຮັກແພງເມືອງບ້ານ
ພ້ອມພໍ່າພາກັນຕ້ານ                   ງົມງວາຍໃຫ້ສິ້ນເສື່ອມ
ປະເທດລາວຈຶ່ງຊິເຫຼື້ອມ             ຍ້ອນລາວນັ້ນຮັກເລື່ອງຈິງ

ເພິ່ນໄດ້ຫຼິງລໍ່າຢ້ຽມ                     ຄວາມເຊື່ອທາງໃຈ
ເຮັດແນວໃດ ປະຊາຊົນ              ຊິເຊື່ອຖືການນຳໄດ້
ພັກລັດເຮົາໝູນໃຊ້                     ວິທີການອັນໃໝ່
ໃຜເຊື່ອຖືຫຍັງກໍ່ໄດ້                    ຄັນບໍ່ໄຮ້ເຫດຜົນ

ປະຊາຊົນທົ່ວດ້າວ                      ຊ້ອຍຊື່ນດີໃຈ
ພັກລັດໄຂວາລະ                        ໂອກາດດີງາມແລ້ວ
ເພິ່ນມີແນວທາງຊີ້                      ສັງຄົມນິຍົມໝາຍມຸ່ງ
ປະເທດລາວຈະດຸ່ງກ້າວ             ໄປໜ້າບໍ່ຖອຍ

ປວງຊົນລາວໃຫຍ່ນ້ອຍ              ຮັກຮໍ່ສາມັກຄີ
ເພີ່ມທະວີຄວາມສຳພັນ               ທົ່ວໂລກາກວ້າງ
ພ້ອມພໍ່າພາກັນສ້າງ                   ເມືອງລາວລະບອບໃໝ່
ລາວທັງເໜືອແລະໃຕ້                 ບໍ່ເສີຍລ້າຢູ່ດາຍ

ຄູບາຄ່ອຍເຄື່ອນຍ້າຍ                  ເດີນຍ່າງລົງມາ
ຫຼັງຈາກເທດສະໜາ                   ເລີ່ມພິທີກັນແລ້ວ
ຄົນລຽນແຖວລໍຖ້າ                      ຄູບາເພິ່ນຍ່າງຜ່ານ
ຮັບຜົນທານຈາກພີ່ນ້ອງ              ຊາວບ້ານຊິໃສ່ກັນ

ບາງຄົນນັ້ນໃສ່ເຂົ້າຕົ້ມ                ພ້ອມພໍ່າສີດາ
ບາງຄົນມີສາລີ                           ສົ້ມໂອທັງກ້ວຍ
ສາວຄົນສວຍໃສ່ຮອຍຍິ້ມ            ລະວັງເດີຟ້າຊິຜ່າ
ເຫັນຄູບາຫ້າມຍິ້ມ                      ຊຸມເຈົ້າໝູ່ຜູ້ຍິງ

ນີ້ເປັນສິ່ງຄວນຮູ້                         ຊາວພຸດທັງຫຼາຍ
ເປັນກົດໝາຍຂອງວັດ                ເລື່ອງພະທຳຄຳເຄົ້າ
ຄັນຢາກຈະຈາເວົ້າ                     ນຳຄູບາໄດ້ຢູ່
ປ່ອຍຮອຍຍິ້ມອອກສູ່ເຈົ້າ            ຄູບານັ້ນຊິເສື່ອມສິນ

ຍິງກໍ່ມົນທິນດ້ວຍ                       ຄວາມເສື່ອມທາງໃຈ
ສິ່ງໜຶ່ງໃນອາບັດ                        ພະສົງອົງເຈົ້າ
ແລ້ວຕົວນາງກໍ່ຈະເສົ້າ                ເສຍສັດທາສິ້ນເສື່ອມ
ອະບາຍຍະມຸກເຫຼື່ອມເຂົ້າ           ຕົວເຈົ້າຊິມືດມົນ

ດັ່ງນັ້ນເພື່ອໃຫ້ພົ້ນ                      ສັບພະສິ່ງມົນທິນ
ຄວນຢູ່ໃນສິນທຳ                        ທີ່ເພິ່ນຈາສອນໄວ້
ໃຫ້ຈິດໃຈມີສິນຫ້າ                      ເມດຕາທຳຢ່າງຜຸດຜ່ອງ
ໃຫ້ຮັກແພງພີ່ນ້ອງ                     ພົງເຊື້ອມິດສະຫາຍ

ຢ່າໂກທາໂກດຮ້າຍ                    ຂ້າໝູ່ສັດສາ
ຢ່າຊອກຫາປຸ້ນລັກ                     ໂລບລວງຂອງເຂົ້າ
ຢ່າສູ່ເອົາຊົມຊ້ອນ                       ຜົວເມຍລູກເພິ່ນ
ຢ່ານິນທາລ່າຍເອີ້ນ                    ຕົວຕົ້ມສິ່ງບໍ່ດີ

ຢາເຫຼົ້າເບຍໝູ່ນີ້                         ຢ່າເສບດື່ມມົວເມົາ
ຢ່າສູ່ເອົາມາຄິດ                          ໃສ່ໃນໃຈຖ້ອນ
ໃຫ້ຄ່ອຍນອນຫຼັບນິ້ງ                   ເອົາສິນທຳຈຳໃສ່ ໃຈຖ້ອນ
ຫາກດັບສິ່ງເຫຼົ່ານີ້ໄດ້                  ໃຈເຈົ້າຊິຜ່ອງໃສ

ຄວາມສຸກເຈົ້າກໍ່ຊິໄດ້                  ກັບເກີດມາເອງ
ໃຫ້ເກັ່ງທຳການງານ                   ຫາກຊິມີເງິນໃຊ້
ປະຕິບັດຕົນໃຫ້                          ເອົາຕົນເອງເປັນທີ່ເພິ່ງ
ຮັກຕົນເອງເລິກເຊິ່ງແລ້ວ            ຄົນເຂົານັ້ນຈຶ່ງຮັກຕົນ

ສ້າງຕົນເອງໃຫ້ພົ້ນ                     ຄວາມໂງ່ທາງໃຈ
ຄວາມໂງ່ໃນມັນສະໝອງ            ຖືກປ່ຽນແທນດ້ວຍຄວາມຮູ້
ຄູອາຈານຄືຄົນຊີ້                        ໄຂວິຊາໃຫ້ພົ້ນໂງ່
ອົງພຸດໂທສອນສັ່ງໄວ້                 ໃຫ້ໃຈພົ້ນຄິດຊົ່ວຊາມ

ພວກເຮົາເລີ່ມຢາດນ້ຳ                ໄຫຼຫຼັ່ງລົງດິນ
ພ້ອມຮັບສິນຟັງທຳ                     ເທດສະໜາຄູບາໃຫ້
ຫຼັງຈາກຕົວເຮົາໄດ້                     ຖວາຍທານມອບສົ່ງ
ເປັນຜົນບຸນກົ່ງນ້າວ                    ໃຫ້ເຮົາຂຶ້ນສູ່ສະຫວັນ

ຄວາມເປັນຈິງສໍ່າໃດນັ້ນ ໃຜບໍ່ຫ່ອນຫວນຈັກ
ເມື່ອໄດ້ຟັງຄືວ່າຄັກ                    ມ່ວນໃຈກໍ່ພໍແລ້ວ
ແນວວ່າຄົນເຮົາສ້າງ                   ປິດສະໜາຊ້ອນເງື່ອນ
ເຕືອນຜູ້ຄົນທົ່ວແຄວ້ນ                ໃຫ້ໝາຍໝັ້ນຮັກກັນ

ໃນເມື່ອຄົນເຮົານັ້ນ                     ຮັກຮໍ່ແພງກັນ
ມັນກໍ່ກາຍເປັນຍຸກ                      ສະຫວັນມາເຖິງແລ້ວ
ສ້າງຫໍໂຮງເຮືອນແກ້ວ                ດາວວະດິງດັ່ງເຂົາວ່າ
ເທວະດາທົ່ວດ້າວ                      ຄືຊາວເຊື້ອຊາດປະຊາ ນີ້ແລ້ວ

ບົວສະບາ ຍິ້ມນ້ອຍໆ                  ໃຫ້ແກ່ ມາລາໃຈ
ແລ້ວກໍ່ໄຂວາຈາ                         ຊື່ນຊົມນາງຫຼິ້ນ
" ຂ້ອຍສະອອນຕີນສິ້ນ                ລາຍງາມໆທີ່ເຈົ້ານຸ່ງ
ມີຮູບປາແລະກຸ້ງ                        ລາຍຊ້າງຢູ່ຂ້າງຫຼັງ "

ຊ່າງຄົນລາວນີ້ຕັ້ງ                       ປານີດສີມືດີ ແທ້ນໍ
ທຳຫຼາກຫຼາຍສີສັນ                     ວາດຊົງຊວນໃຊ້
ບ້ານໃດເດນໍສ້າງ                        ຈົກລາຍຫູກກີ່
ຄວາມສາມາດເຊັ່ນນີ້                  ຄວນຍ້ອງແລະສົ່ງເສີມ

ໃບໜ້ານາງແດງເພີ້ມ                  ຂຶ້ນຕື່ມຍ້ອນຄວາມອາຍ
ເພາະວ່າຊາຍມາຈາ                   ຍ້ອງສິ້ນຕົນແນວນີ້
ຈະມີຍິງໃດແລ້ວ                        ບໍ່ເຂີນອາຍບໍ່ສ່າງວ່າ
ມາລາໃຈ ແນມເບິ່ງໜ້າ              ເຂົາແລ້ວກໍ່ເຫຼົ່າຫົວ

ບໍ່ແມ່ນຄຳເວົ້າລົ້ວ                       ຫຼືຊົ່ວສັນໃດ
ແຕ່ວ່າໃນໃຈນາງ                       ບໍ່ຖວິນທາງນີ້
ຖ້າຫາກມີຜູ້ຍິງເວົ້າ                     ມາຍໍຍ້ອງຕໍ່
ນາງກໍ່ຄົງຊິຍິ້ມ                           ຫົວໄດ້ຢ່າງຊື່ນໃຈ

ແຕ່ເຫດສັນໃດນີ້                        ເປັນໜຸ່ມຄົນຊາຍ
ໝາຍສາຍຕາມາແນມ                ຍິ່ງຕ່າງກັນຜັນປີ້ນ
ຜູ້ຊາຍແນມຕີນສິ້ນ                     ຄົນລາວວ່າຂອງຕໍ່າ
ບໍ່ນຶກທຳເຊັ່ນນັ້ນ                        ກໍ່ແຝງຊ້ອນເງື່ອນງຳ

ບົວສະບາ ບໍ່ຄິດຊ້ຳ                     ເຖິງເລື່ອງຄວາມເກີນ
ເຂົາຄິດພຽງສັນລະເສີນ               ຊ່າງທໍທີ່ດີລົ້ນ
ສີມືຄົນລາວນີ້                             ກໍ່ງາມດີລະອຽດອ່ອນ
ພາກພຽນປ່ອນເສັ້ນຝ້າຍ             ທັງດ້າຍແລະເສັ້ນໃໝ

ກວ່າທີ່ຈະສຳເລັດໄດ້                  ຕ້ອງສອດຕໍ່າຫຼາຍວັນ
ມານະຈິດຂະຫຍັນເຮັດ               ແຜ່ນແພທີ່ງາມລ້ຳ
ແຕ່ຫັນມາທາງກ້ຳ                      ຄົນຍິງຍິ່ງຄິດຕ່າງ
ຄິດວ່າເຂົາສ່າງຍ້ອງ                   ແຕ່ມອງຂ້າມສິ່ງທີ່ຈາ

ນີ້ລະຄຳວ່າເວົ້າ                          ຫຼາກຕ່າງຈິດຕັງ
ຫຼາຍຄົນຟັງຫຼາຍຄິດ                   ຕ່າງກັນຄົນເລື້ອງ
ແຕ່ຢ່າເປືອງສະໝອງຄົ້ນ            ອະນາຈານຄາວກິ່ນ
ຟັງເປັນສິນກໍ່ແລ້ວ                      ຢ່າຫາຫຍຸ້ງສິ່ງເສື່ອມຊາມ

ເຖິງນາງຊິຫັກຫ້າມ                     ຄວບຄຸມຕໍ່ອາລົມຈິດ
ຄວາມເຂີນອາຍຍັງມີລິດ             ໃຫ້ໜ້ານາງແດງໄດ້
ນາງຈິ່ງໄຂຄຳເວົ້າ                      ວາຈາຕອບຕໍ່
" ຂ້ອຍຂໍຮ້ອງໃຫ້ເຈົ້າ                  ຍໍຍ້ອງສິ່ງອື່ນດີ ກວ່າໃດ "

ສະເພາະໃນມື້ນີ້                         ນາງນຸ່ງຊຸດສີຂຽວ
ຄັນເຮົາຫຼຽວແຕ່ໄກໆ                  ດັ່ງສີໃບຕອງກ້ວຍ
ເທິງຫົວມວຍຜົມເກົ້າ                  ເປັນເງົາຕົກແຕ່ງ
ສີແດງປັກປິ່ນເກົ້າ                       ຂັດໄວ້ໃຫ້ຢູ່ຊົງ

ສອງຂ້າງແກ້ມນາງຈົ່ງໄວ້            ໃຫ້ມັນຢ່ອນລົງມາ
ແລ້ວດັດພຽງຫາງຕາ                  ໃຫ້ຜົມງໍໂຄ້ງ
ເບິ່ງແລ້ວຜົມຊົງນີ້                       ບໍ່ມີໃຜແລ້ວຊິແຕ່ງ
ຄັນຫາກແຍງເບິ່ງແລ້ວ        ກໍ່ງາມເຂົ້າທ່າດີ

ໃຜໄດ້ເຫັນໃນມື້ນີ້                       ຕ້ອງບອກວ່າສຸດສວຍ
ຢາກຊ່ວຍເປັນກຳລັງໃຈ ຢູ່ຮຽງຄຽງໃກ້
ໃຜກໍ່ໝາຍຕາໄວ້                        ເປັນຂວັນໃຈຈັບຈ່ອງ
ບົວສະບາ ກໍ່ຮໍ່າຮ້ອງ                   ໝາຍປອງໝັ້ນຕໍ່ນາງ

ພວກເຂົາຄ່ອຍຍ່າງຍ້າຍ             ຄຽງຄູ່ກັນໄປ
ຜູ້ໃດເຫັນກໍ່ອິດສາ                      ຊ່າງວ່າງາມສົມກັນແທ້
ຍາມເມື່ອແລດູຈ້ອງ          ແນມເຂົາສອງຕ້ອງຍ້ອງວ່າ
ໜ໊າຕາຂອງຄູ່ນີ້                          ສົມກັນແທ້ອີ່ຫຼີ

ພວກເຂົາມີຮອຍຍິ້ມ                   ເສີມສົ່ງສະເໜຫາ
ມີວາຈາໄພເລາະ                        ຊ່າງຊວນເຊີນເວົ້າ
ພວກເຂົາມີໃຈໝັ້ນ                     ໃນການງານເອົາໃຈໃສ່
ໄທບ້ານເໜືອບ້ານໃຕ້                 ໃຜກໍ່ຍ້ອງວ່າດີ

ຕ່າງຢາກໃຫ້ຄູ່ນີ້                         ເປັນຄູ່ທີ່ສຸກສັນ
ນັ້ນເປັນຄຳວາຈາ                       ຜູ້ທີ່ເປັນຄອບຄົວແລ້ວ
ຜູ້ທີ່ມີແວວຕາກວ້າງ                   ບໍ່ອິດສາບັງບຽດໝູ່
ບົວສະບາ ດູເບິ່ງໜ້າ         ແລ້ວຈາເວົ້າຕໍ່ນາງ

" ມື້ນີ້ ຕົວເຈົ້າອະທິຖານສ້າງ        ໝາຍມຸ່ງສັນໃດ
ຢາດນ້ຳໃສລົງໄປ                       ຢາກໄດ້ຫຍັງໃນໃຈເຈົ້າ
ສ່ວນໃນໃຈຂອງເຮົາເວົ້າ             ຄວນຄາງຄ່ອຍໆ
ວ່າມັນຄອຍຖ້າເຈົ້າ                     ມາໄວ້ຄູ່ກັນ "

" ເຈົ້ານັ້ນມາຈາຫຼິ້ນ                    ໃຫ້ມັນເໝື່ອຍຫຍັງເດ
ດວງບຸບເພຄົນງາມ                    ເຈົ້າມີມາກມາຍແລ້ວ
ຕິມາແຊວມາປຶ້ມ                        ລວງເຮົາໃຫ້ຫຼົງທ່າ
ຂ້ອຍຢ້ານຍິງລໍຖ້າເຈົ້າ                ເຮົາຢ້ານນັບບໍ່ໄຫວ "

" ໃຫ້ສາບານກໍ່ໄດ້                      ຂ້ອຍຍັງບໍ່ມີແຟນ
ຍັງຂາດຍິງຫວງແຫນ                 ຫ່ວງຄະນິງຕົວຂ້ອຍ
ໃຈຫວັງຄອຍພຽງເຈົ້າ                 ຍິງດຽວນີ້ລະອຸ່ນ
ຢ້ານແຕ່ບຸນຂ້ອຍສ້າງ                 ບໍ່ສົມເຈົ້າຜູ້ຮ່າງງາມ ນີ້ແລ້ວ "

" ຂ້ອຂໍຖາມຕົວເຈົ້າ                  ໄດ້ບໍ່ ບົວສະບາ
ຕ້ອງບອກມາຕາມຄວາມຈິງ        ເຈົ້າຄິດຫຍັງກັບຂ້ອຍ ? "
" ຂ້ອຍຫວັງຄອຍຢາກມີເຈົ້າ        ເປັນແຟນເຮົາໄດ້ບໍ່
ຂ້ອຍພໍໃຈຕໍ່ເຈົ້າ                         ໃຈຝັນເຝົ້າໄຝ່ຈິງ "

ນາງຄ່ອຍຫຼິງລໍ່າໄວ້                    ແລ້ວຍິ້ມຕໍ່ກັບເຂົາ
ຫົວອົກຂອງເຮົາເອີຍ                  ຈົ່ງຄ່ອຍອົດເອົາຖ້ອນ
ນາງຄ່ອຍຖອນໃຈນິ້ງ                  ກົວຄວາມຈິງທີ່ເຄີຍກ່າວ
ຫຼືວ່າ ສຸມາລີ ບອກຂ່າວໃຫ້          ວ່າເຮົານັ້ນຮັກເຂົາ

ນອກນັ້ນ ຂ້ອຍບໍ່ເຄີຍກ່າວເວົ້າ     ບອກກ່າວກັບໃຜ
ວ່າຫົວໃຈຂອງເຮົາ                     ໄຝ່ພະວົງຕົວເຈົ້າ
ດວງໃຈເຮົາວັນນີ້                       ດີໃຈເດທີ່ເຈົ້າວ່າ
ເຈົ້າຫ່ວງຫາຮັກຂ້ອຍ                  ຢາກໝາຍມຸ້ງຮ່ວມຮຽງ

ໄດ້ຍິນສຽງເຈົ້າບອກເວົ້າ             ເຮົາຊຶ້ງຊ່ານສຸກໃຈ
ໃຫ້ເປັນຄວາມນິລັນດອນ            ທີ່ຢັ້ງຍືນຈິງຖ້ອນ
ຫົວໃຈເຮົາວອນໄຫວ້                  ຫົວໃຈເຂົາໃຫ້ແນ້ວແນ່
ໃຫ້ເປັນຮັກທີ່ທ່ຽງແທ້                  ຢ່າມີມື້ປ່ຽນແປງ

ນາງຄ່ອຍຈາຖະແຫຼງເວົ້າ            ເພື່ອເຂົ້າທ່າຕົວເອງ
ສະແດງຄວາມເກງໃຈ                ກ່າວໄຂຂານເວົ້າ
ເພື່ອໃຫ້ເຂົາໃຈຄ້ອຍ                   ຄອງຄອຍນາງຢ່າງໝັ້ນແກ່ນ
ກາຍເປັນແຟນທີ່ໜ່ຽວແໜ້ນ        ສິ່ງໃດກັ້ນບໍ່ປ່ຽນໃຈ

" ຂ້ອຍບໍ່ຊ່າງຊິໃຫ້                      ຄວາມຮັກໃນໃຈ
ພວກເຮົາເດັກເກີນໄປ                 ເລື່ອງຄູ່ຄວງບໍ່ຄວນແທ້
ເຫັນແກ່ໃຈຂອງຂ້ອຍ                 ເປັນຈິງຈັກຄັ້ງໜຶ່ງ ສານໍ
ຂ້ອຍເສຍໃຈຄວາມຊາບຊຶ້ງ         ທີ່ຕົວເຈົ້າມອບໃຫ້ຮຽມ

ຂ້ອຍບໍ່ເຄີຍກຽມໄວ້                     ເລື່ອງຄົນຮັກໃນໃຈ
ສິ່ງຂ້ອຍກຽມຄືການໄປ                ຮໍ່າຮຽນຄວາມຮູ້
ຢ່າມາລົມເປັນຊູ້                         ກັບເຮົາເລີຍຈະດີກວ່າ
ເຮົາຮັກກັນກໍ່ໜ້                        ຈະຮຽນຮູ້ຮ່ວມກັນ "

ບົວສະບາ ຫັກຫ້າມກັ້ນ               ຫົດຫູ່ໃນຫົວໃຈ
ເຫດສັນໃດສັງມາເປັນ                ສິ່ງເລວຊາມຮ້າຍ
ຄວາມມຸ່ງໝາຍຂອງຂ້ອຍ           ຄົງເພພັງມ້າງເຈື່ອນ
ຄຳເວົ້າເຈົ້າເໝືອນບາດຄ້ອນ       ຕີຂ້ອຍໃຫ້ແຈບຈົມ

ຂ້ອຍຊື່ນຊົມຕົວເຈົ້າ                    ທີ່ເວົ້າຕໍ່ເຮົາດີ
ເຈົ້າເຄີຍມີແວວຕາຫວານ           ຫວ່ານສະເໜເຮົາໄວ້
ເຮັດໃຫ້ຫົວໃຈຂ້ອຍ                    ຫຼົງໄຫຼນາງຢ່າງແນ້ວແນ່
ຫວັງໄດ້ພົບຮັກແທ້                     ຈິງໃຈໝັ້ນຕໍ່ກັນ

ມື້ນີ້ ເຖິງວ່າຕົວເຈົ້ານັ້ນ                ບໍ່ຮັກພີ່ກໍ່ຕາມໃຈ
ແຕວ່າຮຽມຍັງພໍໄຫວ                  ຮັກໃນຕົວເຈົ້າ
ເຖິງວ່າໂສມສະເຫຼົາຫຼ້າ               ບໍ່ພໍໃຈກໍ່ຕາມຢ່າ
ອີກວັນໜຶ່ງໃນຕໍ່ໜ້າ                    ຕົວເຈົ້າຊິຮັກເອງ

ຂ້ອຍຈະຕ້ອງເລັ່ງໃຫ້                  ຄວາມຮັກຢູ່ໃນອົກ ເຈົ້ານັ້ນ
ຍົກມາເປັນຂອງຂວັນ                  ໃຫ້ແກ່ຮຽມຈົນໄດ້
ເມື່ອນັ້ນມາລາໃຈຫຼ້າ                  ຈະເອົາຫຍັງມາຄ້ຳຢູ່
ມື້ນັ້ນລະເຈົ້າຊິຮູ້                         ວ່າຕົວເຈົ້າຮັກສໍ່າໃດ

ມື້ນີ້ ປະຕິເສດຂ້ອຍໄດ້                ວ່າບໍ່ຮັກບໍ່ເປັນຫຍັງ
ເຖິງຫົວອົກຈະພັງ                      ແຕ່ກໍ່ພໍທົນໄດ້
ເຖິງຫົວໃຈຈະເສົ້າ                      ອັບເສົາຂໍທົນກ່ອນ
ເຮົາອົກຫັກກໍ່ຍ້ອນ                      ເຮົາເວົ້າບໍ່ຮິ່ນຕອງ

ຍ້ອນຂ້ອຍມອງວ່າເຈົ້າ                ຮັກພີ່ຢ່າງເຕັມໃຈ
ຂ້ອຍຈິ່ງໄຂວາຈາ                       ບອກວ່າໃຈເຮົານັ້ນ
ພວມສຸກສັນໝາຍໝັ້ນ                ຝັນຄະນິງທຸກເຊົ້າຄໍ່າ
ຍ້ອນຫົວໃຈພໍ່າເພີ້                      ລະເມີເຈົ້າຢ່າງຫ່ວງຫາ

ດັ່ງນັ້ນຂ້ອຍຈຶ່ງກ້າ                      ບອກເລົ່າຄວາມໃນໃຈ
ຫວັງເພື່ອພຽງຊາມໄວ                ໄດ້ຮູ້ໃຈຈິງນັ້ນ
ໃຫ້ຮູ້ຄວາມຝັນຂ້ອຍ                   ໃຈຄອຍນາງຈິ່ງເວົ້າຕໍ່
ຂ້ອຍຢ້ານເຈົ້າບໍ່ຮູ້                       ຈຶ່ງຈາເວົ້າຢ່າງຊື່ໃຈ

ບົວສະບາ ນັ້ນໄດ້                       ແນມເບິ່ງ ມາລາໃຈ
ເຂົາຮູ້ສຶກຫວັ່ນໄຫວ                    ຕໍ່ສິ່ງຕົນຫວັງໄວ້
ເຂົາຢ້ານ ນາງບໍ່ມີໃຈໃຫ້             ຫົວໃຈເຂົາຄົງມ້າງມຸ່ນ
ສິ່ງທີ່ເຂົາຄິດວຸ້ນ                         ຢ້ານນາງນັ້ນບໍ່ເຊື່ອເຂົາ

" ຄວາມຈິງຂ້ອຍຮັກເຈົ້າ             ເພື່ອໝາຍມຸ່ງການຮຽນ ນີ້ແລ້ວ
ຮ່ວມພາກພຽນສຶກສາ                 ພັດທະນາຄວາມຮູ້
ເຄີຍໄດ້ຍິນບໍຄູເວົ້າ                     ອາຈານເຮົາຈາວ່າ
ເວລາຮຽນກໍ່ຮັກໄດ້                     ຄືໃຈຕັ້ງຮັກຮຽນ

ເຈົ້າຍັງເຄີຍຂຽນໄວ້                    ໃຫ້ເຮົາອ່ານໃນວັນຫຼັງ
ເຈົ້າມຸ່ງຫວັງຢາກມີແຟນ             ທີ່ຮັກຮຽນຄືເຈົ້າ
ແລ້ວແນມເຮົາກັບຄວາມຊຶ້ງ        ເຮົາຈົນຊຶງສະທ້ານສັ່ນ
ຂ້ອຍຈຶ່ງຄິດວ່າເຈົ້ານັ້ນ                ໝາຍມຸ້ງຮັກເຮົາ "

ມາລາໃຈ ບໍ່ກ່າວເວົ້າ                  ພຽງແນມເບິ່ງ ບົວສະບາ
ນາງຢາກຈາຄວາມຈິງ                ວ່າຮັກເຂົາເໝືອນກັນນັ້ນ
ແຕ່ວ່ານາງບໍ່ທັນພ້ອມ                 ມີແຟນເພື່ອອ້າງໝູ່
ແລະກໍ່ກົວພໍ່ແມ່ຮູ້                       ເລື່ອງມີຊູ້ເຊື່ອມໃຈ

ຍິ່ງກວ່ານັ້ນ ລະບຽບກໍ່ບົ່ງໄວ້        ໃນເລື່ອງພົວພັນ
ຫ້າມນັກຮຽນເປັນແຟນກັນ          ວ່າລົມຊົມຊູ້
ຖ້າຫາກທາງໂຮງຮຽນຮູ້              ຕິດວິໄນຢ່າງແນ້ວແນ່
ເລື່ອງຮັກເຈົ້າຂ້ອຍຮັກແທ້           ແລະໝາຍມຸ້ງຢູ່ສະເໝີ

ຂໍ້ສະເໜີຂອງເຈົ້າ                       ເຮົາຍິ່ງພໍໃຈ
ບໍ່ມີຄວາມສຸກໃດ                        ເທົ່າເຈົ້າຈາສັນນີ້
ແຕ່ຂ້ອຍມີແນວຂ້ອງ                   ບໍ່ພໍໃຈບາງຢ່າງ
ຄືວ່າ ເຈົ້າວາງຕົວເວົ້າຕໍ່ຂ້ອຍ       ເໝືອນຈາແກ້ງເຮັດເອົາ

ເຈົ້ານັ້ນເປັນຄົນສູ້                       ໃນເລື່ອງການງານ
ເຈົ້າເກັ່ງການສຶກສາ                    ຮໍ່າຮຽນຄວາມຮູ້
ແຕ່ບໍ່ເຄີຍດູແລຂ້ອຍ                   ໃນຍາມທີ່ອິດເມື່ອຍ
ແຖມກັ່ນແກ້ງຂ້ອຍຢູ່ເລື້ອຍ          ຍາມຂ້ອຍເມື່ອຍວຽກງານ

ເປັນຫຍັງເຈົ້າໄປກ່າວຕ້ານ          ລົມຍິງອື່ນຢ່າງສຸກໃຈ
ໂດຍຢູ່ໃນສາຍຕາ                      ຂ້ອຍໄດ້ຍິນທຸກຄຳເວົ້າ
ນີ້ຫວະຕົວຂອງເຈົ້າ                    ປະສົງເຮົາໝາຍມຸ່ງ
ຍາມວຽກງານຂ້ອຍຫຍຸ້ງ             ຕົວເຈົ້າບໍ່ຫ່ວງຫາ

ໜ້າຈະມາຖາມເວົ້າ                    ວ່າອວນອຸ່ນເປັນແນວໃດ
ວຽກງານໄປເຖິງໃສ                    ສຳເລັດລົງແລ້ວບໍເຈົ້າ
ຄວນທີ່ຈະມາເວົ້າ                       ຖາມເຮົາແບບງ່າຍໆ
ຍັງວຽກຫຍັງເຮັດບໍ່ໄດ້                ພໍໃຫ້ຊ່ວຍຢູ່ບໍ

ບໍ່ແມ່ນຂ້ອຍອ່ອນງໍ້                     ໃນເລື່ອງການງານ ດອກນາ
ແຕ່ວ່າ ເຈົ້າມາຫວານຄຳຮັກ        ຕໍ່ຮຽມໃນວັນນີ້
ຢູ່ໃສຄວາມດີເຈົ້າ                       ໃຫ້ພໍໃຈຈັກຄັ້ງໜຶ່ງ
ທຳໃຫ້ຂ້ອຍຊາບຊຶ້ງ                    ສຸດປຶ້ມປ່ຽມໃຈ ເບິ່ງດູ

" ຂ້ອຍນີ້ເຄີຍກ່າວໄວ້                  ໃນເລື່ອງຮັກການຮຽນ
ບໍ່ແມ່ນພຽນຄວາມຮັກ                 ເພື່ອບ່າວສາວຄືເຈົ້າ
ມີແຕ່ຈາກັບເວົ້າ                         ການກະທຳມີຫຍັງແດ່
ເວົ້າແຕ່ວ່າຮັກຂ້ອຍແທ້               ຕົວຈິງນັ້ນເຮັດໃຫ້ເຫັນ ແດ່ແມ "

ພໍໄດ້ຍິນປະເດັນເວົ້າ                   ເຂົ້າທ່າ ບົວສະບາ
" ຢູ່ໃສຈາຄວາມຮັກ                    ວ່າບໍ່ມີໃຫ້ຮຽມໄດ້
ສຸດທ້າຍມາໄຂເວົ້າ                     ຕົວະເຮົາບໍ່ເຂົ້າທ່າ
ເບິ່ງເຈົ້າຄົງບໍ່ໜ້າ                       ມາຍາໄດ້ສິ່ງລວງ "

ບົວສະບາ ທັກທ້ວງ                    ຕາງຂູ່ນິດໆ
" ວ່າເຈົ້າບໍ່ເຄີຍຄິດ                 ຮັກເຮົາພໍນ້ອຍ
ແຕ່ມາຈຳຕົວຂ້ອຍ                      ທຳຫຼັກຖານເພື່ອອ້າງອຸ່ນ
ສ້າງບຸນຄຸນເພື່ອເຈົ້າ                   ແລ້ວຈະເວົ້າວ່າຮັກຊາຍ ອ້າຍບໍ ? "

" ເຂົ້າເບິ່ງຂ້ອຍໃນແງ່ຮ້າຍ          ເກີນກວ່າຄວາມຈິງ ເສຍແລ້ວ
ຂ້ອຍບໍ່ເຄີຍຄະນິງຄິດ                 ອ່ອນແອຄືເຈົ້າ
ເກັບຄືນໄປສາຄຳເວົ້າ                 ທີ່ຈິງໃຈໄຮ້ຄ່າ
ເຈົ້າຊິຫາວ່າຂ້ອຍ                       ອາໃສແຫ້ນໝູ່ກິນ ຊັ້ນບໍ

ຂ້ອຍບໍ່ຍິນດີດ້ວຍ                       ໃຫ້ຄົນອື່ນເອົາໃຈ
ໂດຍອາໃສຄວາມງາມ                ຫຼອກໃຜຫວັງໃຊ້
ໃຜກະທຳເພື່ອຫວັງໄດ້                ຕົວເຮົາເປັນຄ່າຕອບ ແທນນັ້ນ
ຂ້ອຍບໍ່ຊອບຂີ້ໜ້າ                      ຢ່າມາເວົ້າໃຫ້ຂ້ອຍເຫັນ

ເຈົ້າເປັນຊາຍທີ່ພ້ອມ                  ບາກບັ່ນການງານ
ປາກກໍ່ຫວານຄາລົມ                   ຮູບຫຼໍ່ງາມຈິງແທ້
ແຕ່ວ່າໃຈຂອງເຈົ້າ                     ເປັນມານຊ້ອນເງື່ອນ
ສ່ວນເລິກໃຈເຈົ້ານັ້ນ                   ຍັງຫວັງຄ້າຄ່າຜູ້ຍິງ

ເຈົ້າອາດຫຼິງລໍ່າໄດ້                     ທຸກໆຮ່າງຍິງສວຍ
ແຕ່ຄົງຊວຍເມື່ອມາພົບ               ກັບຂ້ອຍໃນວັນນີ້
ຄິດດີໆເສຍເຈົ້າ                                     ເມົາຫຼົງຕົວກໍ່ຮູ້ຕື່ນ ແດ່ແມ
ເຈົ້າຢ່າຝືນປາກເວົ້າ                    ແຕ່ໃຈເຈົ້າບໍ່ດັ່ງກັນ

ຫຼືຍັງເຫັນຂ້ອຍນັ້ນ                      ເປັນເຄື່ອງເຊີຍຊົມ
ເພື່ອອາລົມຄວາມຮັກ                 ຊົ່ວຄາວຂອງເຈົ້າ
ຂ້ອຍເບື່ອຊາຍເຫັນເຮົານີ້            ພຽງເຊີຍຊົມເປັນທາງຜ່ານ
ເວົ້າລົມກັບຊາຍໜ້າດ້ານ            ອາລົມຂ້ອຍບໍ່ຄ່ອຍດີ

ຢ່າມາຊູຊີເວົ້າ                            ອ້ອຍອິ່ນຄາລົມຫວານ
ເອົານ້ຳຕານມາລວງມົດ              ຍ່ອມລຸ່ມຫຼົງຄວາມຫວານໄດ້
ແຕເຈົ້າມາໄຂຄຳເວົ້າ                  ຫວານລວງໃຈຂ້ອຍຊື່ໆ
ກັບເມືອສາມື້ນີ້                           ຢ່າມາເວົ້າໃຫ້ຂ້ອຍເຫັນ ອີກເນີ "

ສະພາບການເຊັ່ນນີ້                    ມັນລົງທີ່ ບົວສະບາ ເສຍແລ້ວ
ຫວັງມາວອນຄວາມຮັກ              ພັດຖືກຫັກໃຈຊ້ຳ
ຫວັງຈະເອົາຍັງນ້ຳ                     ໃນໃຈຈິງທີ່ຫວານຊໍ່າ
ຫວັງນຳມາມອບສົ່ງໃຫ້               ຈາກໃຈແທ້ທ່ຽງຈິງ

ແຕ່ວ່າຍິງຄົນນັ້ນ                        ນາງກ່າວປໍລະປັກ
ເວົ້າວ່ານາງບໍ່ເຄີຍມັກ                 ຮັກເຂົາພໍດີ້
ແຕ່ວ່າຄວາມຈິງນັ້ນ                    ພໍໃຈເຂົາຢ່າງແນ້ວແນ່
ນາງຢາກຮູ້ຄວາມຮັກແທ້            ຈາກເຂົານັ້ນຊິສໍ່າໃດ

ດັ່ງນັ້ນນາງຈິ່ງໄດ້                       ເວົ້າຕ່າງຄວາມຈິງ
ເພື່ອກຽດສັກສີຍິງ                       ບໍ່ງ່າຍໃຈເໝືອນເຂົາເວົ້າ
ຜູ້ຍິງລາວເຮົານີ້                          ມີຈິດໃຈທີ່ໝັ້ນທ່ຽງ
ບໍ່ແມ່ນພຽງຊາຍກ່າວເວົ້າ            ເຮົາວາງໃຫ້ຢ່າງງ່າຍດາຍ

ບົວສະບາ ຈຳເປັນໄດ້                 ຖອຍຫ່າງຢ່າງເນັບຊາ
ເຂົານັ້ນມາທຳບຸນ                       ສ້າງທານເພື່ອຫວັງໄດ້
ຄ່າຕອບແທນຄົງໃຫ້                   ຄວາມສຸກໃຈຊ້ອຍຊື່ນ
ແຕ່ກ້ຳກືນໂສກເສົ້າ                    ມັນຈະຄຸ້ມຄ່າກັນ ບໍ່ນໍ.

ໃນຕອນຄໍ່າມື້ນີ້ນັ້ນ                      ມີການລ່ອງເຮືອໄຟ
ຕາມນະທີສາຍຂອງ                    ແລະຢູ່ຕາມລຳນ້ຳ
ຕາມລຳຂອງສອງກ້ຳ                  ມີແສງໄຟເຮືອງຮຸ່ງ
ຝູງຄົນຍ່າງມຸ່ງໜ້າ                      ມາກ້ຳຝັ່ງແມ່ຂອງ

ບາງກຸ່ມກໍ່ອ້າຍເອື້ອຍນ້ອງ           ເປັນໝູ່ກັນໄປ
ບາງຄົນຖືມາໄລ                         ດອກບົວງາມເອ້
ບາງຄົນຖືບຸບເຜນ້ອຍ                  ມາລາຈູມຈໍ່
ບາງຄົນຫອບຫໍ່ດອກໄມ້              ມາວາງໄວ້ເພື່ອຂາຍ

ຝູງຄົນເດີນຍ່າງຍ້າຍ                   ນຸ່ງເຄື່ອງຫຼາຍສີ
ຜູ້ເຖົ້າມີທັງແພ                           ບ່ຽງສະໃບນຳພ້ອມ
ກິ່ນນ້ຳຫອມໆກຸ້ມ                       ຊຸມສາວຂຶ້ນໃໝ່
ບາງຄົນນັ້ນໃສ່ໂສ້ງ ບາງຄົນນັ້ນນຸ່ງສິ້ນ ຕາມເຂົານັ້ນສະດວກດີ

ສຸມາລີ ນຸ່ງສິ້ນ                            ລຽບງ່າຍສະບາຍຕົວ
ຫົ່ມເສື້ອບົວແຂນຍາວ                 ມັດຜົມໂບສີຟ້າ
ຍ່າງອອກມາຈາກເຮືອນກວ້າງ     ສີຂາວຫຼັງໃຫຍ່
ທາງໜ້າປູກດອກໄມ້                   ສອງຕົ້ນຄູ່ກັນ

ລົດຟົກຄັນໜຶ່ງນັ້ນ                      ຈອດຢູ່ແຄມເຮືອນ
ທາງເບື້ອງຫຼັງເປັນສວນ              ໂອບເຕັມດ້ວຍໃບໄມ້
ມີລຳໄຍທັງພ້າວ                         ສີດາທັງມ່ວງ
ພໍ່ເຈົ້າເຮືອນຫວງແທ້ໆ               ຄືສຸມໄມ້ໜໍ່ສ້າງໄພ

ສຸມາລີ ສ້ອມດອກໄມ້                  ທີ່ພວມຈໍ່ຈູມງາມ
ເປັນຊະນິດທີ່ມີໜາມ                  ທົ່ວກິ່ງໃບລຳກ້ານ
ດອກມັນມີສີແດງຊ້ຳ                   ແກມອິດໜ້ອຍໜຶ່ງ
ດອກໄມ້ເຊິ່ງທຸກເຊົ້າ                   ນາງນິ້ງນັ່ງເບິ່ງມັນ

ເປັນຂອງຂວັນໃຜນໍເຈົ້າ              ນາງຈຶ່ງຄ່ອຍພຽນຕັດ
ລະມັດລະວັງໃນການ                  ສ້ອມແຊມໃບກ້ານ
ຮອຍຍິ້ມນາງຫວານຊ້ອຍ            ແວວຕາສົດຊື່ນ
ໃນຄໍ່າຄືນເຊັ່ນນີ້                         ນາງຈະໃຫ້ແກ່ຜູ້ໃດ

ຫຼັງຈາກປົງດອກໄມ້                    ລົງໃສ່ໃນຊາມ
ເອົານ້ຳຫອມມາຊິດ                    ໃສ່ລົງໄປພ້ອມ
ພຽງແຕ່ຫອມດວງໄມ້                  ຍັງພໍໃຈແລ້ວລະໝູ່
ນ້ຳຫອມຊູຕື່ມເຂົ້າ                      ຊຸມເຈົ້າຊິສໍ່າໃດ

ມືນາງຈັບທູບໄມ້                        ສາມຄູ່ມາປົງ
ແລ້ວຈຶ່ງຍົງມາລາ                       ຂຶ້ນມາຈາກຊາມນ້ຳ
ມີທຽມໄຂສາມດ້າມ                    ນ້ຳໜັກມັນເຫຼັ້ມບາດໜຶ່ງ
ນາງຈຶ່ງຈັບດອກໄມ້ ເອົາທຽນມາແນບໄວ້ ສຸດທ້າຍໃສ່ທູບຫອມ

ແລ້ວຈຶ່ງເອົາຝ້າຍອ້ອມ                ມັດໃສ່ຕິດກັນ
ຈັບເອົາມັນມາປົງ                       ໃສ່ໃນຂັນໄວ້
ເອະມາໃຈເຢັນແທ້                     ບຸນເຂົາຊິເລີກກ່ອນ ເສຍແລ້ວ
ນາງແບ່ງພ່ອນດອກໄມ້               ສາມຈຸ້ມຊິໃຫ້ໃຜ

ຄິດນັກໃຈຢູ່ໄດ້                           ສ່ວນໜຶ່ງກໍ່ນາງເອງ
ສອງສ່ວນເຫຼືອເກງໃຈ                ປ່ອຍໃຫ້ນາງເປັນຄົນເວົ້າ
" ເອື້ອຍອ້ວນມາຫາເຈົ້າ "           ນ້ອງຊາຍນາງຮ້ອງໃສ່
" ເອີຊິໄປແລ້ວເຈົ້າ                     ລໍຖ້າໜ້ອຍໜຶ່ງເດີ. "

ບົວສະບາ ນຸ່ງເຄື່ອງເກີ້                ລໍຢູ່ດົນນານ
ປານໃດເດສາວຕາຫວານ           ຈຶ່ງຊິມາເຖິງບ້ານ
ຫວ່າງແລງເຂົາໄປຕ້ານ              ຈານາງຊິໄປສູ່
ນາງຊ້ຳພັດຂູ່ໄວ້                         ວ່ານາງຢ້ານແມ່ຂີນ

ເຂົາກໍ່ຍິນດີດ້ວຍ                         ຕາມແຕ່ນາງປະສົງ
ນາງຕົກລົງຈະມາຊວນ               ສູ່ເຂົາໄປພ້ອມ
ແລ້ວຈະພາໄປອ້ອມ                   ວຽນທຽນຢູ່ ວັດໃຫຍ່
ໄຊຍະພູມ ຕັ້ງຊື່ໃຫ້                     ໃຈກາງກວ້າງເຂດສະຫວັນ

ສຽງລົດຈັກດັງຈັ້ນໆ                    ມາຈອດທີ່ເຮືອນເຂົາ
ບົວສະບາ ເດົາໃນໃຈ                  ຕ້ອງແມ່ນນາງມາແລ້ວ
ສຽງແມ່ເຂົາແຊວຂຶ້ນ                   " ປັດຕິໂທຜູ້ບ່າວ
ມີຜູ້ສາວມາສູ່ເຈົ້າ                       ໄປຫຼິ້ນບໍ່ສ່າງຄວນ

ເຈົ້າໜ້າຈະໄປຊວນນ້ອງ             ນ້ຳພໍ່ແມ່ຂອງນາງ "
ແມ່ຂອງເຂົາວາງຄຳ                   ບອກເຕືອນເຂົາໄວ້
" ລູກຂອບໃຈເດີແກ້ວ                 ມານດາທີ່ສອນສັ່ງ
ລູກກໍ່ຫວັງດັ່ງແມ່ເວົ້າ                  ແຕ່ນາງນັ້ນບໍ່ຍອມ "

" ລູກກໍ່ຕ້ອງກ່າວອ້ອມ                 ທຸກຢ່າງໃຫ້ນາງເຫັນ
ເພາະລູກເປັນຄົນຊາຍ                ບໍ່ເສື່ອມເສຍສັກສີໄດ້
ພານ້ອງໄປເຖິງເຮືອນແລ້ວ         ວ່າຈາຄອບແມ່ ນາງເດີ
ຢ່າເຫັນແກ່ເລື່ອງນ້ອຍ                ຄວາມດີເຈົ້າຊິລົດລົງ "

ແມ່ຂອງເຂົາປະສົງໃຫ້                ເຂົາຮິ່ນຕອງຄິດ
ຊີວິດຄົນໃນສັງຄົມ                      ມາກມາຍຫຼາຍເລື້ອງ
ຢ້ານເຂົາເປືອງສະໝອງຄົ້ນ         ຄົນນິນທາເວົ້າກ່າວ
ຂ່າວອື້ສາວຊົ່ວຊ້າ                      ຊິເສຍໜ້າພໍ່ແມ່ຕົນ

ສຸມາລີ ຮອຍຍິ້ມພົ້ນ                    ຊ້ອຍຊື່ນໃນຕາ
" ສະບາຍດີມານດາ "                 ພ້ອມຍົກມືປະນອມໄຫວ້
ສຸມາລີ ໄຂຮອຍຍິ້ມ                     ອາຍໆໃຫ້ແມ່
ເມື່ອເພິ່ນແລເບິ່ງແລ້ວ                ກໍ່ເຕືອນໃຫ້ໃສ່ໃຈ

" ພວກລູກໄປວຽນທຽນແລ້ວ        ກໍ່ຮີບຕ່າວກັບມາ
ຢ່າພາກັນກັບເດິກ                      ຊິຕື່ນສວາຍຍາມເຊົ້າ
ພວກເຈົ້າພາກັນໄປໄຫວ້             ຫໍເມືອງເຈົ້າປູ່ ນຳເດີ
ຮູ້ວ່າເດິກດື່ນແລ້ວ                      ຊຸມເຈົ້າກໍ່ຕ່າວມາ

ຫຼັງຈາກລາແມ່ແລ້ວ                   ກໍ່ພ້ອມພໍ່າກັນໄປ
ລົດຈັກໂມໂຕໄຊ                        ແລ່ນເຂົ້າໄປໃນເມືອງພຸ້ນ
ແນມເຫັນຝູງຄົນວຸ້ນ                   ໄປມາຍ້າຍຍ່າງ
ຕາມສາຍທາງລົດແລ່ນຍ້າຍ        ໜາແໜ້ນອັ່ງອໍ

ສຽງຈໍແຈຈາເວົ້າ                        ຕ່າງໆນາໆ
ຕາມອຸລາມີສຸກ                           ຊື່ນໃນໃຈຍິ້ມ
ຢູ່ຕມຮິມແຄມນ້ຳ                      ລຽນລອນລຳເຮືອຊ່ວງ
ບ່າວສາວຄງຄູ່ຍິ້ມ                     ຽງຂ້າງຄູ່ກັນ

ຕ່າງກໍ່ສຸກສັນຍິ້ມ                        ແມ້ງມ່ວນໃນອຸລາ
ພ້ອມພໍ່ພາກັນມາ                       ແຫ່ທຽນວຽນອ້ອມ
ກິ່ນຂີວ-ຫອມປີວກົ້ວ                   ຍາມວຽນທຽນຍ້າຍຍ່າງ
ບ່າວສາວຕ່າງກໍ່ຍິ້ມ                    ຍາມແນມໜ້າເບິ່ງກັນ DDD

ວັດນີ້ ຊາວສະຫວັນນິຍົມເຂົ້າ       ເພາະຕັ້ງຢູ່ໃຈເມືອງ
ຕາເວັນຕົກຕິດແຄມຂອງ             ໃກ້ທ່າເຮືອຂົນສິນຄ້າ
ຄົນມາວຽນທຽນແລ້ວ                  ໄຫຼເຮືອໄຟຮິມທ່າ
ບາງພ່ອງມາເພື່ອໄຫວ້                ຫໍເມືອງເຈົ້າປູ່ສະຫວັນ

ອອກພັນສາເປັນເຊັ່ນນັ້ນ             ນ້ອຍໜຸ່ມຊາວສະຫວັນ
ເຖົ້າແກ່ຍັງພາກັນ                       ເຂົ້ວັດວາຄືຄາວກີ້
ເຖິງວ່າໃນຕອນນີ້                       ສັງຄົມນິຍົມເວົ້າວ່າ
ເຂົ້າວັດວາໄຫວ້ພະເຈົ້າ              ເຮົານັ້ນຊິເສື່ອມໂຊມ

ຄົນຍັງໂຮມກັນເຂົ້າ                    ມາວັດຟັງທຳ
ເພື່ອຈຳສິນຫາພອນ                   ທີ່ເພິ່ງພາທາງໃຈໄດ້
ຄົນສະຫງົບໃຈແລ້ວ                   ສັງຄົມກໍ່ລຽບງ່າຍ
ບໍ່ມີໂຈນຜູ້ຮ້າຍ                          ໝາຍປຸ້ນລັກເຄື່ອງຂອງ

ສຸມາລີ ຫຼຽວມອງໜ້າ                  ທັງຍິ້ມຕໍ່ ບົວສະບາ
ແລ້ວຍ່າງມາແຄມສິມ                 ນັ່ງລົງຍໍມືໄຫວ້
ສາຍຕາແນມມາລາໄມ້                ອະທິຖານຄາວໜຶ່ງ
ແລ້ວຈຶ່ງປົງດອກໄມ້                    ຍໍມືໄຫວ້ອີກໜຶ່ງທີ

ບົວສະບາ ກໍ່ມີຍິ້ມ                       ໃຫ້ແກ່ ສຸມາລີ
ແລ້ວຈຶ່ງອະທິຖານ                      ຍົກມືປະນອມໄຫວ້
ຈັກວ່າໃຈເຂົານັ້ນ                       ອະທິຖານຫຍັງແດ່
ເຫັນແຕ່ເຂົານັ່ງຍິ້ມ                     ດ້ວຍຄວາມຊ້ອຍຊື່ນໃຈ

ສາວອ້ວນ ນັ້ນກໍ່ໄດ້                     ແນມເບິ່ງເຂົາສອງ
ຫຼັງຈາກຫຼຽວມອງເຂົາ                 ກໍ່ກ່າວຈາໄຂເວົ້າ
" ໜ້າອິດສາເດສອງເຈົ້າ             ອະທິຖານຄຽງຄູ່
ຢາກຮູ້ເດພວກເຈົ້າ                     ວອນໄຫວ້ເລື່ອງຫຍັງ

ເບິ່ງພາກັນນັ່ງຍິ້ມ                       ເບີຍເບີກມະໂນໃນ
ອະທິຖານດີໆໃດ                        ໃສ່ໃຈໃນຄືນນີ້
ຢ່າໃຫ້ລາຄີເຂົ້າ                          ທຳລາຍໃຈໃສສະຫວ່າງ
ຈັ່ງແມ່ນເພິ່ນຢູ່ທ່າງຍິ້ມ               ຕົວຂ້ອຍລຸກກ່ອນເດີ "

ຫຼັງຈາກນາງສະເໜີເວົ້າ       ລຸກຍ່າງເດີນໄປ
ພວກເຂົາໄຂສຽງຫົວ                   ຍິ້ມໃຫ້ກັນນິດໜ້ອຍ
ທິບພະວົງ ຄອຍຖ້າ                    ສອງເຂົາຈິ່ງຍິ້ມໃສ່
ອະທິຖານໄຫວ້ແລ້ວ                   ພວກເຂົານັ້ນຈຶ່ງຍ່າງນຳ

ທັງສາມຍ່າງມາສູ່ກ້ຳ                  ເບື້ອງທ່າແຄມຂອງ
ສຽງເນືອງນອງຝູງຄົນ                 ອັ່ງໃນປະຕູຮົ້ວ
ຈົນກວ່າຈະຫວິດໄດ້                   ຫາຍໃຈຈົນຫອບເມື່ອຍ
ຈົນຢາດເຫື່ອເຍື່ອຍຍ້ອຍ             ລິນໜ້າຊຸ່ມກາຍ

ຈາກນັ້ນພວກເຂົາຍ້າຍ               ຍ່າງມາຕໍ່ທາງເໜືອ
ຢາດເຫື່ອຊຶມຕາມຕົວ                 ຜ່ອນຄາຍໃຫ້ເຢັນໄດ້
ຈາກນັ້ນເຂົາໄປໄຫວ້                  ຫໍເມືອງເຈົ້າປູ່
ຕາມສາຍທາງຄົນອັ່ງຍູ້               ໜາແໜ້ນເຄື່ອນໄປ

ຕໍ່ຈາກນັ້ນພວກເຂົາໄດ້               ລົງສູ່ແຄມຂອງ
ລ່ອງເຮືອໄຟຕາມວາລີ                ແມ່ນະທີສາຍນ້ຳ
ແຄມຝັ່ງຂອງສອງກ້ຳ                  ເຫັນແສງໄຟສາດສ່ອງ
ຕາມຄື້ນຟອງໜ້ານ້ຳ                   ເຮືອໄຟນ້ອຍລ່ອງໄຫຼ

ເຖົ້າແກ່ຕ່າງກໍ່ໄດ້                        ໄຫຼລ່ອງເຮືອໄຟ
ນ້ອຍໜຸ່ມພາກັນໄຫຼ                    ລ່ອງເຮືອໄຟນ້ອຍ
ຕ່າງຄ່ອນວອນວານເວົ້າ ອະທິຖານທີ່ແຕກຕ່າງ
ບາງຄູ່ວາງປ່ອຍແລ້ວ                  ‘ ໃຫ້ເຮົາໄດ້ຄູ່ກັນ

ບູຮານກ່າວໄວ້ນັ້ນ                      ໃຫ້ແນມເບິ່ງເຮືອໄຟໄຫຼ
ຈະເວີນໄປທາງເໜືອ                  ຫຼືລ່ອງລົງທາງໃຕ້
ຄັນເຮືອໄຟໃຜເວີນເຂົາ               ແຄມນະທີຈອດຝັ່ງ
ຄວາມຫວັງທີ່ນຶກໄວ້                   ມັນຄົງໄຮ້ຄ່າໝາຍ

ຄັນເຮືອໄຟໃຜຍ້າຍ                    ລອຍລ່ອງໄປດີ
ກໍ່ຈະມີຄວາມສຸກ                        ຊຸ່ມເຢັນຫາຍຮ້ອນ
ເຮືອໄຟໃຜຫຼອນຂວ້ຳ                  ງວຳລົງທາງລຸ່ມ
ຈະຖືກກຸ່ມຜູ້ຮ້າຍ                        ໝາຍມຸ້ງລັກເຄື່ອງຂອງ

ນັ້ນເປັນຄຳຮຽກຮ້ອງ                   ໃຫ້ຄົນເຊື່ອທາງໃຈ
ໃຜຈະເປັນຄົນໄຂ                       ຢັ້ງຢືນວ່າຈິງແທ້
ໃຜຈະເປັນຄົນແກ້           ປິດສະໜາຊ້ອນເງື່ອນ
ເວົ້າເຕືອນຄົນທົ່ງດ້າວ                ລາວເໜືອໃຕ້ໃຫ້ລໍ່າຫຼິງ

ຕົວະ ຫຼື ຈິງ ໃຫ້ພີ່ນ້ອງ                ຄິດຮໍ່າເອົາເອງ
ເຮືອໄຟໄຫຼຈະເປັນຈິງ                ບໍ່ໜ້າເປັນໄປໄດ້
ມັນເປັນປິດສະໜາໄຮ້                 ໃຜງົມງວາຍກໍ່ໝາຍມຸ່ງ
ຂໍໃຫ້ລູງຜູ້ຮູ້                               ສອນຫຼານຫຼ້າແນ່ເນີ

" ໄປດີເດີເຮືອໄຟນ້ອຍ                ລອຍລ່ອງວາລີ
ຢ່າໄດ້ມີອຸບັດ                             ຄ່ອຍລ່ອງໄຫຼຕາມນ້ຳ
ໃຫ້ເຈົ້ານຳກຳຮ້າຍ                     ອຸບັດໄພໄກຫ່າງ
ຝູງພະຍາດຢ່າຄ້າງ                     ໃຫ້ໝົດສ້ຽງຈາກຮ່າງກາຍ "

" ໃຈຂ້ອຍໝາຍມາໄຫຼເຈົ້າ          ເພື່ອສ່ຽງດວງວິຖີ
ຕາມຕຳນານມີມາ                       ແຕ່ເດີມດາເຄົ້າ
ສ່ຽງວ່າສອງເຮົານີ້                      ຈະສົມປອງເປັນຄູ່ ກັນບໍ
ຫຼືໄດ້ເປັນພຽງແຕ່ຊູ້                     ມີໃຈໃຫ້ແກ່ກັນ "

ຫຼັງຈາກນັ້ນ                               ພວກເຂົາປ່ອຍເຮືອໄຟໄຫຼ
ແສງໄຟຈາກດວງທຽນ                ສ່ອງເງົາຕາມລຳນ້ຳ
ສອງເຂົາກຳມືແໜ້ນ                   ສົບຕາແລ້ວຍິ້ມໃສ່ ກັນແລ້ວ
ທຽນທັງຄູ່ນັ້ນກໍ່ໄດ້                      ໄຫຼນ້ຳລ່ອງໄປ

ສຸມາລີ ໃຈຊື່ນຊ້ອຍ                     ພ້ອມພໍ່າ ບົວສະບາ
ໜ້າຕາເຂົາສຸກສັນ                      ເມື່ອນັ່ງແນມເຮືອໄຟຍ້າຍ
ມັນຄ່ອຍໄຫຼຕາມສາຍນ້ຳ            ກະແສແປວຢ່າງລຽບງ່າຍ
ຈຸດມຸ່ງໝາຍຄູ່ນີ້                                     ເມືອໜ້າຊິໄດ້ກັນ ຢູ່ບໍ   

ຢູ່ຂ້າງເບື້ອງໃຕ້ນັ້ນ                     ຍັງມີກຸ່ມຍິງສາວ
ພວກຜີວຂາວກາຍງາມ               ຢອກກັນຫົວຍິ້ມ
ບາງຄົນຕາງຕິຊິ້ມ                       " ເຮືອໄຟໂຕລອຍລ່ອງ ດີນໍ
ອະທິຖານຮຽກຮ້ອງ                    ຊາຍໃດແລ້ວຢູ່ທີ່ໃຈ "

ອີກສາວໜຶ່ງນັ້ນໄດ້                     ຫົວຢູ່ອິກໆ
" ໂຄຄິດຫຍັງ ມາລາໃຈ              ເບິ່ງເຮືອໄຟໂຕແມ້
ໄຫຼແວ່ມາທຽມເຂົ້າ                     ແຄມຂອງທຽບຝັ່ງ "
ມາລາໃຈ ຍັງຢາກຮູ້                    ຊາຍຄົນນັ້ນຊິຮັກນາງ ຢູ່ບໍ

ເມື່ອນາງ ວາງເຮືອໄຟລົງນ້ຳ       ພ້ອມພໍ່າອະທິຖານ
' ຖ້າຕຳນານເປັນຈິງ                   ຈົ່ງສະແດງໃຫ້ເຫັນດ້ວຍ
ຈົ່ງຊ່ວຍແລທາງຊີ້                      ວິຖີທາງໃຫ້ດັ້ນດຸ່ງ ເບິ່ງດູ '
ອະທິຖານແລ້ວກໍ່ຍູ້                     ເຮືອໄຟນ້ອຍນັ້ນອອກໄປ

ຫຼັງຈາກນັ້ນນາງໄດ້                    ສືບຕໍ່ອະທິຖານ
' ຂໍສົມຫວັງໃນຄວາມຮັກ             ໄດ້ຄູ່ ບົວສະບາ ຖ້ອນ '
ເໝືອນເປັນລາງສັງຫອນໃຫ້        ເຮືອໄຟ​ໄຫຼມາຈອດຝັ່ງ
ເໝືອນດັ່ງ ມີສິ່ງເຕືອນບອກໃຫ້    ນາງນັ້ນຢ່າຮັກເຂົາ

ແລ້ວນາງຈິ່ງກ່າວເວົ້າ                 ເຖິງ ' ເລື່ອງການຮຽນ '
ເຮືອໄຟໄຫຼວົນວຽນ                     ສູ່ແປວກະແສນ້ຳ
ບາງຄັ້ງໄຫຼໄວຊ້ຳ                       ບາງຄາວໄຫຼຄ່ອຍໆ
ບາງເທື່ອວຽນເລັກໜ້ອຍ             ແລ້ວໄຫຼເລີ້ມຕໍ່ໄປ

' ວຽກງານເດຈະເຮັດໃຫ້                         ນາງຢູ່ສະບາຍສຸກ ບໍ່ນໍ '
ເໝືອນມີແນວມາຊຸກ                  ສູ່ແປວກະແສນ້ຳ
ແລ້ວໄຫຼນຳໄປໃກ້                      ຮຽງແຄມເຮືອໄຟໃຫຍ່
ຂໍໃຫ້ນາງລຸລາບໄດ້                    ວຽກງານນ້ອຍໃຫຍ່ເດີ

ທິບພະວົງ ນັ່ງເກີ້                        ແນມເບິ່ງວາລີ
ເບິ່ງນະທີສາຍຂອງ                     ລ່ງໄຫຼລົງໃຕ້
ເຫັນແສງໄຟທຽນນ້ອຍ               ໄຫຼນຳເຮືອໄຟລ່ອງ
ບາງເທື່ອນາງສ່ອງຫັ້ນນີ້ ເມື່ອມີເລື້ອງທີ່ແປກໃຈ

ບົວສະບາ ນັ້ນໄດ້                       ນັ່ງຄຽງຄູ່ ສຸມາລີ
ທ່າທາງເຂົາມີຄວາມສຸກ              ເພີດເພີນຈິງແທ້
ດົນໆແລເຫັນເຂົານັ້ນ                  ຈັບມືກັນຈັກຄັ້ງໜຶ່ງ
ເຫັນແລ້ວມັນຊາບຊຶ້ງ                 ໃຈລະຫ້ອຍຄິດຢາກມີ

ເບິ່ງໄປແລ້ວຄູ່ນີ້                         ມັນກໍ່ສົມກັນ ຢູ່ໃດ
ພວກເຂົາມີສຳພັນ                      ຕໍ່ກັນດົນແລ້ວ
ນາງມີແວວພໍໃຈໃຫ້                    ສົນໃຈເຂົາຢ່າງຕັ້ງຕໍ່
ພ້ອມທັງພໍ່ແມ່ນັ້ນ                       ກໍ່ຈາເຍີ້ຍໃສ່ກັນ

ແຕ່ວ່າ ບົວສະບາ ນັ້ນ                 ເໝືອນບໍ່ຄ່ອຍສົນໃຈ
ໃນເລື່ອງຄອຍຄວງແຂນ             ເລື່ອງແຟນຄຽງໃກ້
ເປັນເພາະເຂົາມີໃຈໃຫ້               ກັຍິງຄົນອື່ນ
ເຂົາຈຶ່ງສົດຊື່ນໜ້ອຍ                   ໃນເລື້ອງຊິຮັກນາງ

ຄວາມຈືດຈາງເຫຼົ່ານີ້                  ມັນມີຢູ່ຄວາມຫຼັງ
ຮັກຮ່ວມຫວັງ ສຸມາລີ                  ເພື່ອນຮ່ວມຮຽນ ມີພຽງນີ້
ເພື່ອນຮ່ວມທາງວິຖີຫຼິ້ນ              ຖວິນກັນເພື່ອເປັນໝູ່
ວັນນີ້ເຂົາຄິດຢາກຮູ້                    ສຸມາລີ ນັ້ນຮັກເຂົາ ຢູ່ບໍ

ວັນນີ້ເຂົາຕ້ອງເວົ້າ                      ທຸກສິ່ງໃນໃຈມີ
ເຂົາຕ້ອງຄວງ ສຸມາລີ                  ເຮັດໃສ່ ມາລາໃຈ ໄວ້
ເຂົາຈະຄວງມາໃຫ້                     ມາລາໃຈ ຮັບຮູ້ວ່າ
ວັນເວລາຕໍ່ຈາກນີ້                       ຕົວເຂົານັ້ນເລີ່ມປ່ຽນໄປ

ມາລາໃຈ ເຈົ້າຊິໄດ້                     ນອນນັ່ງເສຍໃຈ
ເມື່ອຂ້ອຍຄວງນາງໄປ                ເຮັດໃສ່ໃນສາຍຕາເຈົ້າ
ເຮັດໃສ່ ໃຫ້ສົມໃຈເຮົາເສົ້າ          ກັບຄວາມເຫງົາເມື່ອເຊົ້າຜ່ານ
ກັບວາຈາເຈົ້າກ່າວຕ້ານ              ປະນາມຂ້ອຍໃຫ້ເສື່ອມຫວັງ

ຈະຄວງ ສຸມາລີ ມານັ່ງໃກ້           ເຮັດໃສ່ໃຫ້ສະສົມ
ເຮັດໃຫ້ນາງລະທົມໃຈ                ຢ່າງບໍ່ມີຫຍັງທຽມໄດ້
ໃຫ້ນາງນອນລະທົມໄຫ້               ເມື່ອເຫັນເຂົາມີຍິງໃໝ່
ຍິງທີ່ໃຈແຫ່ງເຈົ້າ                       ລະແວງຂ້ອຍເມື່ອຜ່ານມາ

ມື້ນີ້ຂ້ອຍອິດອ່ອນລ້າ                   ຖືກເຈົ້າດ່າຢ່າງສະສົມ
ຂ້ອຍລະທົມໃນໃຈ                      ເຈົ້າຮູ້ບໍໃນວັນນີ້
ເຈົ້າຄົງມີຮອຍຍິ້ມ                       ສຸກໃຈຢ່າງຊ້ອຍຊໍ່າ
ທີ່ເຈົ້າທຳໃຫ້ຂ້ອຍ                      ຄໍ່າຄວນຮ້ອງຫ່ວງຫາ

ຈົນນ້ຳຕາລິນໜ້າ                       ກັບຄຳວ່າຜິດຫວັງ
ຫົວໃຈພັງທະລາຍລົງ                 ມຸ່ນມິນໝົດແລ້ວ
ຈຶ່ງເກີດຮອຍແຜແປ້ວ                 ຫົວໃຈເຮົາມັນລ້າວຮ່ານ
ຂ້ອຍຈຶ່ງ ຕັດສິນໃຈມາກ່າວຕ້ານ ກັບຍິງຂ້ອຍບໍ່ໃສ່ໃຈ

ຢ່າງໜ້ອຍ ມັນກໍ່ທຳໃຫ້ຂ້ອຍໄດ້   ລົດຜ່ອນຄວາມອຸກໃຈ
ແຕ່ເມື່ອເຮົາໄຂຄຳຈາ                 ວ່າລົມກັບນາງແລ້ວ
ນາງມີແວວຕາຊ້ອຍ                    ສຸກໃຈຢ່າງປຶ້ມປ່ຽມ
ເຮັດໃຫ້ຮຽມຄິດຄົ້ນ                    ຕົວຂ້ອຍຊິຮັກໃຜ

ເພາະວ່າຍິງທີ່ນັ່ງໃກ້                   ຄຽງຄູ່ປັດຈຸບັນ
ນາງນັ້ນເຕັມໃຈຮັບ                     ຮັກເຮົາໃນໃຈແທ້
ແຕ່ຂ້ອຍແລເຫັນເຈົ້າ                  ສົນໃຈເຮົາມາກກວ່າ
ຂ້ອຍຈຶ່ງໄປວ່າເວົ້າ                     ກັບເຈົ້າໃຫ້ຮັກເຮົາ

ຂ້ອຍບໍ່ເຄີຍຄິດວ່າເຈົ້າ                ຈະເວົ້າວ່າບໍ່ສົນໃຈ
ປະຕິເສດໃນຄວາມຮັກ               ທີ່ມີໃນໃຈນັ້ນ
ໃຫ້ຂ້ອຍມາລຳພັນໄຫ້                 ລະທົມໃຈຄັ້ງໜຶ່ງ
ກັບຄວາມຮັກທີ່ຂ້ອຍຊຶ້ງ              ຄຳນຶງໄວ້ທຸກຄໍ່າຄືນ

ຂ້ອຍຈຶ່ງຝືນໃຈເສົ້າ                     ມາເວົ້າຕໍ່ ສຸມາລີ
ເຫັນນາງດີກັບເຮົາ                     ຂ້ອຍອ່ອນໃຈຈິງແທ້
ເພື່ອແຜ່ໃຈກັບຂ້ອຍ                   ຈິງໃຈບໍ່ເລ້ຫຼ່ຽມ
ຫົວໃຈຮຽມຈຶ່ງຊຶ້ງ                       ມີໃຈໃຫ້ຕໍ່ນາງ

ຄືນນີ້ ຂ້ອຍຈຶ່ງມາເລີ່ມສ້າງ          ຄວາມຮັກໃໝ່ໃນໃຈ
ລຶບຄວາມຮັກໃນຄາວຫຼັງ            ທີ່ມຸ່ງຫວັງພຽງເຈົ້າ
ຈົ່ງອະໄພໃຫ້ເຮົາດ້ວຍ                ມາລາໃຈ ທີ່ຮັກເກົ່າ
ເມື່ອເຈົ້າ ປະຕິເສດບໍ່ຮັກຂ້ອຍ      ກໍ່ກຽມພ້ອມຊິກ່າວລາ

ສຸມາລີ ສ່ອງໜ້າ                         ແລ້ວແນມເບິ່ງຕາເຂົາ
" ເຈົ້າກຳລັງເຫງົາຊຶມ                 ຄິດເຖິງຫຍັງນີ້ ? "
ບົວສະບາ ມີຮອຍຍິ້ມ                  ທັງຕົກໃຈນິດໜ່ອຍ
" ກະລຸນາບອກຂ້ອຍ                   ວ່າໃຈເຈົ້າຄິດຫຍັງ "

" ຂ້ອຍກຳລັງຄິດຄົ້ນ                   ບອກເຈົ້າບໍ່ຄວາມໃນໃຈ "
" ແຕ່ຢ່າຕົວະຂ້ອຍໃດ                 ເວົ້າມາຂ້ອຍຟັງໄດ້ "
" ດຽວນີ້ຫົວໃຈຂ້ອຍ                   ພວມປະຄອງຄວາມເປັນໜຸ່ມ
ດ້ວຍຫົວອົກຮຸ່ມຮ້ອນ                  ຂ້ອຍຂໍເວົ້າສິ່ງທີ່ຄອງ

ຂ້ອຍນີ້ຂໍຮຽກຮ້ອງ                      ໃນເລື່ອງບາງອັນ
ເຮົາແຕ່ງດອງກັນເນາະ               ເມື່ອຮຽນຈົບແລ້ວ
ວ່າແນວໃດຕົວເຈົ້າ                     ຍິນດີຫຼືບໍ່
ເຈົ້າບໍ່ຕອບກໍ່ໄດ້                         ໃນວັນນີ້ບໍ່ວ່າຫຍັງ "

ສຸມາລີ ຟັງແລ້ວ                         ຍິ່ງປຶ້ມປ່ຽມຍິນດີ
ຫົວໃຈນາງມີຄວາມສຸກ               ຊື່ນຊຳແສນປຶ້ມ
ລືມໄປໝົດຄວາມເສົ້າ                 ຄວາມເຫງົາໃນວັນເກົ່າ
ນາງບໍ່ຈາກ່າວເວົ້າ                      ພຽງນິ້ງເບິ່ງເຂົາ

ບົວສະບາ ຍັບເຂົ້າ                      ຈັບບ່າ ສຸມາລີ
ພ້ອມສະແດງກິລິຍາ                   ທີ່ຊື່ນໃຈຈິງແທ້
ສອງເຂົາແລດູໜ້າ                      ສົບຕາແລ້ວຍິ້ມຕໍ່ ກັນແລ້ວ
ສາຍຕາຍໍຍົກໃຫ້                        ຄວາມໃນນັ້ນແກ່ກັນ

ມືຂອງເຂົາອີກກ້ຳນັ້ນ                  ຈັບລູບປາຍຜົມ
ເຂົານັ່ງແນມຊົມກັນ                    ດັ່ງຊິກືນກິນໄດ້
ບົວສະບາ ຍັບຕິດໃກ້                  ອີງນາງແນບໃສ່
ສຸມາລີ ຈິ່ງໄດ້                             ເອົາແຂນກັ້ນໃຫ້ຫ່າງເຂົາ

ອັນນີ້ນໍເພິ່ນວ່າເວົ້າ                     ຄວາມຮັກຂອງຄົນ
ບໍ່ສົນໃຜຈະແນມ                        ມິ່ນຫຍາມຕົວເຈົ້າ
ບໍ່ສົນໃຜຈະເວົ້າ                                     ນິນທາຫຼືຈົ່ມ
ນັ່ງລົມກັນກ່ອມໃກ້                      ໃຈເຈົ້າບໍ່ຫວັ່ນຫຍັງ

ສຸມາລີ! ເຈົ້າປ່ອຍເຂົາມານັ່ງໃກ້    ແນບຄູ່ໃຫ້ຄົນຫຼິງ ຫຍັງນໍ
ປະເພນີຍິງລາວ                         ຊິເສື່ອມເສຍຍ້ອນຕົວເຈົ້າ
ເຮົາເປັນຍິງລາວນີ້                      ປະເພນີຕ້ອງມາກ່ອນ
ບໍ່ແມ່ນຄິດຢາກເສບຊ້ອນ            ກັບໃຜແລ້ວກໍ່ປ່ອຍຕົວ

ສັງຄົມຈະວ່າເຈົ້າລົ້ວ                  ບໍ່ກົວບໍ່ຄົນຈາ
ພວກເຂົາຈະນິນທານາງ             ໃຫ້ເສື່ອມເສຍສັກສີເຈົ້າ
ພວກເຂົາຈະປະນາມເວົ້າ            ນາງເປັນຄົນໃຈງ່າຍ
ປ່ອຍໃຫ້ຊາຍມານັ່ງໃກ້               ຈັບບາຍພ້ອມຍິ່ງບໍ່ຄວນ

" ເຈົ້າຢ່າກວນຕົວຂ້ອຍ               ຮູ້ບໍ່ ບໍ່ງາມຕາ
ນີ້ແມ່ນສາທາລະນະ                   ຜູ້ຄົນຫຼາຍລົ້ນ
ຢ່າໄດ້ເປັນຄົນໃບ້                       ຄະຕິທຳຊິສິ້ນຄ່າ
ຄົນທັງຫຼາຍຈະວ່າຂ້ອຍ              ເປັນຍິງລົ້ວຊົ່ວໃຈ

ມານັ່ງແນມຢູ່ໄດ້                         ກໍ່ຂ້ອຍວ່າຄວາມຈິງ
ຕົວຂ້ອຍເປັນຄົນຍິງ                    ຍ່ອມເສື່ອມເສຍກັບຄວາມເວົ້າ
ເທື່ອໜ້າ ຢ່າມືໄວອີກເດີເຈົ້າ        ທຳຫຍັງໃຫ້ຄິດແນ່
ບໍ່ແມ່ນເຫັນແກ່ໄດ້                      ກຳໄລແລ້ວກໍ່ຊື່ນໃຈ "

" ຂ້ອຍຂໍໂທດກໍ່ໄດ້                     ຍອມຮັບຄຳຕັດສິນ
ຕົວຂ້ອຍຍິນດີດອມ                     ໂທດທີ່ນາງວາງໃຫ້
ແລ້ວອະໄພໃຫ້ເຮົາດ້ວຍ             ການກະທຳທີ່ພົ້ນຜ່ານ "
" ຄົນ ອີ່ ຫຍັງ ສ່າງ ໜ້າ ດ້ານ       ມືເຈົ້າເບິ່ງແນ່ແມ "

ສາຍຕານາງແລນິ້ງ                     ແນມເບິ່ງມືເຂົາ
ບົວສະບາ ເອົາມືຄືນ                   ຍິ້ມໃຫ້ນາງນິດໜ້ອຍ
ເຂົາປ່ອຍສາຍຕານິ້ງ                   ແນມເຂົາຄັ້ງໃຫຍ່
ສຸມາລີ ອົດບໍ່ໄດ້              ເອົາມືຍູ້ບ່າເຂົາ

ທິບພະວົງ ຄ່ອຍເວົ້າ                   " ເຮົາກັບເທາະ ສຸມາລີ
ຕອນນີ້ມັນຈະເຖິງ                      ທ່ຽງຄືນແລ້ວໃດນີ້ "
ສຸມາລີ ມີຮອຍຍິ້ມ                       ແນມເຂົາແລ້ວເວົ້າຕໍ່
" ເຈົ້າຈະກັບບໍ່ນີ້                         ຊຸມຂ້ອຍຊິເມືອ ແລ້ວໃດ. "

ມາລາໃຈ ຢາດເຫື່ອຍ້ອຍ            ໄຫຼຜ່ານຫາງຕາ
ວັນນີ້ນາງຕັ້ງໃຈມາ                     ເພື່ອຊົມການຟ້ອນ
ເຊິ່ງແມ່ນງານໃນຕອນເຊົ້າ          ຂອງວັນແຂ່ງເຮືອຊ່ວງ
ບາງປີ ແຂ່ງເຮືອພວງເຮືອກາບພ້ອມ ໃນຕອນເຊົ້າເຊັ່ນກັນ

ຂະບວນເລີ່ມຕົ້ນນັ້ນ                   ເຂດໜຶ່ງ ໄຊຍະພູມ
ເປັນຈຸ້ມວົງຕີກອງ                       ລະນາດຊໍແຄນຄ້ອງ
ມີກອງຫາງກອງເຊີ້ງ                   ມະໂຫລີປີ່ຂຸ່ຍ
ມີສາວຈ່ອຍບ່າວຕຸ້ຍ                   ມາຟ້ອນແອ່ນກັນ

ຂະບວນສອງນັ້ນຟ້ອນ                ຊື່ວ່າຄອນສະຫວັນ
ຈັງຫວະລຳສຸກສັນ                      ແຫ່ງແຂວງສະຫວັນນີ້
ສະແດງສີສັນຟ້ອນ                     ສິລະປະໜ້າເບິ່ງ
ມີທັງລຳຟ້ອນເຊີ້ງ                       ຜະຫຍາເວົ້າໃສ່ກັນ

ຄອນສະຫວັນນີ້ຟ້ອນ                  ຈາກເຂດສີ່ໂພນສະຫວັນ
ຈາກນັ້ນຟ້ອນລຳຕັ່ງຫວາຍ          ເຂດສາມສະແດງໃຫ້
ໄຊຍະມຸງຄຸນໄດ້                         ສະແດງການຟ້ອນແອ່ນ
ຍົກແຂນຂວາແລະຊ້າຍ              ສະຫຼັບຟ້ອນອ່ອນໄຫວ

ລຳບ້ານຊອກກໍ່ໄດ້                      ຟ້ອນຕໍ່ຕາມມາ
ມັດທະຍົມສຸນັນທາ                     ເຂດສອງສະແດງຟ້ອນ
ຟັງຍິນກອນລຳຂຶ້ນ                     ສາວໂນລາສ່າງລຳມ່ວນ
ຊວນຜູ້ຊົມຢູ່ໃກ້                          ໃຫ້ມາຟ້ອນອ່ອນແຂນ

ຂະບວນຫ້າແມ່ນຟ້ອນ                ມືອ່ອນໆລຳຜູ້ໄທ
ໃສ່ຊຸດດຳປະສົມໃໝ                   ຜ້າແພຄຽນຫົວພ້ອມ
ມັດທະຍົມຈອມແກ້ວ                  ລີລາຍ້າຍຍ່າງ
ວາງບາດແຂນແອ່ນຟ້ອນ            ສະອອນໂອ້ເມື່ອເຫັນ

ຫຼັງຈາກຕາເວັນຄ້າຍ                  ຍາມບ່າຍມາເຖິງ
ກໍ່ເບິ່ງການພາຍເຮືອ                   ຊ່ວງຊີງໄຊກ້າ
ຜາບແພ້ມາໃຫ້ມັນໄດ້                 ມີໄຊອັນດັບໜຶ່ງ
ສຽງບາດກອງດັງຕຶ້ງໆ                ສຽງເຊຍຮ້ອງຄັບຝັ່ງຂອງ

ພໍເມື່ອແສງແດດຕ້ອງ                 ສາຍສ່ອງເປັນເງົາ
ເໝືອນມີຄຳເນົາໃນ                    ພື້ນນະທີສາຍນ້ຳ
ເປັນສີຄຳຍາມແລງຄ້າຍ ສຸລິຍາໃກ້ລັບລ່ວງ
ການຊ່ວງເຮືອກໍ່ຮຽບຮ້ອຍ           ກັບຄືນບ້ານຖິ່ນສະຖານ

ລະດູການກໍ່ຜ່ານພົ້ນ                   ຄັ້ງໜຶ່ງກາມາ
ອອກພັນສາປະວໍລະນາ              ໄດ້ສິ້ນສຸດລົງແລ້ວ
ຍັງແຕ່ດວງໃຈແກ້ວ                    ຊາວສະຫວັນຜູ້ຜຸດຜ່ອງ
ຮ່ວມປອງດອງສືບສ້າງ               ສະຫວັນກວ້າງໃຫ້ຮຸ່ງເຮືອງ ຊອບແລ້ວ.

No comments:

Post a Comment

ສະບາຍດີທຸກທ່ານ